ພະແນກ ອຄ ແຂວງຜົ້ງສາລີ ຮຽນຮູ້ການຂຽນຂ່າວ ແລະ ຈັດລາຍການ

168

ໃນຕອນເຊົ້າວັນທີ 13 ພຶດສະພາ 2019 ນີ້ ທີ່ສະຖານີວິທະຍຸ – ໂທລະພາບ ແຂວງຜົ້ງສາລີ ໄດ້ເປີດຊຸດຝຶກອົບຮົມ ຄວາມຮູ້ ກ່ຽວກັບການຂຽນຂ່າວ ແລະ ຈັດລາຍການໃຫ້ວິຊາການພະແນກອຸດສາຫະກຳ – ການຄ້າ ແລະ ສະຖານີວິທະຍຸ – ໂທລະພາບ ແຂວງຜົ້ງສາລີ ຂຶ້ນຢ່າງເປັນທາງການ ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈັນ ດວງດາບຸດ ຫົວໜ້າສະຖານີວິທະຍຸ – ໂທລະພາບ ແຂວງຜົ້ງສາລີ, ມີວິທະຍາກອນຈາກສະຖານີວິທະຍຸ – ໂທລະພາບແຂວງ, ມີສຳມະນາກອນຈາກພະແນກອຸດສາຫະກຳ – ການຄ້າ ແລະ ສະຖານີວິທະຍຸ – ໂທລະພາບແຂວງຜົ້ງສາລີ ເຂົ້າຮ່ວມນຳ.

ຊຸດຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮຽນຮູ້ພື້ນຖານກ່ຽວກັບນັກຂ່າວ, ນິຍາມນັກຂ່າວ, ສິດ – ໜ້າທີ່, ຈັນຍາບັນ ແລະ ການເຄື່ອນໄຫວຂອງນັກຂ່າວ; ນິຍາມຂອງຂ່າວ, ອົງປະກອບ ແລະ ຮູບແບບ – ວິທີການຂຽນຂ່າວ, ການສຳພາດຂ່າວ, ການລົງເກັບກຳຂໍ້ມູນຕົວຈິງພາກສະໜາມ ເພື່ອຂຽນຂ່າວຕົວຈິງ. ພ້ອມນີ້, ສຳມະນາກອນຍັງຈະໄດ້ຮຽນຮູ້ການຂຽນສະຄລິບລາຍການ, ການເວົ້າໃນລາຍການ ແລະ ລົງພາກປະຕິບັດຕົວຈິງອັດລາຍການວິທະຍຸ ແລະ ອື່ນໆ.

ຊຸດຝຶກອົບຮົມຄັ້ງນີ້ຈະໄດ້ດຳເນີນໄປຈົນຮອດວັນທີ 17 ພຶດສະພາ 2019 ຈຶ່ງຈະສຳເລັດ.

[ ຂ່າວ: ສົມຄິດ ແກ້ວນວນລາ ]