ອາກາດຍັງຈະສືບຕໍ່ຮ້ອນ, ຂະນະແຕ່ລະພາກຈະມີຝົນຕົກເລັກນ້ອຍ-ປານກາງ

127

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ລາຍງານສະພາບອາກາດຂອງວັນທີ 13 ພຶດສະພາ 2019ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດຍັງສືບຕໍ່ຮ້ອນຢູ່ທົ່ວໄປ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ຢູ່ບາງທ້ອງຖິ່ນແຂວງ ພາກເໜືອ ແລະ ພາກກາງ ພ້ອມມີລົມພັດແຮງເປັນບາງໂອກາດ.

ในภาพอาจจะมี ต้นไม้, ท้องฟ้า, ต้นพืช, สถานที่กลางแจ้ง และธรรมชาติ

ພາບປະກອບຂ່າວ

 

ພາກເໜືອດ້ານຕາເວັນອອກ: ອາກາດຮ້ອນໃນຕອນບ່າຍ ແລະ ຈະມີຝົນຕົກ, ຟ້າຮ້ອງ ໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມໃນລະຫວ່າງ 20-32 ອົງສາ.

     ພາກເໜືອດ້ານຕາເວັນຕົກ: ອາກາດຮ້ອນ ຫາ ຮ້ອນເອົ້າ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຢູ່ບາງທ້ອງຖິ່ນແຂວງຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ. ອຸນຫະພູມໃນລະຫວ່າງ 25-39 ອົງສາ.

 

ในภาพอาจจะมี ท้องฟ้า, ต้นพืช, สถานที่กลางแจ้ง และธรรมชาติ

ພາບປະກອບຂ່າວ

 

     ພາກກາງ: ຍັງຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍ ແລະ ຕົກປານກາງ ຢູ່ບາງທ້ອງຖິ່ນແຂວງ ວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 25-35 ອົງສາ. ສະເພາະແຂວງໄຊສົມບູນ ອາກາດເຢັນໃນຕອນເຊົ້າ ແລະ ຍັງຈະມີຝົນຕົກຟ້າຮ້ອງໃນລະດັບຄ່ອຍຢູ່ຕື່ມອີກ. ອຸນຫະພູມໃນລະຫວ່າງ 17-28 ອົງສາ.

ສະເພາະນະຄອນຫຼວງວຽງຈັນ: ອາກາດຍັງຮ້ອນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດໃນຕອນບ່າຍຫາກາງຄືນ. ອຸນຫະພູມໃນລະຫວ່າງ 25-36 ອົງສາ.

 

ในภาพอาจจะมี ต้นพืช, ต้นไม้, สะพาน และสถานที่กลางแจ้ง

ພາບປະກອບຂ່າວ

 

ພາກໃຕ້: ອາກາດຮ້ອນ ແລະ ຍັງຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ພ້ອມມີລົມພັດແຮງຢູ່ເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 25-35 ອົງສາ.

     ສຳລັບເຂດພູພຽງບໍລິເວນ: ຍັງຈະມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມໃນລະດັບຄ່ອຍຢູ່ຕື່ມອີກ. ອຸນຫະພູມໃນລະຫວ່າງ 13-28 ອົງສາ.

 

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ

ไม่มีคำอธิบายรูปภาพ

ไม่มีคำอธิบายรูปภาพ

 

ไม่มีคำอธิบายรูปภาพ