ເມື່ອວັນທີ 10 ພຶດສະພາ ຜ່ານມາ ຜູ້ນໍາຂອງປະເທດຣັສເຊຍໄດ້ຮ່ວມລົງແຂ່ງກີລາຮັອກກີ້ ນໍ້າກ້ອນ ປະຈໍາປີ ທີ່ເມືອງໂຊຊິ ເຊິ່ງບັນດາຜູ້ທີ່ເຂົ້າຮ່ວມໃນການແຂ່ງຂັນນີ້ ກໍ່ມີທັງນັກການເມືອງ, ນັກທຸລະກິດລວມເຖິງອະດີດນັກກິລາຮັອກກີ້ຜູ້ສູງອາຍຸ.
ປະທານາທິບໍດີວະລາດິເມຍ ປູຕິນ ຜູ້ນໍາຂອງປະເທດຣັສເຊຍ ນອກຈາກຈະບໍລິຫານປະເທດແລ້ວ ທ່ານກໍ່ມີທັກສະດ້ານກີລາທີ່ໂດດເດັ່ນບໍ່ແພ້ກັນ ເຫັນໄດ້ຈາກການແຂ່ງຂັນຮັອກກີ້ ນໍ້າກ້ອນ ນັດຫຼ້າສຸດ ທີ່ທ່ານສາມາດຊ່ວຍທີມຍິງປະຕູ ໄດ້ຫຼາຍເຖິງ 8 ປະຕູ.
ໂດຍລະຫວ່າງການແຂ່ງຂັນ ທ່ານປູຕິນ ກໍ່ເຮັດຜົນງານໄດ້ໂດດເດັ່ນ ສາມາດຍິງປະຕູ ອີກທີມໄດ້ເຖິງ 8 ປະຕູ ແຖມຍັງສາມາດສົ່ງໃຫ້ເພື່ອນຮ່ວມທີມເຮັດປະຕູໄດ້ອີກ 2 ປະຕູດ້ວຍກັນ ຈົນໃນທີ່ສຸດທີມຂອງທ່ານ ກໍ່ເອົາຊະນະໄປໄດ້ດ້ວຍຜົນ 14-7 ປະຕູ.
ແຕ່ມັນກໍ່ພັດມີຈັງຫວະຜິດພາດໜ້ອຍໜຶ່ງ ເມື່ອ ທ່ານປູຕິນ ພາດລະຫວ່າງທີ່ທ່ານແລ່ນທັກທາຍກອງເຊຍທີ່ເຂົ້າມາຊົມ ເປັນຈັງຫວະໄປສະດຸດເອົາພົມແດງທີ່ຢູ່ໃນສະໜາມລົ້ມລົງ ແຕ່ກໍ່ບໍ່ເປັນບັນຫາສຳລັບທ່ານ ແລະ ທ່ານກໍ່ລຸກຂຶ້ນມາທັກທາຍສາທາລະນະຊົນຕໍ່.
Here’s a video of Russian President Vladimir Putin falling over during a lap of honour following an ice hockey game pic.twitter.com/em0OPVklUC
— ITV News (@itvnews) May 10, 2019