ສະຫວັນນະເຂດ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 400 ກວ່າກໍລະນີ

58

ໃນປີ 2019 ແຂວງສະຫວັນນະເຂດ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 400 ກວ່າກໍລະນີ ເສຍຊີວິດແລ້ວ 3 ຄົນ. ໃນນີ້, ເມືອງອາດສະພອນ ມີຜູ້ຕິດເຊື້ອ 100 ກວ່າຄົນ; ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່ ຊີ້ພະຍາດດັ່ງກ່າວມີຄວາມຮຸນແຮງກວ່າເມື່ອກ່ອນ ຫາກສົງໄສຕິດເຊື້ອໃຫ້ຟ້າວໄປໂຮງໝໍ.

ທ່ານ ດຣ. ສີສຸມາ ພຸດທະວົງສາ ຮອງຫົວໜ້າຂະແໜງຄວບຄຸມພະຍາດຕິດຕໍ່, ພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ໄດ້ໃຫ້ສຳພາດກັບນັກຂ່າວທ້ອງຖິ່ນ; ໃນປີ 2019 ນີ້ ແຂວງສະຫວັນນະເຂດ ພວກເຮົາແມ່ນເກີດມີການລະບາດຂອງພະຍາດໄຂ້ຍຸງ ຫຼື ໄຂ້ເລືອດອອກ ເຊິ່ງເລີ່ມແຕ່ເດືອນມັງກອນເປັນຕົ້ນມາ ແລະ ລະບາດໜັກໃນໄລຍະເດືອນມີນາ ຫາ ເດືອນເມສາ ເຊິ່ງມາຮອດປັດຈຸບັນພົບຜູ້ຕິດເຊື້ອພະຍາດດັ່ງກ່າວ ຈຳນວນ 417 ຄົນ, ເສຍຊີວິດ 3 ຄົນ ( ກວມເອົາ 114 ບ້ານ ໃນທົ່ວແຂວງ ). ໃນນີ້, ເມືອງທີ່ມີຄົນເຈັບຫຼາຍທີ່ສຸດແມ່ນເມືອງອາດສະພອນ ມີຈຳນວນຄົນເປັນພະຍາດໄຂ້ຍຸງ ທັງໝົດ 130 ຄົນ, ເສຍຊີວິດ 3 ຄົນ ( ບ້ານນາເດື່ອ 1 ຄົນ, ບ້ານດົງທະດາ 2 ຄົນ ) ແລະ ເມືອງທີ່ບໍ່ມີການແຜ່ລະບາດຂອງພະຍາດໄຂ້ຍຸງລາຍແມ່ນເມືອງນອງ.

ຕໍ່ສະພາບການດັ່ງກ່າວ, ທາງຂະແໜງຄວບຄຸມພະຍາດຕິດຕໍ່ຂອງພວກເຮົາກໍບໍ່ໄດ້ນິ້ງນອນໃຈ ໄດ້ລົງຕິດຕາມ ແລະ ຈັດຕັ້ງປະຕິບັດເຜີຍແຜ່ມາດຕະການປ້ອງກັນພະຍາດໄຂ້ຍຸງໃຫ້ແກ່ປະຊາຊົນ ໂດຍໄດ້ເນັ້ນໜັກໃຫ້ປະຊາຊົນໃນແຕ່ລະບ້ານປະຕິບັດ 5 ປ ຄື: ປິດຝາພາຊະນະທີ່ໃຊ້ເກັບນໍ້າພາຍໃນເຮືອນຂອງຕົນ, ປ່ຽນນໍ້າ ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້ເຢັນ ແລະ ອື່ນໆ, ປ່ອຍປາຫາງນົກຍຸງເພື່ອກິນໜອນນໍ້າ, ປັບປຸງບໍ່ໃຫ້ມີນໍ້າຂັງທໍາລາຍກະໂປະ – ກະປ໋ອງ, ປະຕິບັດເປັນປະຈໍາທຸກໆອາທິດ.

ພ້ອມນີ້, ທ່ານ ດຣ. ສີສຸມາ ພຸດທະວົງສາ ຍັງໄດ້ກ່າວຕື່ມອີກວ່າ: ເຊື້ອພະຍາດໄຂ້ຍຸງໃນປັດຈຸບັນນີ້ ແມ່ນມີຄວາມຮຸນແຮງຂຶ້ນກວ່າເມື່ອກ່ອນ ແລະ ມີອາການຄ້າຍຄືກັນກັບພະຍາດຖອກທ້ອງ ເພາະຈະມີອາການເຈັບທ້ອງ, ຖ່າຍທ້ອງ, ປວດຮາກ, ມີໄຂ້ສູງ, ມີຜື່ນແດງ, ເຫື່ອອອກ. ດັ່ງນັ້ນ, ຈຶ່ງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຖ້າຫາກມີອາການຄ້າຍຄືທີ່ກ່າວມານີ້ ແມ່ນບໍ່ໃຫ້ປິ່ນປົວ ຫຼື ກິນຢາຢູ່ເຮືອນຂອງຕົວເອງ ເພາະຖ້າກິນຢາຜິດອາດຈະສົ່ງຜົນໃຫ້ເຊື້ອພະຍາດໃນຮ່າງກາຍແຜ່ກະຈາຍໄດ້ໄວ ໂດຍໃຫ້ຮີບຟ້າວໄປພົບແພດໝໍຢູ່ໂຮງໝໍ ຫຼື ສຸກສາລາ ທີ່ໃກ້ທີ່ສຸດຈະດີກວ່າ.