ງານຕະຫຼາດນັດແຮງງານ ຈະສ້າງໂອກາດໃຫ້ນັກຮຽນ – ນັກສຶກສາກວ່າ 10 ພັນຄົນ

59

ງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 8 ຈັດຂຶ້ນໃນວັນທີ 10 ພຶດສະພາ 2019 ທີ່ຄະນະວິສະວະກໍາສາດ ໂດຍການຮ່ວມມືກັນລະຫວ່າງຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ສະພາການຄ້າ ແລະ ອຸດສາຫະກໍາອີຢູ ໂດຍການເປັນປະທານຂອງ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ, ທ່ານ ຮສ. ປທ. ແກ້ວອຸດົມ ແສນສະຫວັດ ຮອງຄະນະບໍດີຄະນະວິສະວະກໍາສາດ, ທ່ານ ລາມອນ ບຸດສະເລີ ຜູ້ອໍານວຍການສະພາການຄ້າ ແລະ ອຸດສາຫະກໍາອີຢູ ພ້ອມດ້ວຍບັນດານັກຮຽນ – ນັກສຶກສາ ແລະ ບັນດາຄູ – ອາຈານ.

ທ່ານ ວັນທອງ ສິດທິກຸນ ກ່າວວ່າ: ງານໃນຄັ້ງນີ້ຊ່ວຍສ້າງໂອກາດໃຫ້ນັກສຶກສາໄດ້ພົບປະກັບຫົວໜ່ວຍທຸລະກິດ ເພື່ອໄດ້ຊອກຫາເພື່ອນຮ່ວມງານທີ່ຖືກກັບຄວາມຕ້ອງການໃນການພັດທະນາທຸລະກິດ, ເພື່ອເປັນການສ້າງສາຍພົວພັນທີ່ດີລະຫວ່າງບໍລິສັດ, ມະຫາວິທະຍາໄລ ແລະ ໂຮງຮຽນ ເຊິ່ງສິ່ງສໍາຄັນແມ່ນເພື່ອອໍານວຍຄວາມສະດວກໃນການຊອກຫາວຽກເຮັດງານທໍາ ແລະ ສ້າງໂອກາດໃຫ້ນັກສຶກສາກໍາລັງຈົບຫຼາຍກວ່າ 10 ພັນຄົນ ໂດຍມີນັກສຶກສາກໍາລັງຮຽນປະມານ 4 ພັນຄົນ ຈາກສະຖາບັນການສຶກສາຕ່າງໆທີ່ເຂົ້າຮ່ວມງານ ເຊິ່ງມີຕົວແທນຈາກ 31 ບໍລິສັດຫຼາກຫຼາຍຕໍາແໜ່ງໃນຂະແໜງບໍ່ແຮ່, ຂະແໜງໄອທີ, ຂະແໜງປະກັນໄພ, ຂະແໜງທະນາຄານ, ຂະແໜງການໂຮງແຮມ ແລະ ອີກຫຼາຍຂະແໜງງານທີ່ຕ້ອງການນັກສຶກສາພ້ອມເຮັດວຽກກັບພາກທຸລະກິດ.

ທ່ານ ຮສ. ປທ. ແກ້ວອຸດົມ ແສນສະຫວັດ ໄດ້ກ່າວວ່າ: ງານຄັ້ງນີ້ຖືເປັນເວທີແຫ່ງການນັດພົບລະຫວ່າງຜູ້ຕ້ອງການແຮງງານ ແລະ ຜູ້ຕ້ອງການຊອກຫາວຽກ ພ້ອມທັງເປັນການພົບປະລະຫວ່າງສະຖາບັນການສຶກສາກັບຜູ້ຕ້ອງການ. ນອກຈາກນີ້, ບັນດາບໍລິສັດ, ສະຖາບັນການສຶກສາ ແລະ ພາກສ່ວນກ່ຽວຂ້ອງຍັງໄດ້ມີໂອກາດຮັບຮູ້ສະພາບເຊິ່ງກັນ ແລະ ກັນ ໂດຍໃນງານຈະມີການນໍາສະເໜີກະຊວງສຶກສາທິການ ແລະ ກີລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ່ວຍທຸລະກິດ, ການສົນທະນາກະກຽມກ່ອນການເຮັດວຽກ, ທຶນການສຶກສາ ແລະ ສ້າງຄວາມເຂົ້າໃຈຈົນນໍາໄປສູ່ການສ້າງສາຍພົວພັນຮ່ວມມືໃນຕໍ່ໜ້າ ທັງເປັນສ່ວນສໍາຄັນຕໍ່ຕະຫຼາດນັດແຮງງານ ແລະ ການສຶກສາໃນການຊ່ວຍແກ້ໄຂບັນຫາແຮງງານ.

ທ່ານ ສົມສະໜຸກ ປະທຸມວັນ ຫົວໜ້າສູນຝຶກອົບຮົມເຕັກນິກ ລາວ –      ຍີ່ປຸ່ນ ໃຫ້ສໍາພາດວ່າ: ສູນຝຶກອົບຮົມຂອງພວກເຮົາແມ່ນໄດ້ສ້າງຕັ້ງຂຶ້ນແຕ່ປີ 2000 ເປັນຕົ້ນມາ ໂດຍມີບົດບາດການຮັບຜິດຊອບໃນເບື້ອງຕົ້ນແມ່ນການສ້ອມແປງເຄື່ອງມືເອເລັກໂຕຣນິກ ຫຼື ເຄື່ອງມືໄຟຟ້າຕ່າງໆ ຕໍ່ມາກໍໄດ້ມີການພັດທະນາປັບປຸງພາລະບົດບາດໃໝ່ ແລະ ການບໍລິການລະບົບເຄືອຂ່າຍເອເລັກໂຕຣນິກພ້ອມທັງມີການຝຶກຮົບຮ່ວມນໍາ ໂດຍສ່ວນໃຫຍ່ທີ່ເຂົ້າມາຝຶກອົບຮົມນໍາແມ່ນຂະແໜງໄອທີຂັ້ນຕົ້ນ, ເອເລັກໂຕຣນິກຂັ້ນຕົ້ນ, ໄຟຟ້າຂັ້ນຕົ້ນ ແລະ ມີທັງຝຶກອົບຮົມກ່ຽວກັບອອກແບບຊ໊ອຟແວຣ໌, ຂຽນໂປຣແກຣມ, ສ້ອມແປງລະບົບຄອມພິວເຕີ ແລະ ອື່ນໆ. ການເຂົ້າຮ່ວມງານໃນຄັ້ງນີ້ແມ່ນເຮົາຢາກສະແດງໃຫ້ເຫັນເຖິງຈຸດເດັ່ນຂອງສູນພວກເຮົາວ່າມີທ່າແຮງຫຍັງ ໂດຍສາມາດເຂົ້າມາຝຶກອົບຮົມນໍາ ຫຼື ເຂົ້າມາປຶກສາຕື່ມ ເພື່ອໃຫ້ນັກສຶກສາໄດ້ເຂົ້າຮ່ວມການສົນທະນາແລກປ່ຽນກັບພວກເຮົາ ເຊິ່ງເປັນຈຸດປະສົງຫຼັກທີ່ສູນຢາກສື່ໃຫ້ນັກຮຽນ – ນັກສຶກສາໄດ້ຮູ້.

ນາງ ວີດາວອນ ໄຊຍະວົງ ຈາກໂຮງຮຽນ ລາວ – ຫວຽດ ໃຫ້ສໍາພາດວ່າ: ນ້ອງຮຽນຊັ້ນ ມ 7 ການໄດ້ມາຮ່ວມໃນງານນີ້ແມ່ນຊ່ວຍໃຫ້ໄດ້ຮູ້ຈັກຄະນະວິສະວະກໍາສາດຫຼາຍຂຶ້ນ ແລະ ຍັງຊ່ວຍໃຫ້ຮູ້ຈັກຫົວໜ່ວຍທຸລະກິດຫຼາຍຂະແໜງຂຶ້ນນໍາ, ແຕ່ກໍຍັງບໍ່ແມ່ນຂະແໜງການທີ່ນ້ອງມັກແຕ່ກໍຊ່ວຍໃຫ້ໄດ້ຮູ້ທາງເລືອກຫຼາຍທາງ ແລະ ຮູ້ວ່າບໍລິສັດຕ້ອງການຫຍັງຈາກພະນັກງານເມື່ອຈົບໄປຈະເຮັດວຽກກ່ຽວກັບຂະແໜງການໃດ.

ສໍາລັບຕົວນ້ອງເອງກໍມີຄວາມຝັນກ່ຽວກັບການລົງທຶນທາງດ້ານການສຶກສາ ແລະ ເມື່ອຈົບ ມ 7 ກໍຄິດວ່າຈະເລີ່ມຮຽນກ່ຽວກັບຜູ້ປະກອບການເພື່ອເປັນການລິເລີ່ມເບື້ອງຕົ້ນ ແລະ ເປັນການສ້າງປະສົບການໃຫ້ຕົນເອງກ່ອນຈຶ່ງຈະລົງມືໃນການລົງທຶນດ້ານການສຶກສາຕໍ່ໄປ ດ້ວຍຄວາມຄິດສ່ວນຕົວແມ່ນຢາກເລືອກຮຽນຕໍ່ໃນສິ່ງທີ່ເຮົາມັກ ບໍ່ແມ່ນເລືອກວ່າຈະໄດ້ຜົນຕອບຮັບໜ້ອຍຫຼາຍເພາະຖ້າເລືອກໃນສິ່ງທີ່ມັກເຮົາກໍຢາກເຮັດມັນອອກມາໃຫ້ດີທີ່ສຸດ ແລະ ເຕັມທີ່ກັບມັນ.

( ຂ່າວ: ທິບອຸສາ )