ບາດກ້າວໃໝ່! ຟາມລ້ຽງໝູຈະສາມາດລາຍງານຂໍ້ມູນຜ່ານລະບົບອອນລາຍ

111

ກົມລ້ຽງສັດ ແລະ ການປະມົງ ຮ່ວມກັບ ບໍລິສັດ TE – FOOD ສາກົນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບໂຄງການສ້າງລະບົບເກັບກໍາຂໍ້ມູນ ຟາມລ້ຽງສັດ ໂດຍຜ່ານລະບົບອອນລາຍທາງມືຖື ເພື່ອເປັນການຍົກລະດັບຟາມລ້ຽງໝູເຂົ້າສູ່ມາດຕະຖານສາກົນ ໂດຍປີນີ້ກໍານົດຟາມລ້ຽງໝູເປັນໂຄງການທໍາອິດ.

ພິທີເຊັນບົດບັນທຶກດັ່ງກ່າວ ຈັດຂຶ້ນໃນວັນທີ 13 ພຶດສະພາ 2019 ຢູ່ທີ່ກະຊວງກະສິກໍາ ແລະ ປ່າໄມ້ ( ກປ ), ຕາງໜ້າກະຊວງ ກປ ໂດຍ ທ່ານ ສົມພັນ ຈັນເພັງໄຊ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ຕາງໜ້າ ບໍລິສັດ ເທຟູດອິນເຕີເນັດເຊິນແນວ ຈີເມມບີເຮັດ ເຢຍລະມັນ ( TE – FOOD ) ໂດຍ ທ່ານ ດາວຮາຈູງ ປະທານ ບໍລິສັດ ເທຟູດສາກົນ, ມີບັນດາພະນັກງານພາຍໃນກະຊວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວຈະດໍາເນີນໄປເປັນເວລາ 5 ປີ ເຊິ່ງໃນປີນີ້ເປັນປີເລີ່ມຕົ້ນຈະເລີ່ມທົດລອງກັບຟາມລ້ຽງໝູກ່ອນ. ຫຼັງຈາກນັ້ນ, ຈຶ່ງຈະກ້າວໄປຫາຟາມລ້ຽງສັດອື່ນໆໃນ ສປປ ລາວ.

ປະເທດລາວ ເມື່ອເວົ້າເຖິງເລື່ອງ ຄວາມປອດໄພດ້ານອາຫານ ແມ່ນເປັນວຽກບຸລິມະສິດທີ່ລັດຖະບານໄດ້ສຸມໃສ່ ແລະ ສ້າງຫຼາຍໂຄງການເພື່ອແກ້ໄຂບັນຫານີ້ຢ່າງຕັ້ງໜ້າມາໂດຍຕະຫຼອດ ແຕ່ກໍຍັງບໍ່ທັນສາມາດຄວບຄຸມ ແລະ ຮັບປະກັນໄດ້ເທົ່າທີ່ຄວນ ໂດຍສະເພາະແມ່ນຟາມລ້ຽງສັດຂອງຜູ້ປະກອບການ, ພາກເອກະຊົນ ແລະ ຊາວກະສິກອນ ຕ້ອງໄດ້ຮັບການພັດທະນາ ເພື່ອໃຫ້ເຂົ້າມາດຕະຖານສາກົນຟາມລ້ຽງສັດທີ່ດີ ເພື່ອໃຫ້ສາມາດກວດສອບຢ້ອນຫຼັງເຖິງທີ່ມາຂອງອາຫານໄດ້ ເຊິ່ງວຽກດັ່ງກ່າວແມ່ນໜ້າທີ່ຂອງພາກລັດ ກໍຄືກົມລ້ຽງສັດ ແລະ ການປະມົງ ທີ່ມີໜ້າທີ່ຄຸ້ມຄອງ, ພັດທະນາ ແລະ ຊຸກຍູ້ສົ່ງເສີມໃຫ້ເຂົ້າລະບົບການລ້ຽງສັດແບບເປັນຟາມທີ່ດີ. ສ່ວນ ບໍລິສັດ ເທຟູດ ເປັນບໍລິສັດທີ່ໄດ້ຮັບການຍອມຮັບໃນລະດັບສາກົນ ໃນການພັດທະນາ ແລະ ກວດສອບຢ້ອນຫຼັງດ້ານຄວາມປອດໄພໃນອາຫານ. ພ້ອມດຽວກັນນັ້ນ, ກໍຍັງມີໂຄງການທີ່ກ່າວມາຂ້າງເທິງນັ້ນຢູ່ເກືອບທົ່ວໂລກ.

ດັ່ງນັ້ນ, ເພື່ອໃຫ້ສາມາດຄຸ້ມຄອງ ແລະ ວາງແຜນພັດທະນາ ພ້ອມທັງຄວບຄຸມການລະບາດຂອງພະຍາດຢູ່ໃນຟາມລ້ຽງສັດ, ກົມລ້ຽງສັດ ແລະ ການປະມົງ ຈຶ່ງໄດ້ຮ່ວມກັບ ບໍລິສັດ ເທຟູດ ສາກົນ ໃນການສ້າງໂຄງການ ຫຼື ສ້າງກິດຈະກໍາການເກັບກໍາຂໍ້ມູນຟາມລ້ຽງສັດ ໂດຍຜ່ານລະບົບແອັບພລິເຄເຊິນໂທລະສັບມືຖື ເຊິ່ງຈະເປັນການລາຍງານທີ່ແນ່ນອນ ແລະ ລາຍງານຈາກຟາມໂດຍກົງ ໄດ້ທຸກເວລາທີ່ຕ້ອງການ ແລະ ຂໍ້ມູນທີ່ໄດ້ຈາກລະບົບນີ້ແມ່ນມີຄວາມປອດໄພສູງ ທັງໃນດ້ານການປ້ອງກັນການລັກລອບຂໍ້ມູນ ແລະ ປ່ຽນແປງຂໍ້ມູນ. ຈຸດປະສົງໂຄງການດັ່ງກ່າວກໍເພື່ອໃຫ້ມີຂໍ້ມູນສະຖິຕິຝູງສັດຈາກການລ້ຽງແບບເປັນຟາມ, ມີຄວາມຖືກຕ້ອງ, ວ່ອງໄວ, ຊັດເຈນ ເພືື່ອສະໜອງໃນການວາງແຜນພັດທະນາ ແນໃສ່ເຮັດໃຫ້ບັນລຸໄດ້ ການຜະລິດຊີ້ນຮັບປະກັນດ້ານສະບຽງອາຫານ, ຜະລິດເປັນສິນຄ້າທີ່ມີຄວາມປອດໄພ.

( ຂ່າວ: ເອຢິບ )