ເລຂາທິການ ຢູເອັນ ເລັ່ງເດີນໜ້າປຸກລະດົມຫຼຸດພາວະໂລກຮ້ອນ

143

ເລຂາທິການແຫ່ງສະຫະປະຊາຊາດຢ້ຽມຢາມປະເທດນິວຊີແລນ ເພື່ອເພິ່ມການປຸກລະດົມໃຫ້ປະຊາຄົມໂລກຮ່ວມກັນເພິ່ມການໃຫ້ຄວາມສໍາຄັນ ໃນການແກ້ໄຂວິກິດໂລກຮ້ອນ.

ສໍານັກຂ່າວຕ່າງປະເທດລາຍງານຈາກເມືອງໂອຄແລນ ປະເທດນິວຊີແລນ ເມື່ອວັນຈັນ ທີ 13 ພຶດສະພາ ວ່າ ທ່ານອັນໂຕນິໂອ ກູເຕເຣສ ເລຂາທີການສະຫະປະຊາຊາດ (UN) ກ່າວຕໍ່ທຳນຽບນາຍົກລັດຖະມົນຕີນິວຊີແລນ ທີ່ເມືອງໂອຄແລນ ເມື່ອວັນອາທິດ ເຊິ່ງເປັນຈຸດໝາຍແຫ່ງທຳອິດຂອງເລຂາທິການຢູເອັນ ໃນການກະຕຸ້ນປຸກລະດົມໃຫ້ປະຊາຄົມໂລກ ເພິ່ມການໃຫ້ຄວາມສຳຄັນກັບວິກິດ ໂລກຮ້ອນ ວ່າ ການປ່ຽນແປງດ້ານອຸນຫະພູມຂອງອາກາດກໍາລັງເກີດຂຶ້ນຢ່າງວ່ອງໄວ ແລະ ທະວີຄວາມຮຸນແຮງໄປທົ່ວທຸກມຸມຂອງໂລກ ເຫັນໄດ້ຊັດເຈນຕະຫຼອດໄລຍະ 4 ປີ ທີ່ຜ່ານມາ ລ້ວນແຕ່ມີການບັນທຶກວ່າເປັນສະຖິຕິຮ້ອນທີ່ສຸດໃນຫຼາຍປະເທດ ແລະ ຫຼາຍພາກພື້ນຕະຫຼອດຈົນຜົນການວິໄຈທາງວິທະຍາສາດ ທີ່ມີອອກມາຢ່າງຕໍ່ເນື່ອງວ່າ ພື້ນທີ່ຂອງນໍ້າກ້ອນໃນຂົ້ວໂລກເໜືອ ແລະ ໃຕ້ ຫຼຸດລົງຫຼາຍເມື່ອທຽບກັບຫຼາຍທົດສະວັດກ່ອນໜ້ານີ້.

ທ່ານອັນໂຕນິໂອ ກູເຕເຣສ ເລຂາທີການສະຫະປະຊາຊາດ (ຊ້າຍ) ແລະ ນາຍົກລັດຖະມົນຕີ ທ່ານນາງ ຈາຊິນດາ ອາເດິນ (ຂວາ)

ທັງນີ້ ເລຂາທິການຢູເອັນກ່າວດ້ວຍວ່າ ເຖິງວ່າການເດີນຂະບວນປຸກລະດົມທົ່ວໂລກເພິ່ມຂຶ້ນ ເພື່ອກະຕຸ້ນທຸກປະເທດໃຫ້ຢຶດໝັ້ນຕາມຂໍ້ຕົກລົງປາຣີສ ໃນການຈຳກັດການພະຍາຍາມເພິ່ມຂຶ້ນຂອງອຸຫະພູມສະເລ່ຍເທິງໂລກ ບໍ່ໃຫ້ເກີນ 1,5 ອົງສາ ເມື່ອທຽບກັບຍຸກກ່ອນປະຕິວັດອຸດສາຫະກຳ ແລະ ມາດຕະການຄວບຄຸມການປ່ອຍກ໊າຊກາກໂບນິກ ແຕ່ໃນທາງປະຕິບັດກໍ່ຍັງບໍ່ເຫັນຜົນ ອີກປະການໜຶ່ງ ຕໍ່ຈາກນິວຊີແລນ ທ່ານກູເຕເຣສ ມີກຳນົດຢ້ຽມຢາມຟິຈິ, ຕູວາລູ ແລະ ວານູອາຕູ ກຸ່ມປະເທດໝູ່ເກາະທີ່ກຳລັງໄດ້ຮັບຜົນກະທົບຈາກຄວາມປ່ຽນແປງຂອງລະດັບນໍ້າທະເລ ອັນເນື່ອງມາຈາກພາວະໂລກຮ້ອນ.

ในภาพอาจจะมี หนึ่งคนขึ้นไป, ท้องฟ้า และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, มหาสมุทร, ท้องฟ้า, ชายหาด, สถานที่กลางแจ้ง, น้ำ และธรรมชาติ

ຂະນະທີ່ ນາຍົກລັດຖະມົນຕີຈາຊິນດາ ອາເດິນ (Jacinda Kate Laurell Ardern) ກ່າວວ່າ ລັດຖະບານກຽມສະເໜີຮ່າງກົດໝາຍ ເຂົ້າສູ່ການພິຈາລະນາຂອງສະພາກ່ອນໝົດປີນີ້ ວ່າດ້ວຍການປະກາດໃຫ້ນິວຊີແລນເປັນປະເທດທີ່ພະຍາຍາມເດີນໜ້າສູ່ການເປັນຊາດ “ເປັນກາງທາງດ້ານກາກບອນ ( carbon neutral)”  ທີ່ໝາຍເຖິງການບໍ່ປ່ອຍກ໊າຊກາກໂບນິກສະສົມອອກສູ່ຊັ້ນບັນຍາກາດ ແລະ ຊົດເຊີຍດ້ວຍການປູກຕົ້ນໄມ້ເພື່ອການກັ່ນຕອງສະພາບອາກາດບໍລິສຸດໃຫ້ໄດ້ຫຼາຍທີ່ສຸດ ພາຍໃນປີ 2050.