ນະຄອນຫຼວງ ຈະຄັດເອົາພຽງ 30 ຄົນ ບັນຈຸລັດຖະກອນສຶກສາ

49

ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ສຳເລັດການສອບເສັງຄັດເລືອກເອົາພະນັກງານ ເພື່ອບັນຈຸເຂົ້າລັດຖະກອນຄູ ປະຈຳສົກຮຽນ 2018 – 2019 ໂດຍສົກນີ້ມີຜູ້ເຂົ້າຮ່ວມສອບເສັງ 1 ພັນກວ່າຄົນ ແຕ່ຈະຄັດເອົາພຽງ 30 ຄົນ.

ທ່ານ ຊົມພູ ແກ້ວປັນຍາ ຫົວໜ້າພະແນກສຶກສາທິການ ແລະ ກີລາ ໃຫ້ສຳພາດວ່າ: ການສອບເສັງຄັດເລືອກເອົາພະນັກງານລັດຖະກອນບັນຈຸເຂົ້າລັດຖະກອນຄູສົກຮຽນນີ້ ເປັນການຄັດເລືອກເອົາພະນັກງານ, ຄູ – ອາຈານທີ່ມີຄວາມຮູ້ – ຄວາມສາມາດ, ເກັ່ງທາງດ້ານເຕັກນິກວິຊາການ, ຄູສອນດີ – ສອນເກັ່ງ, ມີຄຸນນະພາບ ແລະ ມີຄຸນສົມບັດສິນທຳປະຕິວັດ ເພື່ອມາພັດທະນາການສຶກສາ ແລະ ກີລານະຄອນຫຼວງ ໃຫ້ດີຂຶ້ນເທື່ອລະກ້າວ ໂດຍອີງໃສ່ 3 ເງື່ອນໄຂ ເຊັ່ນ: ຄັດເລືອກເອົາຜູ້ທີ່ເສັງໄດ້ຄະແນນດີ ແລະ ຖືກວິຊາທີ່ຕ້ອງການ, ຈະພິຈາລະນາອາສາສະໝັກທີ່ເຄີຍເປັນອາສາສະໝັກມາແລ້ວຫຼາຍປີທີ່ມີຜົນງານດ້ານການສອນດີ ແລະ ຄັດເລືອກຕາມອາຍຸຂອງຜູ້ກ່ຽວວ່າໃກ້ຈະໝົດອາຍຸໃນການບັນຈຸເຂົ້າເປັນພະນັກງານລັດຖະກອນສຶກສາ.

ສຳລັບການສອບເສັງຄັດເລືອກເອົາພະນັກງານ ເພື່ອບັນຈຸເຂົ້າເປັນລັດຖະກອນຄູປະຈຳສົກຮຽນ 2018 – 2019 ມີຈຳນວນຄົນມາເສັງທັງໝົດ 1.095 ຄົນ. ໃນນັ້ນ, ຈຳນວນຄົນທີ່ເປັນອາສາສະໝັກມາແລ້ວ 1.057 ຄົນ, ມີຄູປະຖົມ 259 ຄົນ ແລະ ຄູມັດທະຍົມ 587 ເຊິ່ງການສອບເສັງໃນຄັ້ງນີ້ປະກອບດ້ວຍ 3 ຂັ້ນຕອນເປັນຕົ້ນແມ່ນເສັງພາກທິດສະດີ, ພາກປະຕິບັດຕົວຈິງ ແລະ ສຳພາດ ໂດຍອີງໃສ່ບັນດາມາດຖານ ແລະ ເງື່ອນໄຂທີ່ກະຊວງສຶກສາທິການ ແລະ ກີລາ ກຳນົດໃນການຄັດເລືອກປະເມີນຄວາມຮູ້ຂອງຄູ ລວມທັງການປະຕິບັດໜ້າທີ່ຂອງຄູການຄັດເລືອກແມ່ນຈະຄັດເອົາພຽງ 30 ຄົນເທົ່ານັ້ນ.

( ຂ່າວ: ກາວຊົ່ງ )