ຍີ່ປຸ່ນ ຊ່ວຍເຫຼືອດ້ານການສຶກສາ ແກ່ຜູ້ປະສົບໄພ ເມືອງສະໜາມໄຊ ມູນຄ່າ 300 ກວ່າລ້ານກີບ 

82

ວັນທີ 13 ພຶດສະພາ 2019 ຜ່ານມານີ້ ທີ່ຕຶກສໍານັກງານອົງການປົກຄອງແຂວງ, ອົງການອາສາສະໝັກນາໆຊາດຍີ່ປຸ່ນ ໄດ້ນຳເອົາທຶນຊ່ວຍເຫຼືອ ດ້ານການສຶກສາ  ມູນຄ່າ 361.600.000 ກີບ ໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ທີ່ເມືອງ ສະໜາມໄຊ ແຂວງອັດຕະປື ເຊິ່ງນໍາໂດຍທ່ານ ນາງ ຊາຊິໂກ ໂທມິນະກະ ( Sachiko Tominaga ) ພ້ອມຄະນະ ໄດ້ເຂົ້າພົບຄະນະພັກ – ອໍານາດການປົກຄອງແຂວງ ເພື່ອມອບ-ຮັບ ທຶນຊ່ວຍເຫຼືອ ດ້ານການສຶກສາ ໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມ ເຊິ່ງໃຫ້ກຽດກ່າວຕ້ອນຮັບ ໂດຍທ່ານ ອຸ່ນຫຼ້າ ໄຊຍະສິດ, ຮອງເຈົ້າແຂວງໆອັດຕະປື ຕ່າງໜ້າມອບ ໂດຍທ່ານ ນາງ ຊາຊິໂກ ໂທມິນະກະ ( Sachiko Tominaga ) ແລະ ກ່າວຮັບ ໂດຍທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື ໂດຍຊ້ອງໜ້າຄະນະທັງສອງຝ່າຍ ແລະ ອົງການກ່ຽວຂ້ອງເຂົ້າຮ່ວມ.

ທຶນຊ່ວຍເຫຼືອ ດ້ານການສຶກສາ ທີີ່ອົງການອາສາສະໝັກ ນາໆຊາດປະເທດຍີ່ປຸ່ນມອບໃນຄັ້ງນີ້ ລວມມີທຶນວິຊາຊີບສາຂາຕັດຫຍິບ, ວິຊາຊີບເສີມສວຍ, ວິຊາຊີບປຸ່ງແຕ່ງອາຫານ, ວິິຊາຊີບສາຂາວິຊາການໂຮງແຮມ. ພ້ອມນີ້, ກໍ່ຍັງຊ່ວຍເຫຼືອທຶນການສຶກສາໃນການດູແລເບິ່ງແຍງຜູ້ສູງອາຍຸ ເພື່ອໃຫ້ຊາວໜຸ່ມ, ແມ່ຍິງ ແລະ ຜູ້ດ້ອຍໂອກາດ ເຂົ້າເຖິງການສຶກສາຮຽນຮູ້, ແນ່ໃສ່ເຮັດໃຫ້ປະຊາຊົນເຂດປະສົບໄພພິບັດນໍ້າຖ້ວມ ເມືອງສະໜາມໄຊ ມີສືມືແຮງງານ, ມີອາຊີບທີ່ໝັ້ນຄົງ ແລະ ມີຊີວິດການເປັນຢູ່ທີ່ດີຂື້ນກວ່າເກົ່າ ເຊິ່ງໄລຍະການສຶກສານັ້ນຈະມີ ຫຼັກສູດ 6 ເດືອນ ແລະ 3 ເດືອນ.

ໂອກາດດຽວກັນ ທ່ານ ອຸ່ນຫລ້າ ໄຊຍະສິດ ຮອງເຈົ້າແຂວງໆອັດຕະປື ໄດ້ລາຍງານ ສະພາບໄພພິບັດ ນໍ້າຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ໃຫ້ຄະນະນໍາທີ່ມາຊ່ວຍເຫຼືອຄັ້ງນີ້ ຮັບຟັງໂດຍຫຍໍ້; ພ້ອມມອບໃບຊົມເຊີຍ ເພື່ອເປັນການຍ້ອງຍໍ ແລະ ສະແດງຄວາມຂອບໃຈ  ທີ່ໄດ້ມີນໍ້າໃຈມະນຸດສະທໍາ ແລະ ເປັນຫ່ວງເປັນໃຍ, ໃຫ້ການຊ່ວຍເຫຼືອ ປະຊາຊົນຜູ້ປະສົບໄພ ເມືອງສະໜາມໄຊ ແຂວງອັດຕະປື.