ວຽກຟື້ນຟູພື້ນຖານໂຄງລ່າງຢູ່ເມືອງສະໜາມໄຊ ຄືບໜ້າ 10%

161

ການຟື້ນຟູພື້ນຖານໂຄງລ່າງດ້ານ ຍທຂ ຢູ່ເຂດເມືອງສະໜາມໄຊ ແຂວງອັດຕະປື ມີຄວາມຄືບໜ້າ 10%, ຮອງລັດຖະມົນຕີ ຢໍ້າວ່າເຂົ້າລະດູຝົນປີນີ້ໃຫ້ສາມາດຄົມມະນາຄົມໄດ້ຢ່າງສະດວກ ທັງຊີ້ນຳໃຫ້ຮີບຮ້ອນເອົາໃຈໃສ່ປັກຫຼັກໝາຍເຂດແດນດິນປຸກສ້າງໃຫ້ສຳເລັດໂດຍໄວ.

ເມື່ອບໍ່ດົນມານີ້ ທ່ານ ນາງ ວິໄລຄໍາ   ໂພສາລາດ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ), ຫົວໜ້າໜ່ວຍງານປະເມີນຜົນ ແລະ ຟື້ນຟູຂັ້ນສູນກາງ ພ້ອມຄະນະໄດ້ລົງຕິດຕາມຊຸກຍູ້ການຟື້ນຟູພື້ນຖານໂຄງລ່າງດ້ານ ຍທຂ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄູກັນນໍ້າເຂື່ອນເຊປຽນ – ເຊນ້ຳນ້ອຍແຕກ ຢູ່ເມືອງສະໜາມໄຊ.

ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ – ຟື້ນຟູພື້ນຖານໂຄງລ່າງວຽກງານຂົວທາງ, ເຄຫາ – ຜັງເມືອງ ແລະ ນໍ້າປະປາ ສຳລັບແກ້ໄຂໄພພິບັດທີ່ເລັ່ງດ່ວນຢູ່ເມືອງສະໜາມໄຊ ແຂວງອັດຕະປື ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 448/ຫສນຍ ລົງວັນທີ 13/3/2019 ເຊິ່ງເລີ່ມຈັດຕັ້ງປະຕິບັດໂຄງການແຕ່ວັນທີ 23 ເມສາ 2019 ຫາ ວັນທີ 5 ພຶດສະພາ 2019 ມີຄວາມຄືບໜ້າຕາມແຜນການ ເຊັ່ນ: ການສ້ອມແປງຟື້ນຟູເສັ້ນທາງຫຼວງແຫ່ງຊາດ 18A ຈາກເທສະບານແຂວງອັດຕະປື ຫາ ເມືອງສະໜາມໄຊ ລວມທັງໝົດ 47,5 ກິໂລແມັດ, ໜ້າທາງກວ້າງ 6 ແມັດ; ສ້ອມແປງຟື້ນຟູທາງຫຼວງທ້ອງຖິ່ນ ຈໍານວນ 2 ເສັ້ນ: ທາງເບີ 9041 ແລະ ທາງເບີ 9004 ມີລວງຍາວທັງໝົດ 56,8 ກິໂລແມັດ, ໜ້າທາງກວ້າງ 5 ແມັດ; ໂຄງການກໍ່ສ້າງເສັ້ນທາງດິນແດງຕັດຕາຜ້າຢູ່ 4 ຈຸດ: ຈຸດປີນດົງ 6,73 ກິໂລແມັດ, ຈຸດຕາມໍຢອດ 8,54 ກິໂລແມັດ, ຈຸດດອນບົກ 13,1 ກິໂລແມັດ ແລະ ຈຸດດົງບາກ 19,27 ກິໂລແມັດ; ໂຄງການຖົມແຮ່ຊາຍ, ກໍ່ສ້າງຮອງລະບາຍນໍ້າ ແລະ ອ່າງບໍາບັດນໍ້າເປື້ອນຢູ່ຈຸດພັກຊົ່ວຄາວ 4 ຈຸດ: ດອນບົກ, ຕາມໍຢອດ, ປີນດົງ ແລະ ດົງບາກ ເນື້ອທີ່ 16,70 ເຮັກຕາ ລວມມູນຄ່າທັງໝົດ 56,9 ຕື້ກີບ, ມີຄວາມຄືບໜ້າສະເລ່ຍປະມານ 10%.

ນອກຈາກນັ້ນ, ກໍໄດ້ເປີດກອງປະຊຸມປຶກສາຫາລືກ່ຽວກັບວຽກງານດັ່ງກ່າວ ໂດຍມີທ່ານຮອງເຈົ້າແຂວງອັດຕະປື ຫົວໜ້າໜ່ວຍງານຟື້ນຟູພື້ນຖານໂຄງລ່າງ ແລະ ຈັດສັນອາຊີບຂັ້ນແຂວງ, ຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ, ກອງປະຊຸມໄດ້ຕົກລົງເອກະພາບກັນ ເນັ້ນໜັກໃຫ້ເອົາໃຈໃສ່ການປະສານງານ ແລະ ເຮັດວຽກລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມກົມກຽວກັນ, ວ່ອງໄວທັນການ, ມີຄວາມເອກະພາບ, ເຮັດວຽກຢ່າງມີແຜນການ, ມີຈຸດສຸມ, ມີການຕິດຕາມກວດກາປະເມີນຜົນເປັນແຕ່ລະໄລຍະ, ການຈັດຕັ້ງປະຕິບັດໂຄງການຕ້ອງເຂັ້ມງວດຕາມມາດຕະຖານເຕັກນິກກຳນົດ, ຮັບປະກັນດ້ານຄຸນນະພາບ ໂດຍສະເພາະວຽກງານຂົວ – ທາງ ຕ້ອງຮັບປະກັນໃຫ້ການຄົມມະນາຄົມຂົນສົ່ງໃນໄລຍະລະດູຝົນປີນີ້ໄປ – ມາໂລ່ງລຽນ; ໃຫ້ຄະນະວິຊາການຈາກສູນກາງ ແລະ ທ້ອງຖິ່ນ ຮ່ວມກັນຄົ້ນຄວ້າຮັບຮອງເອົາແບບເຮືອນຢູ່ຖາວອນຂອງປະຊາຊົນ, ຫົວໜ່ວຍລາຄາກາງ ເພື່ອຄວາມເປັນເອກະພາບກັນ ຕາມມາດຕະຖານເຕັກນິກກຳນົດ ແລ້ວນໍາສະເໜີຂັ້ນເທິງພິຈາລະນາອະນຸມັດເປີດການປະມູນຄັດເລືອກເອົາບໍລິສັດຜູ້ຮັບເໝົາຕາມຂັ້ນຕອນລະບຽບການ ແລະ ກົດໝາຍກ່ຽວຂ້ອງກຳນົດ ເພື່ອໃຫ້ມີ ຄວາມໂປ່ງໃສ, ສາມາດກວດສອບໄດ້; ໃຫ້ສືບຕໍ່ຄົ້ນຄວ້າສຳຫຼວດອອກແບບລະບົບນໍ້າປະປາ ຕາມຂັ້ນຕອນດ້ານເຕັກນິກວິຊາການ ໃຫ້ມີຄວາມຖືກຕ້ອງເໝາະສົມກັບທີ່ຕັ້ງຂອງແຕ່ລະຈຸດທີ່ພັກຖາວອນຂອງປະຊາຊົນ ເພື່ອນຳໃຊ້ໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍົງ ແລ້ວນຳສະເໜີຂັ້ນເທິງພິຈາລະນາຮັບຮອງເອົາ; ໃຫ້ຄະນະຮັບຜິດຊອບຈັດສັນແບ່ງດິນໃຫ້ປະຊາຊົນ ຮີບຮ້ອນເອົາໃຈໃສ່ປັກຫຼັກໝາຍເຂດແດນດິນປຸກສ້າງໃຫ້ປະຊາຊົນໃຫ້ສຳເລັດໂດຍໄວ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໄປພັດທະນາ.