ຍັງຈະມີຝົນຕົກໃນລະດັບຄ່ອຍກະຈາຍຢູ່ທົ່ວໄປ ໃນແຕ່ລະພາກຂອງປະເທດ

118

ສະພາບອາກາດ ຂອງວັນທີ 14 ພຶດສະພາ 2019 ນີ້, ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່  ເຊິ່ງຍັງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼຶ້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປຢູ່ແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງຕື່ມອີກ.

 

ພາກເໜືອດ້ານຕາເວັນອອກ: ຍັງຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ແຂວງ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 19-32 ອົງສາ.

ไม่มีคำอธิบายรูปภาพ

ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ແລະ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງ ຫຼວງນໍ້າທາ, ບໍ່ແກ້ວ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 1-38 ອົງສາ.

ไม่มีคำอธิบายรูปภาพ

ພາກກາງ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ຕົກປານກາງ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 24-35 ອົງສາ. ສະເພາະແຂວງໄຊສົມບູນ ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ຕື່ມອີກ. ອຸນຫະພູມໃນລະຫວ່າງ 18-26 ອົງສາ.

 

ไม่มีคำอธิบายรูปภาพ

ສະເພາະນະຄອນຫຼວງວຽງຈັນ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 25-33 ອົງສາ.

ไม่มีคำอธิบายรูปภาพ

ພາກໃຕ້: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

ສຳລັບເຂດພູພຽງບໍລິເວນ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ຕື່ມອີກ. ອຸນຫະພູມໃນລະຫວ່າງ 14-28 ອົງສາ.

 

ไม่มีคำอธิบายรูปภาพ