ແຂວງວຽງຈັນເປີດກວ້າງ 200 ກວ່າຄົນຮ່ວມເສັງຊິງຕົວເລກ 41 ໂກຕ່າ

71

ຜ່ານໄປອີກໜຶ່ງຂັ້ນ ຜູ້ທີ່ຢາກສອບເສັງເຂົ້າລັດຖະກອນ ປະກອບອາຊີບເປັນຄູ ແລະ ບໍລິຫານ ສົກຮຽນ 2018-2019 ຂອງ ພະແນກສຶກສາທິການ ແລະ ກິລາແຂວງວຽງຈັນ ທີ່ຫາກໍໄດ້ສອບເສັງໄປ ໃນວັນທີ 11 ພຶດສະພາ 2019 ທີ່ຜ່ານມາ ທີ່ໂຮງຮຽນ ມສ ໂພນໝີ.

 

 

ອີງຕາມຄໍາແນະນໍາຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 420/ສສກ, ລົງວັນທີ 03 ເມສາ 2019 ວ່າດ້ວຍການຮັບ ແລະ ບັນຈຸລັດຖະກອນຄູ ແລະ ບໍລິຫານ ໃນຂະແໜງການສຶກສາ ແລະ ກິລາ ສົກຮຽນ 2018-2019 ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຮັບທັງໝົດ 41 ໂກຕ່າ, ໃນນັ້ນ ລັດຖະກອນຄູ ຈໍານວນ 38 ໂກຕ່າ ແລະ ບໍລິຫານຈໍານວນ 3 ໂກຕ່າ.

 

 

ການສອບເສັງຄັດເລືອກໃນຄັ້ງນີ້ມີຜູ້ເຂົ້າຮ່ວມສອບເສັງ 257 ຄົນ ໂດຍແບ່ງຕາມສາຍວິຊາຄື: ຄູອະນຸບານ ຈໍານວນ 94 ຄົນ, ຄູປະຖົມ ຈໍານວນ 76 ຄົນ, ຄູຊັ້ນມັດທະຍົມ ( ຕາມສາຍວິຊາ ) ຈໍານວນ 81 ຄົນ ແລະ ບໍລິຫານ ຈໍານວນ 6 ຄົນ.

 

ຕາມເນື້ອໃນຈິດໃຈຂອງພະແນກສຶກສາແຂວງ ແມ່ນໄດ້ໄດ້ຈັດການສອບເສັງແບບເປີດກວ້າງ  ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ສອນດີ, ສອນເກັ່ງ, ມີຄຸນສົມບັດດີ ມັກຮັກໃນອາຊີບຄູປະກອບເຂົ້າເປັນລັດຖະກອນຄູ ແລະ ບໍລິຫານ ຕາມຕົວເລກແບ່ງປັນຂອງກະຊວງສຶກສາທິການ ແລະ ກິລາ ໃນນັ້ນມີທັງເສັງພາກທິດສະດີ ແລະສຳພາດຕົວຈິງ.

 

 

ແນວໃດກໍຕາມ 41 ຄົນນັ້ນຈະແມ່ນໃຜ ກໍຖືວ່າໂຊກດີ ແລະເກັ່ງແທ້ ຂໍໃຫ້ສືບຕໍ່ເປັນ ແມ່ພິມທີ່ດີຂອງຊາດ ເພື່ອສິດສອນນ້ອງນຸ່ງລູກຫຼານໃຫ້ເປັນຄົນຮູ້ຜູ້ດີ ແລະເປັນບຸກຄະລາກອນທີ່ມີຄຸນນະພາບຂອງປະເທດເຮົາຕໍ່ໄປ.

 

ທີ່ມາ : ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ.