ສົມໂພດພະເຈົ້າໃຫຍ່ທີ່ວັດສິນໄຊຍະຣາມ ບ້ານໂນນຫີນແຮ່ທ້າຍອາທິດນີ້

121

ມີຂ່າວດີມາບອກສາຍບຸນ ໃນວັນວິສາຂະບູຊາ ປະຈໍາປີ ພ.ສ 2562 ທີ່ຈະມາເຖິງນີ້ ຮ່ວມສ້າງບຸນກຸສົນນໍາກັນອີກໜຶ່ງສະຖານທີ່ສັກກະລະບູຊາຂອງຊາວເມືອງ ເຟືອງ ໃນວັນທີ 16-19 ພຶດສະພາ 2019 ຂໍເຊີນຮ່ວມບຸນສົມໂພດພະເຈົ້າໃຫຍ່ ທີ່ວັດສິນໄຊຍະຣາມ ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ.

 

ເຈົ້າອະທິການ ວັດສິນໄຊຍາຣາມ ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ ພ້ອມທັງຄະນະພຣະສົງອີກ 6 ຮູບໄດ້ເຫັນດີເປັນເອກະພາບກັນ ຈັດພິທີສະເຫຼີມສະຫຼອງ ສົມໂພດພຣະເຈົ້າໃຫຍ່ ປັກເຈກພຸດທະສັກະຍະມະຫາ ມຸນີ, ພຣະອົງແກ້ວ ແລະ ພິທີເຖຣາພິເສກ (ກອງທົດ) ຍາທ່ານໃຫຍ່ ພຣົມມະຈັນ ຈັນທະວະໂຣ ລາຍລະອຽດດັ່ງນີ້:

 

 

ວັນພະຫັດ ວັນທີ 16 ພຶດສະພາ 2019 ກົງກັບມື້ຂຶ້ນ 13 ຄໍ່າ ເດືອນ 6 ພ.ສ 2562 ເປັນມື້ຫ້າງຫາກະກຽມ ແລະ ຕັ້ງບຸນ, ເວລາ 15:33 ອັງເຊີນພຣະບໍຣົມສາຣິກະທາດ ແລະ ເຄື່ອງມຸງຄຸນຂຶ້ນເກດພຣະເຈົ້າໃຫຍ່.
 

ວັນເສົາ ວັນທີ 18 ພຶດສະພາ 2019 ກົງກັບຂຶ້ນ 15 ຄໍ່າ ເດືອນ 6 ພ.ສ 2562, ເວລາ 07:30 ເປັນມື້ໃສ່ບາດເນື່ອງໃນວັນວິສາຂະບູຊາ (ວັນທີ່ພຣະພຸດທະເຈົ້າປະສູດ, ຕັດສະຮູ, ປະຣິນິພານ), ເວລາ 18:30 ສູດປະຣິຕະມຸງຄຸນ ແລະ ສູດສະເຫຼີມສະຫຼອງ, ສົມໂພດພຣະໝົດຄືນ ເພື່ອບູຊາວັນວິສາຂະບູຊາ.

 

 

ວັນອາທິດ ວັນທີ 19 ພຶດສະພາ 2019 ກົງກັບແຮມ 01 ຄໍ່າ ເດືອນ 6 ພ.ສ 2562 ເວລາ 13:13 ຈະໄດ້ເຖຮະເສກ (ກອງທົດ).

 

ສໍາລັບໃຜທີ່ມີແຜນໄປເຮັດບຸນໃນວັນດັ່ງກ່າວ ສາມາດໄປທີ່ ວັດສິນໄຊຍະຣາມ ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງ ວຽງຈັນ ໄດ້ເພື່ອໄປຊົມຄວາມງາມ ທໍາມະຊາດ ອາກາດທີ່ບໍລິສຸດກຳໄລສອງຕໍ່!!!
 

ວັນວິສາຂະບູຊາ ເປັນວັນບຸນໜຶ່ງທີ່ຢູ່ໃນຮີດ 12 ຄອງ 14 ຂຶ້ນກັບວັນເພັງ 15 ຄໍ່າ ເດືອນ 6 ລາວ ທີ່ຊາວພຸດທະສາສະນິກະຊົນປະຕິບັດກັນມາຕັ້ງແຕ່ບູຮານນະການ ວັນວິສາຂະບູຊາ ໝາຍເຖິງ ການບູຊາໃນວັນເພັງ ເດືອນ 6 ພຣະຈັນເຕັມດວງ ເປັນວັນທີ່ສຳຄັນທີ່ສຸດ ໃນທາງພຣະພຸດທະສາສະໜາ ເພາະເປັນວັນເຫດການອັນສຳຄັນອັດສະຈັນ ທີ່ກ່ຽວກັບອົງພຣະສັມມາ ສັມພຸດທະເຈົ້າ ຜູ້ເປັນເຈົ້າຂອງພຣະພຸດທະສາສະນາ ຄື ວັນຄ້າຍວັນປະສູດອອກຈາກພຣະຄັນ (ວັນເກີດ), ວັນຕັດສະຮູ້ພຣະສັມມາສັມໂພທິຍານ (ວັນປະສົບຜົນສຳເລັດສູງສຸດ) ແລະ ວັນສະເດັດດັບຂັນທະປະຣິນິບພານ (ວັນຈາກໄປ) ເປັນວັນດຽວກັນຢ່າງໜ້າອັດສະຈັນສຸດ ຄື ວັນເພັງ ເດືອນ 6 ຊາວ ພຸດທະສາສະນິກະຊົນທັງຫຼາຍ ຈຶ່ງຄວນສະເຫຼີມສະຫຼອງ ໂດຍການບູຊາ ທັງອາມິດ ເຂົ້າຕອກດອກໄມ້ ແລະ ການປະຕິບັດບູຊາ ເຊິ່ງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ ເຊິ່ງປີນີ້ ວັນວິສາຂະບູຊາ ໄດ້ ໝູນວຽນມາອີກຄົບ ຮອບ 2562 ປີ ແຫ່ງການຈາກໄປຂອງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ.