ຈີນ ໂຕ້ຄືນຂຶ້ນພາສີຕໍ່ສິນຄ້າ ອາເມຣິກາ ມູນຄ່າ 60 ຕື້ໂດລາ

71

ຈີນ ປະກາດຂຶ້ນພາສີໃນອັດຕາສູງສຸດ 25% ຕໍ່ສິນຄ້າທີ່ນໍາເຂົ້າຈາກ ອາເມຣິກາ ຫຼາຍກວ່າ 5.000 ລາຍການ ເຊິ່ງມູນຄ່າປັດຈຸບັນຢູ່ທີ່ປະມານ 60 ຕື້ໂດລາ.

ກະຊວງອຸດສາຫະກໍາ ແລະ ການຄ້າຈີນ ຖະແຫຼງການເມື່ອຕົ້ນອາທິດນີ້ ເລື່ອງການຂຶ້ນພາສີໃນອັດຕາລະ ຫວ່າງ 5% – 25% ຕໍ່ສິນຄ້າມູນຄ່າປະມານ 60 ຕື້ໂດລາ ທີ່ສົ່ງອອກມາຈາກ ອາເມຣິກາ ແຍກອອກເປັນສິນຄ້າ 5.140 ລາຍການ ໂດຍສິນຄ້າທີ່ຢູ່ໃນລາຍຊື່ສ່ວນໃຫຍ່ຍັງເປັນສິນຄ້າກະສິກໍາຕະຫຼອດຮອດສິນຄ້າເອເລັກໂຕຣນິກ ເຊິ່ງນະໂຍບາຍດັ່ງກ່າວຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ເດືອນມິຖຸນາເປັນຕົ້ນໄປ.

ທັງນີ້, ເນື້ອໃນຖະແຫຼງການລະບຸວ່າ: ນະໂຍບາຍນີ້ຄືການໂຕ້ຕອບຕໍ່ນະໂຍບາຍກີດກັນການຄ້າຂອງອາເມຣິກາ ແລະ ຫວັງວ່າອາເມຣິກາ ຈະໃຊ້ໄລຍະເວລານີ້ໄຕ່ຕອງສິ່ງທີ່ຖືກຕ້ອງ.

ດ້ານສະມາຄົມຖົ່ວເຫຼືອງ ອາເມຣິກາ ເຊິ່ງໄດ້ຮັບຜົນກະທົບຈາກຄວາມເຄັ່ງຕຶງທາງການຄ້າຄັ້ງນີ້ຢ່າງໜັກ ອອກຖະແຫຼງການຮຽກຮ້ອງໃຫ້ສອງຝ່າຍແກ້ໄຂບັນຫາໂດຍໄວ ຫຼັງກ່ອນໜ້ານີ້ ອາເມຣິກາ ກໍອອກຄໍາສັ່ງຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນ ເກືອບທຸກລາຍການທີ່ເຫຼືອຄິດເປັນມູນຄ່າປະມານ 300 ຕື້ໂດລາ.