ດ່ວນ!! ສຳລັບນ້ອງ ມ7 ຈົບໃໝ່ປີນີ້ ກຽມເສັງເຂົ້າຮຽນມະຫາວິທະຍາໄລແຫ່ງຕ່າງໆ

376

ໃກ້ເຂົ້າມາແລ້ວສຳລັບການສອບເສັງຈົບຊັ້ນ ມ4 ແລະ ມ7 ມະຫາວິທະຍາໄລແຫ່ງຕ່າງໆກໍ່ອ້າແຂນກຽມຕ້ອນຮັບນ້ອງໃໝ່ແຕ່ເນີ້ນໆ, ສ່ວນວ່ານ້ອງນັກຮຽນທີ່ມີຄວາມໄຝ່ຝັນຢາກຮຽນຕໍ່ມະຫາວິທະຍາໄລໃດ ຕິດຕາມຕາຕະລາງນີ້ເລີຍ ພິເສດສາມາດເສັງຢູ່ຕ່າງແຂວງບໍ່ຈຳເປັນເດີນທາງມານະຄອນຫຼວງວຽງຈັນໃຫ້ເສຍເງິນອີກ!!!

                    ພາບປະກອບຂ່າວ (ບັນຍາກາດການຊື້ແບບຟອມສອບເສັງເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດ ປີ 2018)

 

ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການກ່ຽວກັບການຈັດຕັ້ງສອບເສັງຄັດເລືອກເອົານັກສຶກສາ ເຂົ້າຮຽນທີ່ມະຫາວິທະຍາໄລແຫ່ງຊາດຕ່າງໆ ແລະ ສະຖາບັນສຶກສາຊັ້ນສູງ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ປະຈຳສົກຮຽນ 2019-2020.

ເຊິ່ງໃນແຈ້ງການລະບຸວ່າ: ໂດຍອີງຕາມທິດຊີ້ນຳຂອງຄະນະນຳກະຊວງສຶກສາທິການ ແລະ ກິລາ ຄັ້ງວັນທີ 29 ມີນາ 2019, ໃນນັ້ນ ໄດ້ມີການລະບຸສະຖານທີ່ ແລະ ວັນສອບເສັງດັ່ງນີ້:

  ພາບປະກອບຂ່າວ (ບັນຍາກາດການຊື້ແບບຟອມສອບເສັງເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດ ປີ 2018)

ສະຖານທີ່ການຈັດຕັ້ງການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນທີ່ມະຫາວິທະຍາໄລແຫ່ງຕ່າງໆ ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ປະຈຳສົກຮຽນ 2019-2020 ແມ່ນໃຫ້ຈັດສູນສອບເສັງຢູ່ນະຄອນຫຼວງວຽງຈັນ, ແຂວງ ທີ່ມະຫາວິທະຍາໄລຕັ້ງຢູ່. ສ່ວນມະຫາວິທະຍາໄລໃດ ມີຄວາມພ້ອມໃນການຈັດຕັ້ງການສອບເສັງຢູ່ຕ່າງແຂວງ, ແຕ່ຕ້ອງຮັບປະກັນຄວາມພ້ອມຮອບດ້ານ (ຄວນຈັດຕັ້ງການສອບເສັງຢູ່ເມືອງ ທີ່ບໍ່ແມ່ນເມືອງເທດສະບານແຂວງ) ເພື່ອອຳນວຍຄວາມສະດວກໃຫ້ນັກສຶກສາ ທີ່ຢູ່ເຂດຫ່າງໄກສອກຫຼີກ.

ສ່ວນວັນສອບເສັງລາຍລະອຽດມີດັ່ງນີ້: ມະຫາວິທະຍາໄລແຫ່ງຊາດ, ສອບເສັງວັນທີ 03 ສິງຫາ 2019; ມະຫາວິທະຍາໄລຈໍາປາສັກ, ສອບເສັງວັນທີ 08 ສິງຫາ 2019; ມະຫາວິທະຍາໄລສຸພານຸວົງ, ສອບເສັງວັນທີ 17 ສິງຫາ 2019; ມະຫາວິທະຍາໄລສະຫວັນນະເຂດ, ສອບເສັງວັນທີ 22 ສິງຫາ 2019; ສະຖາບັນ ຣັຕນະ ບໍລິຫານທຸລະກິດ, ສອບເສັງວັນທີ 29 ສິງຫາ 2019 ແລະ ສະຖາບັນ ທຸລະກິດແສງສະຫວັນ, ສອບເສັງວັນທີ 06 ກັນຍາ 2019.

  ພາບປະກອບຂ່າວ (ບັນຍາກາດການຊື້ແບບຟອມສອບເສັງເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດ ປີ 2018)

 

ການຈັດການສອບເສັງຕ້ອງແບ່ງເປັນ 03 ກຸ່ມຄື: A, B ແລະ C ຄື: A: ກຸ່ມວິທະຍາສາດທໍາມະຊາດ; B: ກຸ່ມວິທະຍາສາດສັງຄົມ ແລະ C: ກຸ່ມວິທະຍາສາດທໍາມະຊາດ ແລະ ວິທະຍາສາດສັງຄົມ.

ສຳລັບ ການສອບເສັງມີດັ່ງນີ້: ກຸ່ມ A ປະກອບມີວິຊາ: ຕອນເຊົ້າ ວິຊາຄະນິດສາດ A+ ພາສາລາວ-ວັນນະຄະດີ ຈຳນວນ 40 ຂໍ້ ເວລາ 120 ນາທີ; ຕອນບ່າຍ ວິຊາ ຟິຊິກສາດ+ເຕມີສາດ+ຊີວະສາດ ຈຳນວນ 40 ຂໍ້ ເວລາ 120 ນາທີ.

ກຸ່ມ B ປະກອບມີວິຊາ: ຕອນເຊົ້າ ວິຊາຄະນິດສາດ B + ພາສາລາວ-ວັນນະຄະດີ ຈຳນວນ 40 ຂໍ້ ເວລາ 120 ນາທີ; ຕອນບ່າຍ ວະຊາພູມສາດ+ປະຫວັດສາດ ຈຳນວນ 40 ຂໍ້ ເວລາ 90 ນາທີ.

  ພາບປະກອບຂ່າວ

 

ກຸ່ມ C ປະກອບມີວິຊາ: ຕອນເຊົ້າ ວະຊາຄະນິດສາດ C + ເຄມີສາດ + ຊີວະສາດ ຈໍານວນ 40 ຂໍ້ ເວລາ 120 ນາທີ; ຕອນບ່າຍ ວິຊາ ພູທສາດ + ປະຫວັດສາດ + ພາສາລາວ-ວັນນະຄະດີ ຈຳນວນ 40 ຂໍ້ ເວລາ 90 ນາທີ ເຊິ່ງໃນແຕ່ລະວິຊາແມ່ນສອບເສັງໃນຮູບແບບປາລາໄນ. ສ່ວນສະຖາບັນສຶກສາຊັ້ນສູງ 2 ແຫ່ງ (ສະຖາບັນ ຣັຕນະ ບໍລິຫານທຸລະກິດ ແລະ ສະຖາບັນ ທຸລະກິດແສງສະຫວັນ) ແມ່ນໃຫ້ສົມທົບກັບກົມການສຶກສາຊັ້ນສູງດຳເນີນການຈັດຕັ້ງການສອບເສັງຕາມແຜນການທີ່ວາງໄວ້. ນອກຈາກນັ້ນ, ນັກສອບເສັງມີສິດເລືອກວິຊາຮຽນໄດ້ 3 ວິຊາ (ເລືອກຢູ່ໃນກຸ່ມດຽວເທົ່ານັ້ນ ແລະ ບໍ່ໃຫ້ເລືອກຂ້າມກຸ່ມໄດ້).

  ພາບປະກອບຂ່າວ (ບັນຍາກາດການຊື້ແບບຟອມສອບເສັງເຂົ້າຮຽນ ທີ່ມະຫາວິທະຍາໄລແຫ່ງຊາດ ປີ 2018)

ສຳລັບຜົນການສອບເສັງ ຕ້ອງໄດ້ຜ່ານການກວດກາ ຮັບຮອງຂອງຄະນະກຳມະການສອບເສັງລະດັບຊາດແລ້ວ ມອບໃຫ້ມະຫາວິທະຍາໄລແຕ່ລະແຫ່ງເປັນຜູ້ປະກາດຜົນການສອບເສັງ ໂດຍຈັດລຽງຄະແນນແຕ່ສູງ ຫາ ຕໍ່າ ອີງຕາມເກນມາດຕະຖານ ຄະແນນທີ່ກຳນົດໄວ້ໃນລາຍວິຊາຕ່າງໆຂອງມະຫາວິທະຍາໄລແຫ່ງຊາດວາງອອກ, ຈັດລຽງ ຕາມບູລິມະສິດຂອງຜູ້ສະໝັກ ໂດຍອີງຕາມແຜນແບ່ງປັນໂຕເລກຮັບນັກສຶກສາ ແລະ ພະນັກງານ ປະຈຳສົກຮຽນ 2019-2020.

ພາຍຫຼັງກວດກາລາຍຊື່, ຄະແນນທີ່ຖືກຕ້ອງ ແລະ ຜ່ານການຮັບຮອງ ຜົນການສອບເສັງ ຈາກກະຊວງສຶກສາທິການ ແລະ ກິລາ ພາຍໃນ 15 ວັນລັດຖະການ ແລະ ຜູ້ທີ່ຖືກຄັດເລືອກແມ່ນໃຫ້ມາລົງທະບຽນພາຍໃນ 30 ວັນ ຖ້າກາຍກຳນົດຖືວ່າສະຫຼະສິດ.