ໝາກໄມ້ 8 ຊະນິດ ຊ່ວຍໃຫ້ຜິວພັນສວຍງາມ ຫຼຸດບັນຫາການເກີດສິວ

143

ມື້ນີ້ມາເອົາໃຈໜຸ່ມສາວໆຜູ້ທີ່ມີບັນຫາກ່ຽວກັບສິວ, ໜ້າມັນ, ຜິວແຫ້ງ ມີຈຸດດ່າງດໍາ, ຜິວໝອງຄໍ້າ ໂດຍສະເພາະຊ່ວງເປັນບ່າວ ເປັນສາວຂຶ້ນໃໝ່ ສ່ວນຫຼາຍໜີບໍ່ພົ້ນບັນຫາເຫຼົ່ານີ້ ທີ່ເຮັດໃຫ້ເຮົາເກີດຄວາມກັງວົນໃຈ ຊອກຫາຫຼາກຫຼາຍວິທີເຮັດໃຫ້ບັນຫາດັ່ງກ່າວໝົດໄປ ແອັດມິນພາມາລອງວິທີນີ້ເບິ່ງ ກິນໝາກໄມ້ຕາມທໍາມະຊາດຈະສາມາດຊ່ວຍ່ທານໄດ້ບໍ.

ໝາກໄມ້ທີ່ຈະມາແນະນຳແມ່ນເນັ້ນໜັກໝາກໄມ້ທີ່ມີ “ວິຕາມິນຊີ” ຫຼື Ascobic Acid ມີປະໂຫຍດຕໍ່ຮ່າງກາຍທັງໃນເລື່ອງຂອງການເສີມສ້າງພູມຄຸ້ມກັນ, ຊ່ວຍຕໍ່ຕ້ານ ແລະ ປ້ອງກັນເຊື້ອໄວລັດຕ່າງໆ ເຊັ່ນ: ໂລກເລືອດອອກຕາມແຂ້ວ, ໂລກຫວັດເປັນຕົ້ນ ເຊັ່ນ:

1 ໝາກກ້ຽງ: ເປັນໝາກໄມ້ທີ່ມີລົດຊາດສົ້ມ, ອຸດົມໄປດ້ວຍແຫລ່ງວິຕາມິນຊີ ແລະ ຄໍລາເຈນ ເຮັດໃຫ້ຜິວຊຸ່ມຊື່ນ, ເຕັ່ງຕຶງ, ມີນໍ້າມີນວນ ແລະ ອ່ອນກວ່າໄວຢູ່ຕະຫຼອດເວລາ.

2 ສະຕໍເບີລີ່: ເປັນໝາກໄມ້ອີກຊະນິດຫນຶ່ງທີ່ປະກອບໄປດ້ວຍວິຕາມິນຊີສູງ, ໂດຍຜົນການວິໄຈພົບວ່າວິຕາມິນຊີທີ່ຢູ່ໃນສະຕໍເບີລີ່ສາມາດຊ່ວຍລົບຈຸດດ່າງດໍາ, ກໍາຈັດສິວແລະ ຫຼຸດຄວາມແຫ້ງກະດ້າງຂອງຜິວທີ່ເກີດຂຶ້ນຕາມທໍາມະຊາດ. ນອກຈາກຈະມີວິຕາມິນຊີແລ້ວຍັງມີວິຕາມິນເອ ທີ່ຊ່ວຍໃນການບໍາລຸງເມັດເລືອດແດງນໍາອີກ.

 

 

3 ໝາກພີລາ: ເປັນໝາກໄມ້ທີ່ມີລົດຊາດສົ້ມຫວານອົມຫວານ ທີ່ເປັນແຫລ່ງຂອງວິຕາມິນຊັ້ນດີທັງວິຕາມິນເອ, ສານຕ້ານອະນຸມູນອິສະລະ ເຊິ່ງມີຄຸນສົມບັດເດັ່ນດ້ານການເສີມສ້າງຜິວໃຫ້ຂາວກະຈ່າງໃສ ທັງຍັງເປັນວິຕາມິນຊີຮັກສາສິວ ພຽງແຕ່ດື່ມນໍ້າໝາກພີລາມື້ລະ 1 ຈອກຮັບຮອງຜິວພັນຈະຜ່ອງໃສງາມຂຶ້ນແນ່ນອນ.

 

 

4 ໝາກແອບເປີ້ນ: ອຸດົມໄປດ້ວຍວິຕາມິນຊີ, ຄໍລາເຈນ ທີ່ພ້ອມຈະເຮັດໃຫ້ຜິວພັນເຕັ່ງຕຶງ, ຂາວໃສແກ້ຫນ້າສິວ, ແຖມຍັງຊ່ວຍຄວບຄຸມນໍ້າຫນັກໃຫ້ກັບສາວ ໆ ໄດ້ດີ ເພາະໃນແອບເປີ້ນມີໄຟເບີສູງຈຶ່ງເຮັດໃຫ້ອິ່ມໄວຂຶ້ນ.

 

 

5 ໝາກຫນອດ: ໃຜທີ່ເຄີຍກິນໝາກຫນອດລົດຊາດແຊບແລະສົດຊື່ນທີ່ສໍາຄັນ ຍັງເຕັມໄປດ້ວຍວິຕາມິນເອມີປະໂຍດດ້ານການບໍາລຸງສາຍຕາແລະວິຕາມິນຊີຊ່ວຍປົວແປງແຜນ, ຫຼຸດການເກີດສິວປ້ອງກັນບໍ່ໃຫ້ຮ່າງກາຍສະສົມພິດ ເອົາໄວ້ພ້ອມເຮັດໃຫ້ຜິວພັນເປັ່ງປັ່ງຂຶ້ນແລເບິ່ງສຸຂະພາບດີຄຸນສົມບັດຄົບສູດຂະຫນາດນີ້ບໍ່ຄວນພະລາດເລີຍ.

 

 

 

6 ໝາກເລັ່ນໃຫຍ່: ເປັນໝາກໄມ້ປະເພດຜັກ ທີ່ຊ່ວຍໃນເລື່ອງຄວາມງາມຜິວພັນ ມີວິຕາມິນຊີ ແລະ ໄລໂຄປີນສູງ ຈຶ່ງຊ່ວຍປ້ອງກັນບໍ່ໃຫ້ເຊນຜິວເສື່ອມ ມີວິຕາມິນໃນການກໍາຈັດສິວ ແລະ ຖ້າຮັບປະທານເປັນປະຈໍາຜິວພັນຜ່ອງນຽນໃສ.

 

 

 

7 ໝາກອະໂວຄາໂດ: ເປັນໝາກໄມ້ທີ່ເບິ່ງພາຍນອກຄືບໍ່ແຊບ ແຕ່ມີປະໂຫຍດມະຫາສານທີ່ເຕັມໄປດ້ວຍວິຕາມິນເອບີ 1 ບີ 2 ຊີ ແລະ ວິຕາມິນເອ ໃນອະໂວຄາໂດຍັງມີກົດໄຂມັນຊະນິດດີທີ່ຊ່ວຍໃຫ້ໃຫ້ຜິວນຸ່ມຊຸ່ມຊື່ນ ສໍາລັບຄົນທີ່ ມີບັນຫາຜິວແຫ້ງກະດ້າງ ແກ້ໄດ້ງ່າຍໆໂດຍການນໍາອະໂວຄາໂດເຄິ່ງໜ່ວຍປະສົມເຂົ້າກັບນໍ້າເຜິ້ງ 1 ບ່ວງກາເຟ ແລະ ໂຢເກີດເຄິ່ງຖ້ວຍ ໃຫ້ເຂົ້າກັນ ນໍາມາພອກລົງຫນ້າເປັນປະຈໍາ ຜິວຂອງທ່ານ ຈະນຽນນຸ່ມຄືຜິວເດັກນ້ອຍເລີຍ.

 

 

8 ໝາກສີດາ: ນອກຈາກຈະອຸດົມດ້ວຍວິຕາມິນຮັກສາສິວ ຍັງມີວິຕາມິນທີ່ຊ່ວຍຂັບສານພິດໃນຮ່າງກາຍໄດ້ ຊ່ວຍໃຫ້ຜິວພັນເບິ່ງສົດໃສ.

 

ຮູ້ແບບນີ້ແລ້ວ ຫາມາຮັບປະທານເລີຍ ເປັນໝາກໄມ້ທີ່ຫາໄດ້ງ່າຍໆ ຮັບປະທານເປັນປະຈໍາ ແລ້ວທ່ານຈະເຫັນການປ່ຽນແປງຂອງຜິວທ່ານທີ່ດີຂຶ້ນແນ່ນອນ.