ມອບ-ຮັບ ແລະ ເປີດນຳໃຊ້ນໍ້າປະປາເມືອງນາກາຍ

113

ພິທີມອບ-ຮັບ ແລະ ເປີດນຳໃຊ້ລະບົບນ້ຳປະປາ ຂອງເມືອງນາກາຍ ແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 10 ພຶດສະພາ 2019 ທີ່ເມືອງນາກາຍ ເປັນກຽດເຂົ້າຮ່ວມມີທ່ານນາງ ວິໄລຄຳ ໂພສາລາດ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ຄຳຜົງ ວົງພະຈັນ ປະທານກວດກາພັກ-ລັດແຂວງຄຳມ່ວນ, ມີຄະນະນຳຂັ້ນເມືອງ, ຕາງໜ້າຈາກກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ພະແນກການ, ບໍລິສັດຜູ້ຮັບເໝົາ, ຂະແໜງການ ກ່ຽວຂ້ອງ ແລະ ອຳນາດການປົກຄອງບ້ານເຂົ້າຮ່ວມ.

ໂຄງການກໍ່ສ້າງລະບົບນໍ້າປະປາ ຢູ່ເມືອງນາກາຍ ແຂວງຄຳມ່ວນ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດໃນວັນທີ 16 ພຶດສະພາ 2016 ແລະ ໄດ້ສຳເລັດ 100% ໃນເດືອນ ກຸມພາ 2018 ລວມໄລຍະເວລາໃນການກໍ່ສ້າງ 21 ເດືອນ ເຊິ່ງແມ່ນໂຄງການລົງທຶນດ້ວຍງົບປະມານຂອງລັດ ໂດຍແມ່ນກົມນ້ຳປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ແລະ ບໍລິສັດ ລັດວິສາຫະກິດ ນ້ຳປະປາແຂວງ ເປັນຜູ້ຈັດຕັ້ງປະຕິບັດ ໂດຍແມ່ນບໍລິສັດ ພູດປະເສິດ ກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າທັງໝົດ 10,66 ຕື້ກວ່າກີບ, ມີກຳລັງການຜະລິດ 720 ມ3 ຕໍ່ວັນ.

ບັນດາກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດປະກອບມີ: ວຽກຕິດຕັ້ງທໍ່ນ້ຳ ແລະ ອຸປະກອນທໍ່, ກໍ່ສ້າງຫໍຄອຍດູດນ້ຳ, ກໍ່ສ້າງໂຮງງານຜະລິດນ້ຳປະປາ, ອ່າງເກັບນ້ຳສະອາດ, ເຮືອນປ້ຳນ້ຳ, ອ່າງນ້ຳສູງ, ຫ້ອງການ, ວຽກນອກອາຄານ, ສະໜອງອຸປະກອນ ແລະ ຕິດຕັ້ງໄຟຟ້າ, ວຽກງານສະໜອງ ເຄື່ອງມືຮັບໃຊ້ຫ້ອງການ, ຫ້ອງທົດລອງ ແລະ ຕິດຕັ້ງນ້ຳເຂົ້າບ້ານ.

ໂຄງການດັ່ງກ່າວແມ່ນສາມາດສະໜອງນ້ຳ ກວມໃນ 3 ຄຸ້ມບ້ານຄື: ຄຸ້ມບ້ານອຸດົມສຸກ, ຄຸ້ມບ້ານໂພນພັນແປກ ແລະ ຄຸ້ມບ້ານໜອງບົວສາທິດ.

ແຫລ່ງທີ່ມາ:Khammouane News