ພອນສະແຫວງກໍພາສູ່ຄວາມສໍາເລັດໄດ້ ໂດຍ: ອາຫຼິງ ມະນີທິບ

117

ຂໍສະແດງ ຄວາມຍິນດີກັບ ສາວ ອາຫຼິງ ຫຼື ມະນີທິບ ວົງພະຈັນ ຜູ້ຊະນະເລີດໃນໂຄງການ ແຟ ແຟຊັນ ລາວ Fair Fashion Laos 2019 ມື້ວານນີ້ ວັນທີ 12 ພຶດສະພາ 2019 ທີ່ ຫໍວັດທະນະທໍາແຫ່ງຊາດ.

 

ອາຫຼິງ ໄດ້ໃຫ້ສໍາພາດກັບທີມຂ່າວເສດຖະກິດ-ການຄ້າວ່າ: “ອາຫຼິງ ຄິດວ່າໂຕເອງບໍ່ມີພອນສະຫວັນທາງດ້ານນີ້ ແຕ່ມີພອນສະແຫວງທີ່ຢາກຈະຮຽນຮູ້ຢາກເຮັດໃຫ້ໄດ້ຕັ້ງແຕ່ຕອນ ມ 1 ເປັນຕົ້ນມາ ໄດ້ເລີ່ມຮຽນ ຊອກຫາຄວາມຮູ້ ເຮັດຕາມ ແລະ ອອກແບບມາເລື້ອຍໆ.

 

ສ່ວນແຮງບັນດ້ານໃຈແມ່ນບໍ່ມີໃຜເປັນແບບ ແຕ່ມີໃຈມັກ ແລະ ຢາກເປັນພະຍາຍາມຄົ້ນຫາໂຕເອງຜ່ານການຮຽນຮູ້ ຈຶ່ງຮູ້ວ່ານີ້ເປັນສິ່ງທີ່ເຮົາມັກ ແລະ ຢາກພັດທະນາຂຶ້ນເລື້ອຍໆ.

 

 

ປັດຈຸບັນ ອາຫລິງ ອາຍຸ 25 ປີ ຢູ່ບ້ານ ນາຄຳ ເມືອງສີໂຄດ ປະກອບເຮັດທຸລະກິດສ່ວນໂຕ ທີ່ເຂົ້າມາປະກວດໂຄງການນີ້ເພາະເພິ່ນສະຫນັບສະຫນຸນ ແລະ ສົ່ງເສີມການຮວ່ມມືລະຫວ່າງນັກອອກແບບ ແລະ ຮ້ານຫັດຖະກຳລາວ ພ້ອມທັງການສະຫນັບສະຫນູນແຟຊັ້ນແບບຢືນຢົງ.

 

 

 

ນ້ອງດີໃຈທີ່ໄດ້ເຂົ້າຮ່ວມເປັນຫນຶ່ງບາດກ້າວໃນການກະຈາຍສະຕິ ແລະ ຄວາມຮູ້ກ່ຽວກັບແຟຊັນ ການແຕ່ງກາຍ ທີ່ຍືນຍົງ (sustainable fashion) ແລະ ໄດ້ນຳແພລາວມາມີສ່ວນຮ່ວມ ແລະ ພູມໃຈສຸດໆທີ່ໄດ້ຮັບລາງວັນ ຊະນະເລີດ ໃນໂຄງການ Fair Fashion Laos 2019 ນີ້  ອາຫຼິງ ຈະຖືໂອກາດນີ້ຕໍ່ຍອດສ້າງແບບເຄື່ອງແຕ່ງກາຍຂອງໂຕເອງ ແລະ ຈາກໂອກາດນີ້ ຢາກໃຫ້ຄົນລາວມີໂອກາດໄດ້ເຫັນຄວາມງົດງາມຂອງແພລາວໃນແບບໃຫມ່ໆຕະຫຼອດ.

 

ສໍາລັບຊຸດທີ່ ອາຫຼິງ ອອກແບບໃນງານຄັ້ງນີ້ແມ່ນ ຊຸດຈາກຊົ່ນເຜົ່າແງະ ແຂວງເຊກອງ ຜ້າຂອງພວກເຂົາເຈົ້າຈະຍ້ອມດ້ວຍສີທຳມະຊາດ ແລະ ຕໍ່າດ້ວຍກີ້ແອວ.

 

 

ອາຫຼິງ ຈຶ່ງມີແນວຄິດທີ່ວ່າຢາກຈະນຳຜ້າຂອງຊົ່ນເຜົ່ານີ້ມາປັບໃຊ້ໃສ່ແນວທາງຂອງໂຄງການເຊິ່ງກໍຄືການອອກແບບ ແຟຊັ້ນຢ່າງຢືນຢົງ (sustainable fashion) ດ້ວຍການໃຊ້ຜ້າລາວ.

 

 

ໂດຍທັງສອງຊຸດຈະມີການໃຊ້ເຕັກນິກການເຮັດຕາມແບບຂອງ eco fashion (ສ້າງຂຶ້ນເພື່ອນໍາໄປສູ່ສິ່ງແວດລ້ອມທີ່ດີ ແລະ ສ້າງຄວາມສົມດຸນໃຫ້ກັບໂລກຫຼາຍຍິ່ງຂຶ້ນ) ກໍຄື Zero waste (ເອົາສິ່ງທີມີຢູ່ແລ້ວມານໍາໃຊ້ຄືນໃຫ້ມີປະສິດທິພາບ ແລະ ຄຸນປະໂຫຍດຫຼາຍທີ່ສຸດ ໂດຍຫຼຸດການໃຊ້ ການເພີ່ມສິ່ງຊັບພະຍາກອນໃໝ່ໃຫ້ໜ້ອຍລົງ) ແລະ upcycle (ການແຕ່ງກາຍແບບລຽບງ່າຍ ຈາກເສດຜ້າ).

 

 

 

ຕົວຢ່າງຊຸດສີຂາວແມ່ນໃຊ້ເຕັກນິກ zero waste ກໍຄືຕ້ອງເຮັດແບບໄດ້ກໍໄດ້ທີ່ຈະບໍ່ໃຫ້ເກີດຜ້າເສດຈາກການເຮັດເສຶອຜ້າ. ນ້ອງຈິ່ງໄດ້ນຳແພ 2 ແມັດເປັນແຜຝ້າຍລາວແທ້100% ມາຫຍິບເປັນຊຸດ ໂດຍທີ່ບໍ່ມີການຕັດຜ້າເສດ ພ້ອມທັງນຳຜ້າລາຍ ຂອງ ຊົ່ນເຜົ່າແງະ ມາປະດັບປະດາ ໃສ່ຄວາມລຽບງ່າຍທີ່ບົ່ງບອກເຖິງຄວາມເປັນຕົວເອງ.

 

 

 

ອີກຫນຶ່ງຊຸດສີເທົ່າແມ່ນແມ່ນໃຊ້ເຕັກນິກ upcycle ອາຫຼິງ ໄດ້ຕັດເປັນຊຸດສະບາຍໆ ແຕ່ເນັ້ນການຕັດຫຍິບທີ່ນຽບລຽບງ່າຍ ແລະ ໄດ້ນຳເອົາຜ້າເສດເຫຼືອ ຈາກການຕັດຊຸດນີ້ໄປຫຍິບຕິດເຂົ້າກັນເຮັດເປັນກະເປົາຖື ເພຶ່ອຫຼຸດບັນຫາຂອງເສດເຫລືອໃຫ້ສິ່ງແວດລ້ອມ ເຊິ່ງຄວາມຄິດສ່ວນຕົວແມ່ນຍາກເຕີບໃນການອອກແບບຊຸດ ເພາະຕ້ອງຄິດແລ້ວຄິດອີກ ກ່ອນທີ່ຈະຕັດຫລືຫຍິບຊຸດໄດ້ຫນຶ່ງເພາະຕ້ອງເນັ້ນຫນັກສະເຫມີວ່າຊຸດຂອງເຮົາຕ້ອງເປັນຊຸດທີ່ເປັນມິດກັບສິ່ງແວ້ດລ້ອມ, ຄົນ, ສັດ ແລະ ອື່ນໆ.