ທຣໍາ ຢືນຢັນຕັດສິນໃຈຖືກ! ຂຶ້ນພາສີກົດດັນຈີນ ຫຼັງທີ່ປຶກສາບອກ ມີຜົນກະທົບທັງສອງປະເທດ

39

ປະທານາທິບໍດີໂດນັລ ທຣໍາ ຢືນຢັນວ່າ ການຂຶ້ນພາສີເພື່ອເພິ່ມແຮງກົດດັນໃຫ້ຈີນບັນລຸຂໍ້ຕົກລົງການຄ້າ ຈະເປັນມາດຕະການ “ທີ່ໄດ້ຜົນ” ກັບອາເມຣິກາ ຫຼັງຈາກທີ່ປຶກສາດ້ານນະໂຍບາຍເສດຖະກິດຍອມຮັບ “ມີຜົນກະທົບສອງຝ່າຍ”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອາທິດ ທີ 12 ພຶດສະພາ ວ່າ ປະທານາທິບໍດີໂດນັລ ທຣໍາ ທະວິດຂໍ້ຄວາມຍາວຢຽດ ເມື່ອວັນອາທິດ ໂດຍ ຢືນຢັນວ່າ “ການຕັດສິນໃຈທີ່ຖືກຕ້ອງ” ໃນການເພິ່ມແຮງກົດດັນທາງການຄ້າຕໍ່ຈີນ ຈາກການທີ່ອີກຝ່າຍ “ຜິດສັນຍາກ່ອນ” ແລະ ລັດຖະບານປັກກິ່ງເປັນຝ່າຍຍື່ນຂໍ້ສະເໜີປະນິປະນອມເອງດ້ວຍ ແລະ ຢືນຢັນວ່າ ລັດຖະບານຂອງຕົນຈະມອບຄວາມຊ່ວຍເຫຼືອໃຫ້ແກ່ພາກກະເສດ ເຊິ່ງຄາດຈະເປັນຝ່າຍທີ່ໄດ້ຮັບຜົນກະທົບຈາກກໍລະນີຂໍ້ພິພາດທາງການຄ້າລະຫວ່າງສອງປະເທດຫຼາຍທີ່ສຸດ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ห้องครัว และสถานที่ในร่ม

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ຄວາມສໍາພັນທາງການຄ້າລະຫວ່າງ ອາເມຣິກາ ກັບ ຈີນ ປະເທດເສດຖະກິດຂະໜາດໃຫຍ່ເປັນອັນດັບ 1 ແລະ 2 ຂອງໂລກ ຍັງຫ່າງໄກຈາກຄໍາວ່າ “ດີຂຶ້ນຢ່າງມີສະຖຽນລະພາບ” ເມື່ອ ທຣໍາ ມີຄໍາສັ່ງ ໃນທ້າຍອາທິດຜ່ານມາ ໃຫ້ໜ່ວຍງານທີ່ກ່ຽວຂ້ອງຕັ້ງກໍາແພງພາສີ ແລະ ຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນ  “ເກືອບທຸກລາຍການທີ່ເຫຼືອ” ຄິດເປັນມູນຄ່າປະມານ 300.000 ລ້ານໂດລາ ກ່ອນຂຶ້ນພາສີ (ປະມານ 2,6 ລ້ານຕື້ກີບ) ໂດຍຄໍາ ສັ່ງດັ່ງກ່າວມີອອກມາພາຍໃນໄລຍະເວລາຍັງບໍ່ເຖິງ 24 ຊົ່ວໂມງ ຫຼັງລັດຖະບານວໍຊິງຕັນເພິ່ມກໍາແພງພາສີມູນຄ່າສິນຄ້ານໍາເຂົ້າຈາກຈີນ 200.000 ລ້ານໂດລາ  (ປະມານ  1,7 ລ້ານຕື້ກີບ) ຈາກເດີມ 10% ຂຶ້ນເປັນ 25% ແລະ ມີຜົນບັງຄັບໃຊ້ຕັ້ງແຕ່ວັນສຸກ ທີ 10 ພຶດສະພາ ຜ່ານມາ.

ในภาพอาจจะมี ท้องฟ้า, สถานที่กลางแจ้ง และน้ำ

ທັງນີ້ ການທະວິດຂໍ້ຄວາມດັ່ງກ່າວຂອງ ທຣໍາ ເກີດຂຶ້ນພຽງບໍ່ເທົ່າໃດຊົ່ວໂມງ ຫຼັງທ່ານແລຣີ ຄຸດໂລ ທີ່ປຶກສາດ້ານນະໂຍບາຍເສດຖະກິດປະຈໍາທຳນຽບຂາວ ກ່າວວ່າ ຈີນ “ບໍ່ແມ່ນຝ່າຍດຽວ” ທີ່ຈະໄດ້ຮັບຜົນກະທົບຈາກການທີ່ອາເມຣິກາເພິ່ມພາສີຮອບໃໝ່ ໂດຍກ່າວຢ່າງກົງໄປກົງມາວ່າ ຜູ້ບໍລິໂພກໃນອາເມຣິກາຕ້ອງແບກຮັບພາລະນີ້ເຊັ່ນກັນ ເນື່ອງຈາກຜູ້ປະກອບການໃນອາເມຣິກາຕ້ອງຂຶ້ນລາຄາສິນຄ້າທີ່ນໍາເຂົ້າຈາກຈີນ ສ່ວນຈີນຈະຈໍາເປັນຕ້ອງຫຼຸດການສົ່ງອອກມາອາເມຣິກາ ຍ້ອນກໍາແພງພາສີທີ່ສູງຂຶ້ນ ດ້ານການເຈລະຈາລະຫວ່າງ ທ່ານຫຼິວ ເຮີ່ ຮອງນາຍົກລັດຖະມົນຕີ ແລະ ທີ່ປຶກສາດ້ານນະໂຍບາຍເສດຖະກິດຂອງປະທານປະເທດສີ ຈິ້ນຜິງ ກັບຄະນະຜູ້ແທນຂອງອາເມຣິກາທີ່ນະຄອນຫຼວງວໍຊິງຕັນ  ເມື່ອທ້າຍອາທິດ ທີ່ຜ່ານມາ ເຖິງວ່າການເຈລະຈາຈົບແບບ “ໄຮ້ຂໍ້ສະຫຼຸບ” ແຕ່ທັງສອງຝ່າຍພຽງ “ມີຄວາມເຫັນດີໃນຫຼັກການ” ໃຫ້ມີການຫາລືອີກໃນອະນາຄົດເທົ່ານັ້ນ.