ລາວເວີນ ຊີ້ ຈະເລັ່ງຫາລືຊົດເຊີຍແກ່ຜູ້ເສຍຫາຍ ພ້ອມປັບປຸງອາຄານຄືນໃໝ່

56

ຈາກເຫດໄຟໄໝ້ສູນການຄ້າ ລາວ – ໄອເຕັກ ( ຕຶກເກົ່າ ) ໃນເວລາປະມານ 8:35 ໂມງ ຂອງວັນທີ 10 ພຶດສະພາ 2019 ເຮັດໃຫ້ສິນຄ້າຂອງບັນດາຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຄວາມເສຍຫາຍ 24 ຮ້ານ ໃນຈຳນວນ 300 ກວ່າຮ້ານ ທີ່ເຂົ້າຮ່ວມງານວາງສະແດງ ເຊິ່ງທາງ ບໍລິສັດ ລາວເວີນ ອອກມາສະແດງຄວາມຮັບຜິດຊອບຈະເລັ່ງເກັບກຳປະເມີນຜົນເສຍຫາຍ ພ້ອມຈະເລັ່ງສ້ອມແປງປັບປຸງຕຶກໃຫ້ທັນເປີດບໍລິການໃນເດືອນກໍລະກົດ.

ໃນຕອນບ່າຍຂອງວັນເກີດເຫດ ບໍລິສັດ ລາວເວີນ ມະຫາຊົນ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການຈັດງານ ແລະ ເຫດການໄຟໄໝ້ສູນການຄ້າ ລາວ – ໄອເຕັກ ( ຕຶຶກເກົ່າ ) ໂດຍໃຫ້ການຖະແຫຼງຂອງ ທ່ານ   ສີບຸນທຳ ສີບຸນມີ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວເວີນ ມະຫາຊົນ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ພ້ອມດ້ວຍບັນດາຜູ້ປະກອບການ, ແມ່ຄ້າຊາວຂາຍ ແລະ ມວນຊົນເຂົ້າຮ່ວມ.

ທ່ານ ສີບຸນທຳ ສີບຸນມີ ໃຫ້ຮູ້ວ່າ: ເວລາປະມານ 8:26 ໂມງ ຂອງວັນທີ 10 ພຶດສະພາ ພະນັກງານຂອງສູນການຄ້າພວກເຮົາໄດ້ເປີດໄຟຟ້າ ແລະ ແອເພື່ອຮອງຮັບລູກຄ້າ ແຕ່ຕໍ່ມາອີກ 10 ນາທີ ປາກົດວ່າເຫັນໄຟລຸກຂຶ້ນຢູ່ເຂດເບື້ອງຊ້າຍດ້ານເດີ່ນບານ ( ຕອນປິ່ນໜ້າເຂົ້າ ) ຢູ່ຈຸດຮ້ານຄ້າປະດັບລົດຍົນ ເຊິ່ງພະນັກງານ 5 ຄົນ ກໍໄດ້ສຸມໃສ່ເອົາບັ້ງດັບເພີງໄປສີດໃສ່ແຕ່ບໍ່ສາມາດຄວບຄຸມໄຟໄວ້ ໄດ້. ຈາກນັ້ນ, ກໍໂທຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ດັບເພີງນະຄອນຫຼວງ ມາຊ່ວຍມອດ ແລະ ໄດ້ໃຊ້ເວລາປະມານ 45 ນາທີ ກໍສາມາດຄວບຄຸມໄຟໄວ້ໄດ້.

ຈາກການສຳຫຼວດເບື້ອງຕົ້ນມີ 24 ຮ້ານ ໄດ້ຮັບຄວາມເສຍຫາຍໃນຈຳນວນທັງໝົດທີ່ມາຮ່ວມວາງສະແດງໃນງານ Made In Laos ມີ 382 ຮ້ານ ກວມເອົາປະມານ 6%, ສ່ວນມູນຄ່າເສຍຫາຍນັ້ນພວກເຮົາແມ່ນມີຄະນະກຳມະການຂອງບໍລິສັດ ຈະສົມທົບກັບພາກສ່ວນບໍລິສັດປະກັນໄພ ແລະ ເຈົ້າຂອງຮ້ານປະເມີນຕົວຈິງ. ພ້ອມນີ້, ພວກເຮົາໄດ້ແຕ່ງຕັ້ງຄະນະຮັບຜິດຊອບເພື່ອຮວບຮວມຂໍ້ມູນສົມທົບກັບເຈົ້າໜ້າທີ່ເພື່ອເອົາຂໍ້ມູນຄວາມຈິງ, ຮ່ວມກັນປະເມີນຄວາມເສຍຫາຍຂອງແຕ່ລະພາກສ່ວນ, ເລັ່ງສຸມທຶນຮອນເພື່ອຟື້ນຟູອາຄານ ຫຼື ຕຶກໃຫ້ໄວເທົ່າທີ່ຈະໄວໄດ້ ເຊິ່ງຕາມແຜນຄາດຄະເນແມ່ນຈະໃຊ້ເວລາ 1 ເດືອນ ຄາດວ່າເດືອນກໍລະກົດ ຈະສາມາດເປີດໃຫ້ບໍລິການໄດ້ອີກຄັ້ງ ແຕ່ຖ້າເປັນໄປໄດ້ແມ່ນຈະເລັ່ງໃຫ້ແລ້ວກ່ອນວັນທີ 1 ມິຖຸນາ, ສ່ວນການຊົດເຊີຍຄ່າເສຍຫາຍຕ່າງໆພວກເຮົາຈະຮ່ວມປຶກສາຫາລືກັນຕື່ມ ເນື່ອງຈາກວ່າສູນການຄ້າພວກເຮົາແມ່ນມີປະກັນໄພ, ບັນດາສິນຄ້າຂອງຮ້ານຄ້າຕ່າງໆນັ້ນແມ່ນພວກເຮົາຈະບໍ່ທັນອະນຸຍາດໃຫ້ເອົາອອກເທື່ອ, ສິນຄ້າທີ່ີອະນຸຍາດໃຫ້ເອົາອອກແມ່ນສິນຄ້າທີ່ເປັນຂອງບູດເນົ່າ.

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ງານວາງສະແດງຜະລິດຕະພັນລາວທ້າຍອາທິດຜ່ານມາ ພວກເຮົາໄດ້ເຊີນເອົາບັນດາຜູ້ປະກອບການທັງ 18 ແຂວງ ມີທັງໝົດມີ 300 ກວ່າຮ້ານ. ໃນນັ້ນ, ມີ 191 ຮ້ານ ທີ່ເປັນສະມາຊິກ ຫຼື ຮ້ານທີ່ສະພາການຄ້າເຊີນມາຮ່ວມ ແລະ ຮັບຜິດຊອບ. ຈາກເຫດການໄຟໄໝ້ແມ່ນມີ 2 ຮ້ານ ທີ່ໄດ້ຮັບ ຄວາມເສຍຫາຍ ຄື: L07 ແລະ L09, ສ່ວນເຄື່ອງ ຫຼື ສິນຄ້າທີ່ນຳມາວາງສະແດງແມ່ນພວກເຮົາຈະບໍ່ທັນໃຫ້ນຳເອົາອອກ ເພາະຕ້ອງຖ້າໃຫ້ເຈົ້າໜ້າທີ່ປະກັນໄພມາກວດກາປະເມີນຕົວຈິງກ່ອນແລ້ວຈຶ່ງຈະໃຫ້ເອົາອອກມາໄດ້, ສ່ວນງານວາງສະແດງຜະລິດຕະພັນລາວ Made In Laos ແມ່ນພວກເຮົາຈະບໍ່ໄດ້ຍົກເລີກໄປເລີຍ ແຕ່ພວກເຮົາຈະເລື່ອນໄປຈັດພາຍຫຼັງທີ່ທາງໄອເຕັກມີການສ້ອມແປງຟື້ນຟູ ໃນລະ ຫວ່າງ ວັນທີ 20 – 28 ກໍລະກົດ ເຊິ່ງລາຍລະອຽດນັ້ນແມ່ນທາງພວກເຮົາຈະແຈ້ງໃຫ້ຮັບຊາບອີກຄັ້ງ.

ທ່ານ ນາງ ຄຳເສົາ ຜູ້ປະກອບການທີ່ນຳເຄື່ອງມາຮ່ວມວາງສະແດງສິນຄ້າ ໄດ້ກ່າວວ່າ: ຂ້າພະເຈົ້າໄດ້ນຳເອົາສິນຄ້າຖົ່ວດາວອິນຄາ ມາວາງສະແດງ ແລະ ມື້ນີ້ກໍເປັນມື້ເປີດງານມື້ທຳອິດ ແຕ່ພັດມາຖືກເຫດການນີ້ເກີດຂຶ້ນກ່ອນ, ສຳລັບຮ້ານຂ້າພະເຈົ້າແມ່ນໄດ້ນຳສິນຄ້າມາວາງສະແດງມູນຄ່າ 70 ກວ່າລ້ານກີບ ແຕ່ວ່າຮ້ານຂ້າພະເຈົ້າບໍ່ໄດ້ຖືກໄຟໄໝ້ ມັນອາດຈະໄດ້ຮັບ ຄວາມເສຍຫາຍຈາກນໍ້າທີ່ສີດດັບໄຟ ແຕ່ຍັງບໍ່ສາມາດສະຫຼຸບໄດ້ເທື່ອວ່າມີຈຳນວນເທົ່າໃດທີ່ເສຍຫາຍ ເພາະທາງເຈົ້າໜ້າທີ່ເພິ່ນຍັງບໍ່ທັນໃຫ້ເຂົ້າໄປເທື່ອ.