ປະຊາຊົນຊົມເຊີຍ!!!ທີ່ພາກລັດຕັດສິນໃຈໂຈະໂຄງການປູກກ້ວຍ

42

ໂຄງການປູກກ້ວຍກາຍເປັນປະເດັນທີ່ໂດ່ງດັງໃນສະພາກາເຟມາຢ່າງຕໍ່ເນື່ອງຫຼັງຈາກທີ່ພົບວ່າ ປະກົດມີຜົນກະທົບຕໍ່ລະບົບນີເວດ ແລະສັດນ້ຳ ລວມເຖິງຄົນທີ່ເຮັດວຽກໃກ້ສິດໄດ້ສູບດົມສານເຄມີ ທີ່ເຫັນຜ່ານມາແມ່ນບາງແຂວງທາງພາກເໜືອ ແລະ ໂຄງການຢູ່ເມືອງສັງທອງຫວ່າງບໍ່ດົນມານີ້ ສະນັ້ນນະຄອນຫຼວງວຽງຈັນໃນປະຈຸບັນແມ່ນໄດ້ໃຫ້ໂຈະທຸກໂຄງການລົງທຶນປູກກ້ວຍໃໝ່ ຈົນກວ່າຈະໄດ້ຮັບການກວດກາມາຕະການຄວາມປອດໄພ ແລະຂະບວນການປູກສາກ່ອນ.

ທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ກ່າວວ່າ: ນະຄອນຫຼວງວຽງຈັນໄດ້ເລີ່ມມີໂຄງການປູກກ້ວຍເປັນໂຄງການໃຫຍ່ ນັບແຕ່ປີ 2014 ຢູ່ເຂດເມືອງສັງທອງ, ປາກງື່ມ, ນາຊາຍທອງ ມີທັງໝົດ 533 ເຮັກຕາ ຈາກ 5 ບໍລິສັດ ທັງພາຍໃນແລະ ຕ່າງປະເທດ ສາມາດໃຫ້ຜົນແລ້ວ 333 ເຮັກຕາ.

ສະເພາະ ເມືອງນາຊາຍທອງ ໂຄງການໃໝ່ລວມມີທັງໝົດ 4 ຈຸດ: ບ້ານແສນດິນ ມີ 80 ກວ່າເຮັກຕາ, ບ້ານທ່ອນໃກ້ອ່າງນໍ້າຫຸມ 400 ກວ່າເຮັກຕາ, ເຂດບ້ານອີ່ໄລເໜືອ 100 ເຮັກຕາ ແລະ ຈຸດນານາດແສນດິນ 100 ເຮັກຕາ.

ທຸກໂຄງການໃໝ່ສວນກ້ວຍທີ່ກໍາລັງບຸກເບີກພື້ນທີ່ດິນເຊົ່ານໍາປະຊາຊົນນັ້ນ ສວນກ້ວຍເກົ່າທີ່ປູກແລ້ວມີພຽງບາງສວນທີ່ໄດ້ຮັບອານຸຍາດຖືກຕ້ອງ ແລະ ໂຄງການໃໝ່ທັງໝົດແມ່ນຍັງບໍ່ໄດ້ຮັບອານຸຍາດ, ບາງໂຄງການກໍບໍ່ມີເອກະສານຫຍັງເລີຍ ເນື່ອງຈາກນັກລົງທຶນໄດ້ໄປເຊົ່າດິນໄຮ່ນາ ຮົ້ວສວນນໍາຜູ້ເປັນເຈົ້າຂອງກໍາມະສິດໂດຍກົງ ເຊິ່ງບໍ່ຜ່ານພາກສ່ວນກ່ຽວຂ້ອງຂອງລັດ ແລະ ບໍ່ຜ່ານຂັ້ນຕອນການຂໍອະນຸຍາດລົງທຶນຕາມກົດໝາຍ.

ດັ່ງນັ້ນ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈຶ່ງໄດ້ສັ່ງໃຫ້ທຸກໂຄງການສວນກ້ວຍໃໝ່ທີ່ກໍາລັງບຸກເບີກພື້ນທີ່ດິນເຊົ່ານໍາປະຊາຊົນ ໃຫ້ໂຈະການປູກກ້ວຍໄວ້ກ່ອນ ເພື່ອປະກອບເອກະສານລົງທຶນ, ເອກະສານສິ່ງແວດລ້ອມ ແລະ ຮັບອານຸຍາດຈາກພາກສ່ວນລັດຢ່າງຖືກຕ້ອງຕາມລະບຽບການກ່ອນ ຫາກໂຄງການໃດລະເມີດ ຈະຖືກດໍາເນີນມາດຕະການທາງກົດໝາຍ ຈະຖືກປັບໄໝ ຫຼື ທໍາລາຍຕົ້ນກ້ວຍຖິ້ມ ແຕ່ໄລຍະລໍຖ້າການປະກອບເອກສານຕ່າງໆສໍາເລັດ ໂຄງການໃໝ່ທີ່ຖືກສັ່ງໂຈະນັ້ນ ສາມາດປູກພືດຊະນິດອື່ນທົດແທນໄດ້.

ບໍ່ວ່າຈະໂຈະຊົ່ວຄາວ ຫຼື ໂຈະຖາວອນ ປະຊາຊົນຈຳນວນບໍ່ໜ້ອຍເມື່ອຮູ້ຂ່າວຕ່າງສະແດງຄວາມຄິດເຫັນຂອງຕົນລົງໃນສື່ອອນລາຍ ຊົມເຊີຍທີ່ພາກລັດໃຫ້ຄວາມເອົາໃຈໃສ່ບັນຫາສິ່ງແວດລ້ອມ ແລະຄວາມປອດໄພຂອງປະຊາຊົນປະເທດຊາດມາເປັນບັນຫາກົກ.