ສະຖານທູດຈີນ ມອບອຸປະກອນໃຫ້ແກ່ຫໍສະໝຸດແຫ່ງຊາດ

102

ສະຖານທູດຈີນມອບເຄື່ອງຄອມພິວເຕີ ຈຳນວນ 30 ໜ່ວຍ, ໂທລະພາບ, ເຄື່ອງປຣິນເຕີ, ໜ້າຈໍ LED, ຫູຟັງ ແລະ ອື່ນໆ ລວມມູນຄ່າທັງໝົດ 195 ລ້ານກີບ ໃຫ້ຫໍສະໝຸດແຫ່ງຊາດ.

ພິທີມອບ – ຮັບໄດ້ມີຂຶ້ນໃນວັນທີ 13 ພຶດສະພາ 2019 ທີ່ຫໍສະໝຸດແຫ່ງ  ຊາດ ໂດຍການເຂົ້າຮ່ວມເປັນສັກ ຂີພິຍານຂອງ ທ່ານ ນາງ ແພງຈັນ ແພງເມືອງ ຫົວໜ້າກົມແຜນການ – ການເງິນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ), ທ່ານ ນາງ ກ່າວຫຼິນ ຜູ້ຕາງໜ້າສະຖານທູດຈີນ ປະຈຳລາວ, ຕາງໜ້າມອບໂດຍ ທ່ານ ນາງ ຕິ່ງຊີ່ງ ຜູ້ອຳນວຍການສູນວັດທະນະທຳຈີນ ປະຈຳລາວ ແລະ ຮັບໂດຍ ທ່ານ ນາງ ຂັນທະມາລີ ຍັງນຸວົງ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ.

ທ່ານ ນາງ ຕິ່ງຊີ່ງ ກ່າວວ່າ: ປີ 2019 ແມ່ນປີທ່ອງທ່ຽວ ລາວ – ຈີນ ແລະ ກໍແມ່ນການສ້າງຄູ່ຮ່ວມມືຍຸດທະສາດລາວ – ຈີນ ຄົບຮອບ 10 ປີ. ກອງປະຊຸມ “ ໜຶ່ງແລວໜຶ່ງເສັ້ນທາງ ” ຄັ້ງທີ 2 ຜ່ານມາ, ສອງຜູ້ນຳ ລາວ – ຈີນ ໄດ້ຮ່ວມລົງນາມແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ – ຈີນ. ການມອບເຄື່ອງອຸປະກອນໃນຄັ້ງນີ້ແມ່ນເພື່ອປະຕິບັດຕາມແຜນແມ່ບົດດັ່ງກ່າວ ທັງເປັນການສະແດງໃຫ້ເຫັນຄວາມຮັກແພງອັນເລິກເຊິ່ງຂອງປະຊາຊົນຈີນ ຕໍ່ປະຊາຊົນລາວ ເພື່ອຊຸກຍູ້ການຮຽນຮູ້ ແລະ ແລກປ່ຽນວັດທະນະທຳສັງຄົມ, ສ້າງພື້ນຖານວັດທະນະທຳສັງຄົມໃນການພັດທະນາສາຍພົວພັນສອງປະເທດໃຫ້ແໜ້ນແຟ້ນ ພ້ອມທັງຊ່ວຍປັບປຸງເງື່ອນໄຂຫ້ອງການ ແລະ ສ້າງຄວາມສະດວກສະບາຍໃນການບໍລິການທາງດ້ານການອ່ານ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ປຶ້ມແມ່ນຂັ້ນໄດທີ່ພາໃຫ້ມວນມະນຸດກ້າວໜ້າ ຫໍສະໝຸດເປັນຂຸມຊັບແຫ່ງຄວາມຮູ້, ມີບົດບາດສຳຄັນໃນການປຸກລະດົມສັງຄົມໃຫ້ກ້າວໜ້າ.

ທ່ານ ນາງ ຂັນທະມາລີ ຍັງນຸວົງ ກ່າວວ່າ: ອຸປະກອນດັ່ງກ່າວມີຄວາມສຳຄັນຕໍ່ຫໍສະໝຸດແຫ່ງຊາດ ທີ່ໄດ້ປະກອບສ່ວນຕາມແນວທາງນະໂຍບາຍຂອງພັກ – ລັດ ໃນການພັດທະນາບຸກຄະລາກອນ ກໍຄືການພັດທະນາປະເທດຊາດໃຫ້ມີຄວາມກ້າວໜ້າສີວິໄລເປັນກ້າວໆ ທາງດ້ານວິຊາການເພື່ອສ້າງບຸກຄະລາກອນໃຫ້ມີຄວາມຮູ້, ຄວາມສາມາດ ເພື່ອພັດທະນາຕົນເອງ ແລະ ປະເທດຊາດ. ຫໍສະໝຸດເປັນສະຖານທີ່ໜຶ່ງທີ່ີມີຄວາມສຳຄັນໃນການສຶກສາຄົ້ນຄວ້າ, ອຸປະກອນທີ່ສະຖານທູດຈີນ ມອບໃຫ້ຄັ້ງນີ້ປຽບດັ່ງການມອບແສງສະຫວ່າງໃຫ້ຕອນຟ້າມືດ, ທີ່ຈະຊ່ວຍແກ້ໄຂບັນຫາການຂາດອຸປະກອນບໍລິການການອ່ານແບບເອເລັກໂຕຣນິກ ແລະ ເຄື່ອງໃຊ້ຫ້ອງການຕ່າງໆ ເຊິ່ງຫໍສະໝຸດຈະໃຊ້ງານເຄື່ອງອຸປະກອນເຫຼົ່ານີ້ໃຫ້ມີຜົນປະໂຫຍດຕໍ່ວຽກງານຂອງຫໍສະໝຸດໃຫ້ຫຼາຍທີ່ສຸດ.

[ ຂ່າວ: ກາວຊົ່ງ ]