ຕຸ້ຍ – ເບົາຫວານ ເປັນສາເຫດຫຼັກ! ຍອດຜູ້ເສຍຊີວິດຈາກຫົວໃຈລົ້ມເຫຼວເພິ່ມສູງ ໃນໄວເຮັດວຽກ

103

ວຽກງານວິໄຈຈາກສະຖາບັນການແພດນັອດເວສເທິນ ເມດິຊິນ (Northwestern Medicine) ເຊິ່ງເປັນຄວາມຮ່ວມມືຂອງສູນເບິ່ງແຍງສຸຂະພາບນັອດເວສເທິນ ເມໂມລຽນ (Northwestern Memorial Healthcare) ແລະ ຄະນະແພດສາດໄຟນ໌ເບີກ ມະຫາວິທະຍາໄລນັອດເວສເທິນ (Northwestern University Feinberg School of Medicine) ສະຫະລັດ ອາເມຣິກາ ລະບຸວ່າ ຈຳນວນການເສຍຊີວິດກ່ອນໄວອັນຄວນ ຈາກພາວະຫົວໃຈລົ້ມເຫຼວ ເພິ່ມສູງຂຶ້ນກັບຜູ້ໃຫຍ່ ໄລຍະອາຍຸຕໍ່າກວ່າ 65 ປີ.

ในภาพอาจจะมี หนึ่งคนขึ้นไป และสถานที่กลางแจ้ง

ວຽກງານວິໄຈນີ້ ໄດ້ຮັບການຕີພິມລົງໃນວາລະສານສະຖາບັນໂຣກຫົວໃຈອາເມຣິກາ (American College of Cardiology) ເມື່ອວັນຈັນ ທີ 6 ພຶດສະພາ ທີ່ຜ່ານມາ ໂດຍອ້າງອິງຂໍ້ມູນຈາກຖານຂໍ້ມູນອອນໄລນ໌ຂອງສູນປ້ອງກັນ ແລະ ຄວບຄຸມພະຍາດ (Centers for Disease Control and Prevention) ທີ່ມີຂໍ້ມູນຂອງປັດໄຈຮ່ວມສາເຫດການເສຍຊີວິດຂອງປະຊາຊົນ 47.728.000 ຄົນ ໃນອາເມຣິກາ ຕັ້ງແຕ່ປີ 1999-2017.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังกิน และผู้คนกำลังนั่ง

ບັນດານັກວິໄຈວິເຄາະອັດຕາການເສຍຊີວິດຂອງຜູ້ໃຫຍ່ ອາຍຸຕັ້ງແຕ່ 35-84 ປີ ທີ່ເສຍຊີວິດດ້ວຍພາວະຫົວໃຈລົ້ມເຫຼວ ແລະ ຄົ້ນພົບເປັນຄັ້ງທໍາອິດ ວ່າ ອັດຕາການເສຍຊີວິດຈາກສາເຫດນີ້ ເພິ່ມຂຶ້ນຢ່າງຕໍ່ເນື່ອງມາຕັ້ງແຕ່ປີ 2012 ເຖິງວ່າເທັກໂນໂລຢີທາງການແພດຈະມີການພັດທະນາຢ່າງຫຼວງຫຼາຍ ໃນທົດສະວັດທີ່ຜ່ານມາ ກໍ່ຕາມ.

ທ່ານຊາດີຢາ ຄານ ຜູ້ຊ່ວຍສາສະດາຈານ ຄະນະແພດສາດ ໄຟນ໌ເບີກ ແຫ່ງມະຫາວິທະຍາໄລນັອດເວສເທິນ ແລະ ແພດໂຣກຫົວໃຈ ປະຈໍາສະຖາບັນການແພດນັອດເວສເທິນ ກ່າວວ່າ “ຄວາມສໍາເລັດໃນການຫຼຸດອັດຕາການເສຍຊີວິດຈາກພາວະຫົວໃຈລົ້ມເຫຼວ ໃນ 3 ທົດສະວັດ ທີ່ຜ່ານມາ ກໍາລັງຢູ່ໃນໄລຍະສວນທາງ ແລະ ສາເຫດອາດຈະມາຈາກການປ່ວຍເປັນໂຣກຕຸ້ຍ ແລະ ເບົາຫວານ ກັນຫຼາຍຂຶ້ນ”.

ในภาพอาจจะมี หนึ่งคนขึ้นไป และผู้คนกำลังนั่ง

ທ່ານຄານ ຊີ້ວ່າ ຈຳນວນຜູ້ເສຍຊີວິດຈາກພາວະຫົວໃຈລົ້ມເຫຼວຈະເພິ່ມຂຶ້ນເລື່ອຍໆ ດ້ວຍໄລຍະໄວຂອງຜູ້ຄົນໃນສັງຄົມປັດຈຸບັນ ປະກອບກັບອັດຕາທີ່ເພິ່ມສູງຂຶ້ນຂອງການເປັນໂຣກຕຸ້ຍ ແລະ ເບົາຫວານ ທີ່ເປັນສາເຫດສໍາຄັນຂອງໂຣກນີ້ ເຊິ່ງຂໍ້ມູນເມື່ອບໍ່ດົນມານີ້ ໄດ້ເຜີຍວ່າ ຄ່າສະເລ່ຍອາຍຸໄຂຂອງຊາວອາເມຣິກັນນັ້ນສັ້ນລົງ ເຊິ່ງເປັນຕົວຜັກດັນຂໍ້ສົມມຸດຖານຂອງ ທ່ານຄານ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

ທັງນີ້ ຫຼັງຈາກສຶກສາ ແລະ ວິໄຈຮຽບຮ້ອຍແລ້ວ ຂັ້ນຕອນຕໍ່ໄປຂອງບັນດານັກວິໄຈຈະພະຍາຍາມທຳຄວາມເຂົ້າໃຈວ່າ ແມ່ນຫຍັງຄືສິ່ງທີ່ສ້າງຄວາມແຕກຕ່າງ ໃນການເສຍຊີວິດດ້ວຍໂຣກຫົວໃຈ ແລະ ຫຼອດເລືອດ ເຊິ່ງກ່ຽວພັນເຖິງພາວະຫົວໃຈລົ້ມເຫຼວ.