ການພັດທະນາເສດຖະກິດ – ສັງຄົມ ຈຳເປັນຕ້ອງຫັນເປັນດິຈິຕອລ

60

ການພັດທະນາໃນຍຸກປັດຈຸບັນຕ້ອງຫັນສູ່ຄວາມທັນສະໄໝຫຼາຍຂຶ້ນ ບໍ່ວ່າຈະເປັນຂົງເຂດກະສິກຳ, ບໍລິການ ແລະ ອື່ນໆ ເພາະຈະຊ່ວຍໃຫ້ຫຼຸດຜ່ອນຕົ້ນທຶນການຜະລິດແຕ່ສາມາດສ້າງຜົນຕອບແທນໄດ້ຫຼາຍກວ່າ.

ກົມເຕັກໂນໂລຊີດິຈິຕອລ ( ກຕດ ) ກະຊວງວິທະຍາສາດ ແລະ ເຕັກໂລຊີ ( ກວຕ ) ຮ່ວມກັບ ບໍລິສັດ General Electric ປະເທດສິງກະໂປ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາພາຍໃຕ້ຫົວຂໍ້ “ ການຫັນເປັນດິຈິຕອລໃນຍຸກອຸດສາຫະກຳ 4.0 ” ເຊິ່ງເຫັນວ່າເປັນຫົວຂໍ້ໃໝ່ທີ່ກໍາລັງພົ້ນເດັ່ນທີ່ສຸດ ແລະ ຍັງບໍ່ທັນມີການຈັດຕັ້ງປະຕິບັດກັນຢ່າງກວ້າງຂວາງຢູ່ ສປປ ລາວ.

ກອງປະຊຸມສຳມະນາດັ່ງກ່າວໄດ້ຈັດຂຶ້ນເມື່ອອາທິດຜ່ານມາ ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຫຸມພັນ ອິນທະຣາດ ຮອງລັດຖະມົນຕີ ກວຕ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານຮອງລັດຖະມົນຕີ ກວຕ ໄດ້ກ່າວວ່າ: ໃນປັດຈຸບັນຫຼາຍປະເທດໃນໂລກໄດ້ວາງນະໂຍບາຍ ແລະ ແຜນຍຸດທະສາດໃນການຫັນເປັນດິຈິຕອລທີ່ແຕກຕ່າງກັນໄປຕາມຄວາມອາດສາມາດຕົວຈິງຂອງຕົນແນໃສ່ຊຸກຍູ້ໃຫ້ການພັດທະນາເສດຖະກິດ, ການພັດທະນາຄຸນນະພາບຊີວິດຂອງຄົນໃນສັງຄົມໃຫ້ມີຄວາມທັນສະໄໝ ແລະ ສະດວກສະບາຍຂຶ້ນ, ມີການຮ່ວມມືທາງດ້ານການດຳເນີນທຸລະກິດ, ການຄ້າ, ການບໍລິການ, ການບໍລິຫານລັດ ລວມທັງກິດຈະກໍາທາງເສດຖະກິດ ແລະ ສັງຄົມອື່ນໆ ອັນກໍ່ໃຫ້ເກີດມີການແຂ່ງຂັນກັນສູງຂຶ້ນເລື້ອຍໆ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ຫຼາຍປະເທດຈໍາເປັນຕ້ອງໄດ້ປັບຕົວເຂົ້າສູ່ການພັດທະນາໃນຍຸກອຸດສາຫະກໍາ 4.0 ເພື່ອເພີ່ມປະສິດທິພາບເຂົ້າໃນການແຂ່ງຂັນ ແລະ ປັບຕົວເຂົ້າກັບຍຸກສະໄໝ.

ໃນໄລຍະສາມປີຜ່ານມານີ້ ທົ່ວໂລກໄດ້ມີການເວົ້າເຖິງການປະຕິວັດອຸດສາຫະກໍາ ຄັ້ງທີ 4 ( ຫຼື ເອີ້ນວ່າຍຸກອຸດສາຫະກໍາ 4.0 ) ເຊິ່ງໝາຍເຖິງຂະບວນການປ່ຽນແປງທາງດ້ານວິທີການຜະລິດຈາກຮູບແບບເກົ່າໄປສູ່ຮູບແບບໃໝ່ ດ້ວຍການນໍາໃຊ້ເຕັກໂນໂລຊີດິຈິຕອລ ແລະ ອິນເຕີເນັດເຂົ້າໃນຂະບວນການຜະລິດສິນຄ້າ ເພື່ອເພີ່ມປະສິດທິພາບຂອງຂະບວນການຜະລິດໃຫ້ສູງຂຶ້ນ ກວ່າເກົ່າ ແລະ ເຮັດໃຫ້ສິນຄ້າທີ່ຜະລິດອອກມາສາມາດຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຂອງຜູ້ບໍລິໂພກໄດ້ຢ່າງແທ້ຈິງ.

ບັນດາເຕັກໂນໂລຊີ ແລະ ນະວັດຕະກໍາທີ່ພົ້ນເດັ່ນໃນຍຸກອຸດສາຫະກໍາ 4.0 ນີ້ ທ່າອ່ຽງໜຶ່ງທີ່ເຫັນໄດ້ໃນປັດຈຸບັນກໍຄືປັນຍາປະດິດ ( AI ) ທີ່ໃຊ້ເຂົ້າໃນການສ້າງຫຸ່ນຍົນອັດຕະໂນມັດມາຮັບໃຊ້ການຜະລິດ, ເຕັກໂນໂລຊີລະບົບກຸ່ມຂໍ້ມູນຜູກພັນ ( Block chain ), ລະບົບການປະມວນຜົນ ແລະ ເກັບຮັກສາຂໍ້ມູນຜ່ານລະບົບອອນໄລ ( Cloud Computing ), ການວິເຄາະຖານຂໍ້ມູນມະຫາສານ ( Big Data ), ການເຊື່ອມຕໍ່ອິນເຕີເນັດແຫ່ງສັບພະສິ່ງ ( Internet of Things ) ແລະ ອື່ນໆ ເຊິ່ງບັນດານະວັດຕະກໍາຂອງເຕັກໂນໂລຊີດິຈິຕອລເຫຼົ່ານີ້ຈະເຮັດໃຫ້ທຸກໆຫົວໜ່ວຍຂອງລະບົບການຜະລິດນັບຕັ້ງແຕ່ວັດຖຸດິບ, ເຄື່ອງຈັກ, ເຄື່ອງມືອຸປະກອນ, ລະບົບອັດຕະໂນມັດ, ຫຸ່ນຍົນ ເຊິ່ງສິ່ງເຫຼົ່ານີ້ໄດ້ຖືກເຊື່ອມຕໍ່ກັບລະບົບເຄືອຂ່າຍເພື່ອໃຫ້ສາມາດສື່ສານ ແລະ ແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນໄດ້ຢ່າງມີປະສິດທິພາບ ເພື່ອຊ່ວຍໃນການຈັດການຂະບວນການຜະລິດສິນຄ້າທັງໝົດ.

ໃນການນໍາໃຊ້ເຕັກໂນໂລຊີດັ່ງກ່າວໃຫ້ເກີດປະສິດທິພາບ ແລະ ຮັບໝາກຜົນສູງສຸດ ມັນຈຶ່ງຮຽກຮ້ອງໃຫ້ມີການນໍາໃຊ້ພື້ນຖານໂຄງລ່າງດ້ານເຕັກໂນໂລຊີດິຈິຕອລ ນັ້ນກໍຄືສູນຂໍ້ມູນດິຈິຕອລ ( Data Center ) ເພື່ອເປັນສູນກາງໃນການເກັບຮັກສາຂໍ້ມູນ ແລະ ເຊື່ອມຕໍ່ກັບບັນດາພາກສ່ວນຕ່າງໆ ທັງເປັນແຫຼ່ງປະມວນຜົນຂໍ້ມູນຂະໜາດໃຫຍ່ຂອງບັນດາເຕັກໂນໂລຊີດິຈິຕອລໃນຍຸກອຸດສາຫະກໍາ 4.0 ຮອງຮັບຈໍານວນຜູ້ຊົມໃຊ້ຈໍານວນຫຼາຍ ແລະ ປະລິມານຂໍ້ມູນທີ່ເພີ່ມຂຶ້ນເລື້ອຍໆ.

ບັນດາປະເທດທີ່ພັດທະນາແລ້ວໄດ້ຖືເອົາວຽກງານການຄົ້ນຄວ້າ – ພັດທະນາ ແລະ ການສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອລເປັນບັນຫາສຳຄັນໃນການພັດທະນາເສດຖະກິດ – ສັງຄົມ.

( ຂ່າວ – ຮູບ: ສົມສະຫວິນ )