ຄຳມ່ວນ! ກວດເຫັນຢືດແທ້ສິນຄ້າປອມແປງ ແລະ ລະເມີດລິຂະສິດ

134

ເພື່ອເປັນສະກັດກັ້ນ ແລະ ປົກປ້ອງຜູ້ຊົມໃຊ້, ທັງເປັນການປະຕິບັດຕາມລະບຽບກົດໝາຍຕໍ່ພໍ່ຄ້າຊາວຂາຍທີ່ສວຍໂອກາດເອົາປຽບປະຊາຊົນ, ພະແນກເຕັກໂນໂລຊີ ແຂວງຄຳມ່ວນ ໄດ້ລົງກວດກາການບໍລິການ ແລະ ຈຳໜ່າຍສິນຄ້າ ຕາມທ້ອງຕະຫຼາດ ແລະ ຫ້າງຮ້ານຕ່າງໆພາຍໃນ 3 ເມືອງ ສາມາດຍຶດໄດ້ສິນຄ້າບໍ່ຖືກຕ້ອງຕາມລະບຽບກົດໜາຍ ຈຳນວນ 4 ລາຍການ ລວມເປັນມູນຄ່າ 200 ກວ່າລ້ານກີບ.

 

 

ໃນລະຫວ່າງວັນທີ 7-9 ພຶດສະພາ 2019 ທີ່ຜ່ານມາ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນໄດ້ເປີດກອງປະຊຸມປຶກສາຫາລືວາງແຜນກະກຽມການລົງກວດກາ ແລະ ສະກັດກັ້ນ ການບໍລິການຈຳໜ່າຍ ສິນຄ້າທີ່ປອມແປງ ແລະ ສິນຄ້າທີ່ລະເມີດລິຂະສິດເຄື່ອງໜາຍການຄ້າ ປະເພດນ້ຳເຄື່ອງ ແລະ ອາໄຫຼ່ລົດ ຍີ່ຫໍ້ ຮອນດ້າ (HONDA) ແລະ ຄູໂບຕ້າ (KUBOTA), ໂດຍສົມທົບກັບຄະນະກຳມະການທີ່ກ່ຽວຂ້ອງ ແລະ ບໍລິສັດ ທິວລິກິ ແອນກິບບີ້ນ ການລົງເຄື່ອນໄຫວກວດກາ ແມ່ນໄດ້ວາງແຜນເປົ້າໜາຍຢູ່ 3 ເມືອງຄື: ເມືອງ ທ່າແຂກ, ເມືອງໜອງບົກ ແລະ ເມືອງ ຫີນບູນ ແຂວງຄຳມ່ວນ, ໂດຍການເປັນປະທານຂອງທ່ານ ນາງ ແຕງອ່ອນ ລິນຊົມພູ ຮອງຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ.

 

 

ຫຼັງຈາກນັ້ນ, ໄດ້ລົງກວດກາຕົວຈິງຕາມຕະຫຼາດ ແລະ ຫ້າງຮ້ານຕ່າງໆໃນ 3 ຕົວເມືອງ ສາມາດກວດກາໄດ້ທັງໜົດ 23 ຮ້ານ ມີຮ້ານຄົນຈີນ 18 ຮ້ານ, ຮ້ານຄົນຫວຽດ 3 ຮ້ານ ແລະ ຮ້ານຄົນລາວ 2 ຮ້ານ. ພົບເຫັນສິນຄ້າບໍ່ຖືກ ຕ້ອງຕາມລະບຽບກົດໜາຍມີ 22 ຮ້ານ, ຢຶດສິນຄ້າໄດ້ 4 ລາຍການຄື: ນ້ຳມັນເຄື່ອງລົດຈັກ ຍີ່ຫໍ່ຮອນດ້າ ຂະໜາດ 0,8 ລິດ ຈຳນວນ 2.615 ຕຸກ, ນໍ້າມັນເຄື່ອງລົດໄຖນາ ຍີ່ຫໍ້ ຄູໂບຕ້າ, ຂະໜາດ 03 ລິດ ຈໍານວນ 1.029 ຕຸກ, ອາໄຫຼ່ລົດ ຈັກ ຍີ່ຫໍ່ ດອນດ້າ ຈຳນວນ 6.691 ອັນ ອາໄຫຼ່ລົດໄຖນາ ຍີ່ຫໍ່ ຄູໂບຕ້າ ຈຳນວນ 1.971 ອັນ ລວມມູນຄ່າສິນຄ້າທີ່ຢຶດມາໄດ້ທັງໝົດ ປະມານ 226 ລ້ານກີບ.

 

 

 

ປັດຈຸບັນ, ສິນຄ້າດັ່ງກ່າວໄດ້ອາຍັດໄວ້ເປັນຂອງກາງຢູ່ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນເພື່ອລໍຖ້າດຳເນີນຕາມລະບຽບກົດໜາຍ.

 

 

 

 

ຂໍ້ມູນ: Khammouane News