ປະຊາຊົນຮ່ວມແຮງກັນສ້າງລາຍຮັບຫຼາຍທາງ ສົມແລ້ວໂພນຜາງ ປະກາດເປັນບ້ານໃຫຍ່ພັດທະນາ

230

ຕາມເນື້ອໃນຈິດໃຈຂອງລັດຖະບານ ແມ່ນພະຍາຍາມນຳພາປະຊາຊົນສ້າງສາບັນດາກຸ່ມບ້ານໃຫ້ເຕີບໃຫຍ່ເຂັ້ມແຂງ ສາມາດເພີ່ງຕົນເອງ, ກຸ້ມຕົນເອງໄດ້. ພ້ອມນີ້, ຍັງຫັນທິດການພັດທະນາບ້ານໃຫຍ່ທີ່ພັດທະນາແລ້ວ ໃຫ້ກາຍເປັນເມືອງນ້ອຍໃນຊົນນະບົດ. ທັງນີ້, ກໍ່ເພື່ອເຮັດໃຫ້ປະຊາຊົນມີລາຍຮັບ ແລະ ຄ່ອຍໆຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ປັດຈຸບັນບ້ານໂພນຜາງ, ເມືອງ ອາດສະພັງທອງ ແຂວງ ສະຫວັນນະເຂດ ແມ່ນໄດ້ຜ່ານຂອດຂັ້ນມາດຕະຖານໝົດແລ້ວ ພວມປະກາດເປັນບ້ານໃຫຍ່ພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໃໝ່ໆໝາດໆມື້ວານນີ້ເອງ.

 

 

ພິທີປະກາດຮັບເອົາບ້ານ ໂພນຜາງ ໃຫ້ເປັນບ້ານໃຫ່ຍພັດທະນາຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ ໄດ້ຈັດຂຶ້ນໃນວັນທີ 13 ພຶດສະພາ 2019 ທີ່ຕະຫຼາດໃໝ່ຂອງບ້ານ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າ ແລະ ເປີດປ້າຍລັ່ນຄ້ອງ 09 ບາດຂອງທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ, ປະທານກວດກາພັກ – ລັດແຂວງ ສະຫວັນນະເຂດ, ມີທ່ານ ລໍາທອງ ຂອບສີລາວົງ, ເຈົ້າເມືອງ ອາດສະພັງທອງ, ມີບັນດາທ່ານເຈົ້າເມືອງ 5 ຕົວເມືອງອ້ອມຂ້າງ ພ້ອມດ້ວຍບັນດາທ່ານການນໍາອ້ອມຂ້າງແຂວງ-ເມືອງຕະຫຼອດຮອດພໍ່ແມ່ປະຊາຊົນບ້ານໂພນຜາງ ເຂົ້າຮ່ວມ.

 

 

ບ້ານໂພນຜາງ, ແມ່ນເປັນບ້ານໜຶ່ງທີ່ຂຶ້ນກັບ ເມືອງ ອາດສະພັງທອງ ມີປະຊາກອນທັງໝົດ 2.241 ຄົນ, ຍິງ 1.474 ຄົນ, ມີ 17 ໜ່ວຍ, ມີ 308 ຫຼັງຄາເຮືອນ, ມີ 340 ຄອບຄົວ. ອາຊີບຕົ້ນຕໍແມ່ນເຮັດນາເປັນອາຊີບຫຼັກ, ຄ້າຂາຍ ແລະ ປູກຝັງລ້ຽງສັດເປັນອາຊີບເສີມ.

ບ້ານດັ່ງກ່າວ, ໄດ້ຮັບການປະກາດເປັນບ້ານພັດທະນາໃນຄັ້ງວັນທີ 21 ພຶດສະພາ 2010 ໃນໄລຍະຜ່ານມາອໍານາດການປົກຄອງບ້ານ ແລະ ປະຊາຊົນແມ່ນໄດ້ສືບຕໍ່ແຜນການສ້າງບ້ານໃຫ່ຍໃຫ້ຄ້າຍຄືຕົວເມືອງນ້ອຍຢູ່ໃນຊົນນະບົດ ເຊິ່ງປະຕິບັດຕາມເງື່ອນໄຂການກໍ່ສ້າງບ້ານໃຫຍ່ໃຫ້ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດຕາມດໍາລັດ 309 /ນຍ.

 

 

ສໍາລັບການຈັດຕັ້ງປະຕິບັດໃນຊຸມປີຜ່ານມາແມ່ນອີງໃສ່ 4 ວຽກໃຫ່ຍຄື: ເອົາໃຈໃສ່ທາງດ້ານການເມືອງ – ແນວຄິດ, ສຶກສາອົບຮົມປະຊາຊົນໃຫ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກກ່ຽວກັບການສ້າງບ້ານໃຫ່ຍໃຫ້ຄືຕົວເມືອງນ້ອຍຢູ່ຊົນນະບົດ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ທາງດ້ານວຽກງານປ້ອງກັນຊາດ, ດ້ານເສດຖະກິດ ແລະ ວຽກງານວັດທະນະທໍາ – ສັງຄົມ ເຊິ່ງຖືວ່າໄດ້ຮັບການຈັດຕັ້ງປະຕິບັດໄດ້ເກືອບ 100% ຈຶ່ງສາມາດມີຄວາມພ້ອມໃນການສ້າງບ້ານໃຫຍ່ໃຫ້ຄືຕົວເມືອງນ້ອຍຢູ່ຊົນນະບົດໄດ້ ແລະ ກໍ່ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.

 

 

ໂດຍພື້ນຖານແລ້ວ ປະຊາຊົນພາຍໃນບ້ານ ແມ່ນຜະລິດເຂົ້າເປືອກເພື່ອສົ່ງອອກຂາຍຢູ່ທ້ອງຕະຫຼາດພາຍໃນເມືອງ, ຕ່າງເມືອງ, ແຂວງ ແລະ ຕ່າງແຂວງ ເຊິ່ງໃນແຕ່ລະປີແມ່ນໄດ້ສົ່ງເຂົ້າເປືອກອອກຂາຍບໍ່ຕໍ່າກວ່າ 1.129.692 ໂຕນ, ຄິດໄລ່ເປັນມູນຄ່າແມ່ນ 225,9 ລ້ານກີບ/ປີ.

 

 

ນອກນັ້ນ, ກໍ່ມີການຜະລິດປຸງແຕ່ງໄມ້ປະເພດວົງກົບ, ບານປະຕູ, ໂຕະ, ຕັ່ງ ເພື່ອສົ່ງອອກຂາຍພາຍໃນບ້ານ, ກຸ່ມບ້ານ, ເມືອງ ແລະ ຕ່າງເມືອງ ເຊິ່ງໃນປີໜຶ່ງແມ່ນສ້າງລາຍຮັບໄດ້ 22 ລ້ານກີບ/ປີ ແລະ ການຜະລິດທາງດ້ານຫັດຖະກໍາຈັກສານ, ຕໍ່າແຜ່ນພາຍໃນບ້ານແມ່ນໄດ້ມີການກໍ່ຕັ້ງກຸ່ມການຜະລິດເຊິ່ງແບ່ງອອກເປັນ 02 ກຸ່ມເຊັ່ນ: ກຸ່ມຕໍ່າຫູກ, ທໍໄໝປະເພດແພເສື້ອ, ແພຕາໂລ້, ຕໍ່າສິ້ນທໍາມະດາ – ສິ້ນໄໝ ແມ່ນມີ 25 ຄອບຄົວ, ເຊິ່ງໃນແຕ່ລະປີແມ່ນສ້າງລາຍຮັບໄດ້ເຖິງ 240 ລ້ານກີບ/ປີ ແລະ ກຸ່ມຈັກສານປະເພດຕິບເຂົ້າ, ຂ້ອງ, ກະຕ່າກະຢັງ, ຖັກຟອຍມີ 12 ຄອບຄົວໃນແຕ່ລະປີແມ່ນສ້າງລາຍຮັບໄດ້ 100 ລ້ານກວ່າກີບ/ປີ.

 

ຂໍ້ມູນ: ຫ້ອງການ ຖ.ວ.ທ ເມືອງ ອາດສະພັງທອງ