ເມືອງໂພນທອງ ລົບລ້າງລະດົມເງິນຈາກກຳມະບານ ແລະ ຊາວໝຸ່ມແລ້ວ

156

ກາຍເປັນກະແສຮ້ອນແຮງໃນສັງຄົມອອນລາຍ ກໍລະນີ, ມີການປຸກລະດົມເກັບເງິນຈາກສະມາຊິກສອງອົງການຈັດຕັ້ງຜູ້ລະ 50 ພັນກີບ ຢູ່ເມືອງໂພນທອງ ແຂວງ ຫຼວງພະບາງ ເພື່ອປະກອບສ່ວນເຂົ້າໃນພິທີເປີດເມືອງຊາວໝຸ່ມ 4 ບຸກ ແລະ ເມືອງ ກຳມະບານ 5 ເປັນເຈົ້າ, ເຊິ່ງເຫດການດັ່ງກ່າວກາຍເປັນທີ່ ວິພາກວິຈານຢູ່ໃນສັງຄົມອອນລາຍ, ຈົນໃນທີ່ສຸດເຈົ້າເມືອງໂພນທອງ ກໍ່ໄດ້ອອກມະຕິຕົກລົງຍົກເລີກການລະດົມທຶນເປັນທີ່ຮຽບຮ້ອຍ ພ້ອມທັງຊີ້ແຈງເຖິງສາເຫດຂອງການລະດົມທຶນໃນຄັ້ງນີ້ດ້ວຍ.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

ເຈົ້າເມືອງໆໂພນທອງ ແຂວງ ຫຼວງພະບາງ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 88/ຈມ-ພທ ລົງວັນທີ 13 ພຶດສະພາ 2019 ວ່າດ້ວຍການລົບລ້າງ ມະຕິຕົກລົງຂອງຄະນະຮັບຜິດຊອບ ວ່າດ້ວຍການກະກຽມເປີດເມືອງຊາວໝຸ່ມ 4 ບຸກ ແລະ ກຳມະບານ 5 ເປັນເຈົ້າ ເຊິ່ງໃນຂໍ້ຕົກລົງເຈົ້າເມືອງໄດ້ລະບຸວ່າ: ເຫັນດີລົບລ້າງມະຕິຕົກລົງຂອງຄະນະຮັບຜິດຊອບ ວ່າດ້ວຍການຕົກລົງລະດົມເງິນຈາກສາມະຊິກສະຫະພັນກຳມະບານ ແລະ ສາມະຊິກຊາວໝຸ່ມ ເພື່ອກຽມຕົວເປີດເມືອງຊາວໝຸ່ມ 4 ບຸກ ແລະ ກຳມະບານ 5 ເປັນເຈົ້າ; ໃຫ້ບັນດາອົງການຈັດຕັ້ງພັກ-ລັດ, ພາກສ່ວນກ່ຽວຂ້ອງ ແລະ ຄະນະຮັບຜິດຊອບ ຈົ່ງພ້ອມກັນຮັບຮູ້ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ໃນຂະນະທີ່, ຄະນະນຳພາຍໃນເມືອງໂພນທອງ ແຂວງ ຫຼວງພະບາງ ໄດ້ອອກມາຊີ້ແຈງກໍລະນີກ່ຽວກັບມະຕິຂໍ້ຕົກລົງສະບັບເລກທີ 01/ສກບ.ຊໝ.ພທ ລົງວັນທີ 22 ມີນາ 2019 ວ່າດ້ວຍການຄົ້ນຄວ້າປຶກສາຫາລື ຄວາມເປັນເອກະພາບ ໃນການກະກຽມເປີດເມືອງຊາວໝຸ່ມ 4 ບຸກ ແລະ ເມືອງ ກຳມະບານ 5 ເປັນເຈົ້າວ່າ: ມະຕິຕົກລົງສະບັບດັ່ງກ່າວນັ້ນ ບໍ່ແມ່ນຄໍາສັ່ງແຈ້ງຕັດເງິນເດືອນພະນັກງານ-ລັດຖະກອນແຕ່ຢ່າງໃດ ແຕ່ມັນຫາກແມ່ນຄວາມເຫັນດີເປັນເອກະພາບພາຍໃນເມືອງໃຫ້ມີການເກັບເງິນຜູ້ລະ 50 ພັນ ກີບ ເພື່ອປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ, ທັງນີ້ ກໍ່ເນື່ອງມາຈາກ ຄວາມຈໍາເປັນທາງດ້ານງົບປະມານ.

ເປັນພຽງພາບປະກອບຂ່າວ ບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນ

 

ສະນັ້ນ, ພວກເຮົາຈຶ່ງໄດ້ເຕົ້າໂຮມເອົາສາມະຊິກຊາວໝຸ່ມ, ກຳມະບານ ມາປຶກສາຫາລືເພື່ອຄວາມເປັນເອກະພາບກັນພາຍໃນເມືອງ ເພື່ອປະກອບສ່ວນໃຊ້ຈ່າຍເຂົ້າໃນວຽກງານດັ່ງກ່າວ ບໍ່ຢາກໃຫ້ເຂົ້າໃຈວ່າ ມາປຸກລະດົມເອົາຂອງບຸກຄົນ, ຄອບຄົວ ຫຼື ຍັກຍອກເອົາຂອງສ່ວນລວມ.

ສ່ວນລາຍເຊັນນັ້ນ ແມ່ນເຊັນກັນດ້ວຍຄວາມເປັນເອກະພາບຂອງໝູ່ຄະນະ ຕາມການມອບໝາຍຂອງຂົງເຂດຊີ້ນຳ ເພື່ອເປັນການຢັ້ງຢືນໃຫ້ຜູ້ຈັດຕັ້ງປະຕິບັດ. ສ່ວນມະຕິແຈ້ງປຸກລະດົມນັ້ນແມ່ນຍັງບໍ່ທັນໄດ້ນຳໃຊ້ແຈ້ງເທື່ອ ເພາະວ່າແຈ້ງອອກວັນທີ 9 ພຶດສະພາ 2019 ໃຫ້ໜ່ວຍງານອ້ອມຂ້າງ ແຕ່ມາຮອດວັນທີ 10 ພຶດສະພາ 2019 ແມ່ນໄດ້ເກີດເຫດການແລ້ວ. ສະນັ້ນ, ມາຮອດປັດຈຸບັນນີ້ ແມ່ນໄດ້ໂຈະການລະດົມເງິນທຶນເປັນທີ່ຮຽບຮ້ອຍແລ້ວ ຈິ່ງຂໍໃຫ້ເຂົ້າໃຈຕາມນີ້.