ສາວເປ້ ເຮັດແຮັດທຣິກ 2 ນັດລວດ ຊ່ວຍສາວລາວ ຢູ 15 ຖະຫຼົ່ມສິງກະໂປ ໄປແບບບໍ່ເຫັນຝຸ່ນ

114

ຟອມຮ້ອນແຮງຕໍ່ເນື່ອງສໍາລັບ ເປ້ ພົມພັກດີ ກອງໜ້າອະນາຄົດໄກຂອງ ທີມຊາດຍິງລາວ. ຫຼ້າສຸດ, ເຮັດແຮັດທຣິກ ( ຍິງ 3 ປະຕູ ) ໄດ້ອີກແລ້ວພາທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຖະຫຼົ່ມ ສິງກະໂປ ໄປແບບບໍ່ເຫັນຝຸ່ນ 7 – 0 ປະຕູ ໃນການແຂ່ງຂັນເຕະບານຍິງຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2019 ( AFF U15 GIRLS’ CHAMPIONSHIP 2019 ) ທີ່ຈັງຫວັດຊົນບຸຣີ ປະເທດໄທ ເມື່ອວັນທີ 13 ພຶດສະພາທີ່ຜ່ານມາ.

ທີມຊາດລາວ ລົງສະໜາມນັດທີ 2 ພົບກັບ ທີມຊາດສິງກະໂປ ປາກົດວ່າ ທີມຊາດລາວ ສາມາດເອົາຊະນະ ທີມຊາດສິງກະໂປ ໄປສະບາຍ 7 – 0 ຈາກການເຮັດແຮັດທຣິກ ( ຍິງ 3 ປະຕູໃນນັດດຽວ ) ຂອງ ເປ້ ພົມພັກດີ ນາທີ 16, 21 ກັບ 25; ອີກ 4 ປະຕູໄດ້ຈາກ ໃຈຄຳ 2 ປະຕູ ນາທີ 56 ກັບ 67, ສຸພາພອນ ໄຊສຸລະ ນາທີ 5 ແລະ ຈິນດາ ສີຫາລາດ ນາທີ 60.

ຈາກໄຊຊະນະດັ່ງກ່າວເຮັດໃຫ້ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ເກັບເພີ່ມເປັນ 6 ຄະແນນ ຫຼັງຈາກລົງສະໜາມ 2 ນັດ ຊະນະ 2 ນັດ ຢຶດທີມນໍາຕາຕະລາງຄະແນນ ໂດຍມີຄະແນນເທົ່າກັບເຈົ້າພາບໄທ ທີ່ຊະນະ 2 ນັດລວດ, ແຕ່ທີມຊາດລາວ ມີປະຕູໄດ້ເສຍດີກວ່າ.

ນອກຈາກນັ້ນ, ການທີ່ ເປ້ ເຮັດແຮັດທຣິກໄດ້ໃນນັດນີ້ຍັງເປັນຄັ້ງທີ 2 ຕິດຕໍ່ກັນຂອງລາຍການນີ້ ເພາະໃນນັດທໍາອິດ ເປ້ ສະແດງຟອມເກັ່ງຍິງໃສ່ ທີມຊາດມາເລເຊຍ 3 ປະຕູ ນາທີ 21, 30 ກັບ 35 ແລະ 1 ປະຕູ ຈາກ ຈິນດາ ສີຫາລາດ ນາທີ 38 ຊ່ວຍໃຫ້ ທີມຊາດຍິງລາວ ຖະຫຼົ່ມ ມາເລເຊຍ 4 – 0 ໃນນັດທໍາອິດ.

ສໍາລັບທີມຊາດຍິງລາວ ຢູ 15 ຈະລົງສະໜາມນັດທີ 3 ພົບກັບ ທີມຊາດກຳປູເຈຍ ໃນວັນທີ 15 ພຶດສະພາ 2019 ເວລາ 15:00 ໂມງ ຖ້າຊະນະເຂົ້າຮອບທັນທີ ແລະ ນັດສຸດທ້າຍ ໃນວັນທີ 17 ພຶດສະພາ 2019 ເວລາ 18:00 ໂມງ ພົບກັບ ທີມຊາດໄທ ໂດຍທຸກໆນັດທີ່ທີມຊາດລາວ ລົງສະໜາມແມ່ນຈະແຂ່ງຂັນຢູ່ສະໜາມ Institute of Physical Education Chonburi Campus Stadium 1.

ການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2019 ຢູ່ຈັງຫວັດຊົນບຸຣີ ປະເທດໄທ ຈັດຂຶ້ນລະຫວ່າງວັນທີ 7 – 22 ພຶດສະພາ 2019 ໂດຍມີ 9 ປະເທດເຂົ້າຮ່ວມແຂ່ງຂັນ ແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ ເອ ປະກອບມີ: ມຽນມາ, ສສ ຫວຽດນາມ, ຟີລິບປິນ ແລະ ຕີມໍເລັສເຕ ແລະ ກຸ່ມ ບີ ປະກອບມີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.

( ຄໍາສອນ,  ຮູບຈາກ: ສຕລ )