ລາວເວີນ ວາງ 3 ນະໂຍບາຍ ຊ່ວຍເຫຼືອຜູ້ເສຍຫາຍຈາກເຫດໄຟໄໝ້

69

ເຫດໄຟໄໝ້ ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ເມື່ອວັນທີ 10 ພຶດສະພາ 2019 ຜ່ານມາ ປັດຈຸບັນບັນດາຜູ້ປະກອບການ, ແມ່ຄ້າຊາວຂາຍ ແມ່ນໄດ້ພາກັນຂົນເຄື່ອງອອກຈາກຕຶກເກົ່າໝົດແລ້ວ ດ້ານທາງ ບໍລິສັດ ລາວເວີນ ໄດ້ວາງ 3 ນະໂຍບາຍ ເພື່ອໃຫ້ການຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກແກ່ບັນດາແມ່ຄ້າຊາວຂາຍ ຄຽງຄູ່ກັບສຸມທຶນຮອນເຂົ້າໃນການສ້ອມແປງປັບປຸງຕຶກເກົ່າ ເພື່ອບໍ່ໃຫ້ກະທົບງານທີ່ມີແຜນຈະຈັດໃນເດືອນມິຖຸນາທີ່ຈະມາເຖິງນີ້.

ທ່ານ ສີບຸນທຳ ສີບຸນມີ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ ໄດ້ໃຫ້ສຳພາດ ວ່າ: ປັດຈຸບັນບັນດາຜູ້ປະກອບການ, ແມ່ຄ້າຊາວຂາຍ ແມ່ນກຳລັງຂຸ້ນຂ້ຽວຂົນເຄື່ອງຂອງຕົນເອງອອກຈາກຕຶກໄອເຕັກເກົ່າ ຄາດວ່າຈະສຳເລັດໃນຕອນແລງຂອງວັນທີ 13 ພຶດສະພານີ້, ຕໍ່ກັບການໃຫ້ການຊ່ວຍເຫຼືອບັນດາແມ່ຄ້າຊາວຂາຍ ທາງບໍລິສັດ ລາວເວີນ ພວກເຮົາກໍໃຫ້ການຊ່ວຍເຫຼືອຢ່າງເຕັມທີ່ ເປັນຕົ້ນການສະໜອງລົດຊ່ວຍແກ່ເຄື່ອງໃຫ້ບັນດາແມ່ຄ້າຂົນຍ້າຍເຄື່ອງຂອງຈາກໄອເຕັກຕຶກເກົ່າມາຫາໄອເຕັກມໍ ( ຕຶກໃໝ່ ) ພ້ອມທັງຊ່ວຍເຫຼືອຜູ້ປະກອບການທີ່ນໍາສິນຄ້າມາວາງສະແດງໃນງານວາງສະແດງ ຜະລິດຕະພັນລາວ Made In Laos ລວມມີ 3 ນະໂຍບາຍ ຄື: 1. ຊ່ວຍເປີດສະຖານທີ່ໃນຕຶກໃໝ່ໃຫ້ບັນດາຜູ້ປະກອບການສາມາດນຳສິນຄ້າທີ່ຍ້າຍອອກຈາກຕຶກເກົ່າໄປວາງຈຳໜ່າຍຈົນຮອດວັນທີ 22 ພຶດສະພາ 2019 ນີ້; 2. ມີນະໂຍບາຍໃຫ້ແມ່ຄ້າທີ່ມາວາງສະແດງສິນຄ້າຂາຍຢູ່ຕຶກໃໝ່ ໄດ້ຈ່າຍພຽງ 50%; 3. ຮ້ານໃດ ຫຼື ຜູ້ປະກອບການທ່ານໃດທີ່ຢູ່ຕ່າງແຂວງ ຫຼື ພາຍໃນນະຄອນຫຼວງວຽງຈັນ ທີ່ນໍາສິນຄ້າມາຈຳໜ່າຍໃນງານວາງສະແດງຜະລິດຕະພັນລາວ Made In Laos ຖ້າຈະຝາກເຄື່ອງຂອງຕ່າງໆ ຈົນກວ່າ ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ຈະສ້ອມແປງແລ້ວເປີດໃຫ້ບໍລິການ ແລ້ວເປີດງານວາງສະແດງຜະລິດຕະພັນລາວ Made In Laos ອີກຄັ້ງ ນັ້ນແມ່ນພວກເຮົາກໍມີສາງຮັບຝາກ ພ້ອມມີພະນັກງານເບິ່ງແຍງໃຫ້ໂດຍບໍ່ເສຍຄ່າໃຊ້ຈ່າຍ.

ທ່ານກ່າວຕື່ມວ່າ: ສຳລັບເຫດການໄຟໄໝ້ ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ນີ້ແມ່ນສ້າງຄວາມເສຍຫາຍຫຼາຍພໍສົມຄວນ ທັງຕຶກ ແລະ ທັງເຄື່ອງຂອງຮ້ານຄ້າ ແຕ່ໂຊກດີທີ່ບໍ່ໄດ້ເສຍຫາຍຈົນໝົດກ້ຽງ ເພາະຈຳນວນຮ້ານ 380 ກວ່າຮ້ານ ແມ່ນເສຍຫາຍ 24 ຮ້ານ. ເຖິງຢ່າງໃດກໍຕາມ, ພວກເຮົາຈະພະຍາຍາມສູ້ຊົນສ້ອມແປງໃຫ້ສຳເລັດ ໂດຍປັດຈຸບັນກຳລັງປະມູນບໍລິສັດທີ່ຈະເຂົ້າມາສ້ອມແປງ ແລະ ບໍລິສັດອະນາໄມ ແມ່ນຈະຈ້າງມາແຕ່ປະເທດໃກ້ຄຽງ ເພາະຕ້ອງອະນາໄມໜັກບໍ່ໃຫ້ມີກິ່ນຂິວໄຟໄໝ້ເຫຼືອຢູ່. ສະເພາະລູກຄ້າທີ່ຈອງກຽມຈັດງານຕ່າງໆພາຍໃນເດືອນ 5 ແມ່ນໃຫ້ເພິ່ນຕິດຕໍ່ກັບມາວ່າຈະຈັດຕໍ່ບໍ່ ຫາກຈັດພວກເຮົາກໍມີພື້ນທີ່ໃນໄອເຕັກມໍເພື່ອຮອງຮັບ ແຕ່ລາຄາອາດຈະແພງກວ່າເລັກໜ້ອຍ ເນື່ອງຈາກວ່າລະບົບສາຍໄຟ, ລະບົບແອທັງຊັ້ນດັ່ງກ່າວແມ່ນເປັນລະບົບດຽວກັນ. ສະນັ້ນ, ເປີດໃຊ້ບໍລິການຫ້ອງໜຶ່ງ ແຕ່ລະບົບແອຕ້ອງເປີດທັງຊັ້ນເລີຍ.

ສ່ວນລູກຄ້າທີ່ມາຈອງຈັດງານຕ່າງໆໃນເດືອນ 6 ແມ່ນພວກເຮົາຈະພະຍາຍາມສ້ອມແປງຕຶກໄອເຕັກເກົ່າໃຫ້ສຳເລັດໂດຍໄວ ເພື່ອຕອບສະໜອງງານດັ່ງກ່າວໃຫ້ທັນ.

ທ່ານໃຫ້ຮູ້ຕື່ມວ່າ: ດ້ານມູນຄ່າ ຄວາມເສຍຫາຍຂອງບັນດາຮ້ານຄ້າ 24 ຮ້ານ ຄາດວ່າພາຍໃນມື້ນີ້ຈະສາມາດສະຫຼຸບໄດ້, ສ່ວນມູນຄ່າເສຍຫາຍທັງໝົດລວມທັງຕຶກໄອເຕັກ ແລະ ສາເຫດນັ້ນ ແມ່ນກຳລັງປະເມີນ ເພາະບໍລິສັດປະກັນໄພຢູ່ປະເທດໄທ ກຳລັງເອົາຫຼັກຖານໄປວິໄຈຢູ່ ຄາດວ່າອີກບໍ່ດົນກໍໜ້າຈະຮູ້ສາເຫດ ແລະ ລາຍລະອຽດທີ່ແທ້ຈິງ.

( ຂ່າວ: ຄຳນ້ອຍ )