ອົງການກາແດງລາວຈັດກິດຈະກຳຂີ່ລົດຖີບ

101

ເມື່ອອາທິດທີ່ຜ່ານມາ ( 11 ພຶດສະພາ ) ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ອົງການກາແດງລາວ ຮ່ວມກັບ ສະຫະພັນກີລາລົດຖີບແຫ່ງຊາດລາວ ຈັດກິດຈະກຳຂີ່ລົດຖີບເພື່ອສຸຂະພາບ ສະເຫຼີມສະຫຼອງວັນກາແດງສາກົນ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 156 ປີ ( 8 ພຶດສະພາ 1863 – 8 ພຶດສະພາ 2019 ) ຂຶ້ນ ໃຫ້ກຽດເປັນປະທານ ແລະ ນໍາພາໂດຍ ທ່ານ ຄຳຮຸ່ງ ເຮືອງວົງສີ ປະທານອົງການກາແດງລາວ ພ້ອມດ້ວຍຄະນະ, ພະນັກງານ ແລະ ນັກຂີ່ລົດຖີບ ຈຳນວນ 500 ຄົນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຄຳຮຸ່ງ ເຮືອງວົງສີ ກໍໄດ້ກ່າວຈຸດປະສົງໃນການຈັດກິດຈະກຳຄັ້ງນີ້ ແມ່ນເພື່ອເປັນການສະເຫຼີມສະຫຼອງວັນກາແດງສາກົນ ແລະ ຊີກວົງເດືອນແດງສາກົນ ຄົບຮອບ 156 ປີ ( 8 ພຶດສະພາ 1863 – 8 ພຶດສະພາ 2019 ) ທີ່ຜ່ານມາ ໃຫ້ມີຂະບວນການ ຄຽງຄູ່ກັບການອອກກໍາລັງກາຍໃຫ້ມີສຸຂະພາບດີ.