ຂໍ້ດີ ແລະ ປະໂຫຍດຂອງການຮຽນອາຊີວະສຶກສາ

132

ຮຽນໃນແຕ່ລະອາຊີບລ້ວນເປັນສິ່ງທີ່ດີບໍ່ວ່າຮຽນທີ່ມະຫາວິທະຍາໄລ ຫຼື ອາຊີວະສຶກສາ, ການເລືອກຮຽນສາຍອາຊີວະສຶກສາ ຫຼັງຈົບ ມ.ປາຍ ປັດຈຸບັນໄດ້ຮັບຄວາມນິຍົມໃນຫຼາຍປະເທດ ເປັນຕົ້ນແມ່ນປະເທດທີ່ພັດທະນາແລ້ວ ແລະ ປະເທດທີ່ກຳລັງພັດທະນາ ເພາະການຮຽນອາຊີວະສຶກສາຖືເປັນຂະແໜງວິຊາການ ແລະ ໄລຍະຮຽນກໍໄດ້ປະຕິບັດວຽກຕົວຈິງຫຼາຍກວ່າຮຽນມະຫາວິທະຍາໄລ.

ການຮຽນອາຊີວະສຶກສາໂດຍທົ່ວໄປແມ່ນປະກອບມີ 2 ຫຼັກສູດ ຄື: ຫຼັກສູດວິຊາຊີບ ແລະ ຫຼັກສູດວິຊາຊີບຊັ້ນສູງ, ຫາກນ້ອງນັກຮຽນຍັງບໍ່ຮູ້ວ່າການຮຽນອາຊີວະສຶກສາມີຂໍ້ດີ ແລະ ໄດ້ປະໂຫຍດຫຍັງ ນີ້ຄືຄຳຕອບຂອງການຮຽນອາຊີວະສຶກສາ.

  1. ຮຽນອາຊີວະສຶກສາໄດ້ຄວາມຮູ້, ປະສົບການມີລາຍໄດ້ລະຫວ່າງຮຽນ.

ຫຼັກສູດຮຽນອາຊີວະສຶກສານອກຈາກຮຽນພາກທິດສະດີແລ້ວ ຍັງເນັ້ນໃສ່ການລົງມືປະຕິບັດຕົວຈິງຢ່າງເອົາຈິງເອົາຈັງ, ທຸກຂະແໜງຮຽນມີການຝຶກງານ ເພື່ອເສີມສ້າງປະສົບການ ແລະ ທັກສະວິຊາຊີບໃນຄະນະກຳລັງຮຽນ ເຊິ່ງນັກສຶກສາໄດ້ມີໂອກາດລົງມືປະຕິບັດວຽກງານຕົວຈິງ, ຝຶກໃຊ້ອຸປະກອນ, ຮຽນຮູ້ຂະບວນການໃນສາຍອາຊີບນັ້ນໆ, ປະສົບການຈິງຈາກໜ້າວຽກເລີຍເວົ້າໄດ້ວ່າ ໄດ້ທັງ ຄວາມຮູ້ ແລະ ຄວາມຊຳນານວຽກ ພ້ອມທັງສາມາດຫາລາຍໄດ້ດ້ວຍຕົວເອງຈາກການເຮັດວຽກພິເສດ ຫຼື Part time ໄດ້ອີກ.

  1. ໄດ້ທັກສະວິຊາຊີບຕິດຕົວ.

ການທີ່ໄດ້ມີໂອກາດຝຶກງານລະຫວ່າງຮຽນສາຍອາຊີວະສຶກສາ ເຊິ່ງໄດ້ຮຽນຮູ້ຫຼາຍກວ່າການຮຽນທິດສະດີພຽງຢ່າງດຽວ ເພາະການຝຶກປະຕິບັດວຽກປະຈຳຍ່ອມເຮັດໃຫ້ເກີດທັກສະ ແລະ ຄວາມຊຳນານຕິດຕົວຜູ້ຮຽນໄປຕະຫຼອດ ເມື່ອຮຽນຈົບແລ້ວສາມາດໃຊ້ເປັນໃບເບີກທາງສະໝັກວຽກໄດ້ເລີຍ ເຊິ່ງມີວຽກຮອງຮັບເປັນຈຳນວນຫຼາຍ, ບາງຄົນທີ່ຮຽນເກັ່ງມີ ຄວາມສາມາດປະຕິບັດວຽກໄດ້ດີ ອາດມີບໍລິສັດ ຫຼື ຂະແໜງທີ່ກ່ຽວຂ້ອງມາຈອງຕົວເພື່ອເຮັດວຽກເລີຍ, ຍິ່ງໄປກວ່ານັ້ນເມື່ອສະສົມທັງທິດສະດີ ແລະ ປະສົບການເຮັດວຽກໄວ້ຫຼາຍ ກໍສາມາດໃຊ້ເປັນຊ່ອງທາງໃນການສ້າງທຸລະກິດທີ່ເປັນຂອງຕົວເອງເລີຍ.

  1. ໄດ້ຮັບຄວາມນິຍົມຈາກຕະຫຼາດແຮງງານ.

ປັດຈຸບັນ ໃນປະເທດລາວເຮົາຕຳແໜ່ງງານທີ່ມີຄວາມຊຳນິຊຳນານແທ້ໆ ຫຼື ເອີ້ນວ່າມີຄຸນນະພາບສູງແມ່ນຍັງຂາດແຄນຫຼາຍ ບໍ່ວ່າຈະເປັນຊ່າງສີມື ແລະ ວິຊາຊີບທີ່ມີທັກສະສະເພາະທາງ. ດັ່ງນັ້ນ, ຄົນທີ່ຮຽນຈົບອາຊີວະສຶກສາຕ້ອງສ້າງຕົນໃຫ້ພ້ອມ, ກຽມພ້ອມໃຫ້ຕະຫຼາດແຮງງານ ເພື່ອຕະຫຼາດແຮງງານຈະໄດ້ຮັບເຂົ້າມາເຮັດວຽກດ້ວຍຄວາມພາກພູມໃຈ ແລະ ສິ່ງໜຶ່ງທີ່ນັກສຶກສາອາຊີວະສຶກສາຄວນເພີ່ມສັກກະຍະພາບໃຫ້ກັບຕົວເອງຕື່ມ ເປັນຕົ້ນແມ່ນທັກສະດ້ານພາສາຕ່າງປະເທດ ເຊັ່ນ: ອັງກິດ, ຝຣັ່ງ, ເຢຍລະມັນ, ຫວຽດນາມ, ຈີນ, ເກົາຫຼີ ແລະ ອື່ນໆ ເພາະມັນຈະເຮັດໃຫ້ເຮົາສາມາດເຮັດວຽກກັບບໍລິສັດຕ່າງປະເທດໄດ້ງ່າຍ.

  1. ໄດ້ໂອກາດຮຽນຕໍ່.

ຫາກນ້ອງນັກຮຽນຢາກມີອາຊີບກ່ອນຈຶ່ງໄປຮຽນຕໍ່ຍົກລະດັບ, ການຮຽນອາຊີວະສຶກສາຖືວ່າເປັນທາງເລືອກທີ່ດີ ເພາະການຮຽນອາຊີວະສຶກສາແມ່ນຈະຮຽນໃນໄລຍະສັ້ນ, ຫຼັງຈາກຈົບໄປປະກອບອາຊີບແລ້ວຈຶ່ງມາເຊື່ອມຕໍ່ຮຽນມະຫາວິທະຍາໄລ ຫຼື ສະຖາບັນການສຶກສາຕ່າງໆ.

  1. ໄດ້ຮັບການສະໜັບສະໜູນຈາກພາກລັດ ແລະ ເອກະຊົນ.

ດ້ວຍຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານທີ່ຕ້ອງການວິຊາຊີບສະເພາະທາງ ມາເປັນກຳລັງສຳຄັນ ໃນການຂັບເຄື່ອນເສດຖະກິດໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນ ສາມາດແຂ່ງຂັນກັບຕະຫຼາດສາກົນ, ເຮັດໃຫ້ໜ່ວຍງານທາງພາກລັດ ເປັນຕົ້ນແມ່ນກະຊວງສຶກສາທິການ ແລະ ກີລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ທັງພາກເອກະຊົນ ແລະ ອົງການຈັດຕັ້ງສາກົນ ໄດ້ໃຫ້ການສະໜັບສະໜູນ ໂດຍມີນະໂຍບາຍມອບທຶນການສຶກສາໃນຂະແໜງທີ່ຈຳເປັນໃຫ້ແກ່ຜູ້ຮຽນ ເພື່ອສ້າງແຮງຈູງໃຈໃຫ້ນັກຮຽນ – ນັກສຶກສາຫັນມາສົນໃຈເລືອກຮຽນໃນສາຍອາຊີວະສຶກສາ. ນອກນັ້ນ, ຍັງໃຫ້ໂອກາດໄປແລກປ່ຽນຄວາມຮູ້ ແລະ ປະຕິບັດຕົວຈິງທັງພາຍໃນ ແລະ ຕ່າງປະເທດ ເຊິ່ງໃຫ້ຕຳແໜ່ງວຽກດີໆຫຼັງຈາກຮຽນຈົບອີກ.

ຮຽນອາຊີວະສຶກສາ ເປັນຂະແໜງວິຊາການໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນຕໍ່ການພັດທະນາຂອງປະເທດຊາດ. ນອກນັ້ນ, ຜູ້ຮຽນທີ່ມີ ຄວາມຮູ້ – ຄວາມສາມາດມີເງື່ອນໄຂພໍ ຍັງສາມາດສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ ເພື່ອເປັນແຮງຍູ້ໜູນການພັດທະນາເສດຖະກິດ – ສັງຄົມ ນຳພາສັງຄົມຫຼຸດພົ້ນຈາກຄວາມທຸກຍາກຕາມແນວທາງນະໂຍບາຍຂອງພັກ ແລະ ລັດ.

ປັດຈຸບັນ, ນັກຮຽນ – ນັກສຶກສາ ສາມາດຊອກຮຽນສາຍອະຊີວະຕາມໂຮງຮຽນອາຊີວະສຶກສາຕ່າງໆໃນແຕ່ລະແຂວງ ເປັນຕົ້ນແມ່ນບັນດາໂຮງຮຽນເຕັກນິກຕ່າງໆ, ຫາກຮຽນໃນນະຄອນຫຼວງວຽງຈັນ ແມ່ນມີບັນດາໂຮງຮຽນອາຊີວະສຶກສາ ເຊັ່ນ: ວິທະຍາໄລເຕັກນິກ ລາວ – ເຢຍລະມັນ, ວິທະຍາໄລເຕັກນິກ ສັບພະວິຊາ, ວິທະຍາໄລເຕັກນິກປາກປ່າສັກ, ໂຮງຮຽນວິຊາຊີບ ມິດຕະພາບ ວຽງຈັນ – ຮາໂນ້ຍ, ວິທະຍາໄລ ເຕັກນິກກະສິກຳ ດົງຄຳຊ້າງ ແລະ ອື່ນໆ.

[ ໂດຍ: ກາວຊົ່ງ; ຮູບ: ສຸກສະຫວັນ ]

( ຂໍ້ມູນຈາກປຶ້ມ “ ອາຊີບຂອງຂ້ອຍ ” )