ທຣໍາ ບໍ່ກັງວົນ ເກົາຫຼີເໜືອຍິງຂີປະນາວຸດ ຮອບໃໝ່

92

ປະທານາທິບໍດີໂດນັລ ທຣໍາ ກ່າວເຖິງການທີ່ເກົາຫຼີເໜືອຍິງຂີປະນາວຸດ 2 ຮອບ ເມື່ອອາທິດ ຜ່ານມາ ວ່າ ສໍາລັບຕົນນັ້ນເຫັນວ່າ “ຍັງບໍ່ແມ່ນເລື່ອງໃຫຍ່” ເພາະເປັນຂີປະນາວຸດໄລຍະໃກ້ ກັບ ອາວຸດທີ່ “ທໍາມະດາຫຼາຍ” ແຕ່ຍອມຮັບຄືສັນຍານຈາກອີກຝ່າຍວ່າ “ຍັງບໍ່ພ້ອມເຈລະຈາໃນໄລຍະນີ້”.

ສໍານັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນອາທິດ ທີ 12 ພຶດສະພາ ວ່າ ປະທານາທິບໍດີໂດນັລ ທຣໍາ ໃຫ້ສໍາພາດກັບເວັບໄຊຂ່າວການເມືອງ “ໂພລິຕິກ (politico.com)”. ເມື່ອໄລຍະທ້າຍອາທິດ ທີ່ຜ່ານມາ ກ່ຽວກັບສະຖານະການດ້ານຄວາມໝັ້ນຄົງເທິງຄາບສະມຸດເກົາຫຼີ ເຊິ່ງຕຶງຄຽດຫຼາຍຂຶ້ນ ເມື່ອລັດຖະບານພຽງຢາງຍິງຂີປະນາວຸດ 2 ຄັ້ງ ພາຍໃນໄລຍະເວລາຫ່າງກັນບໍ່ເທົ່າໃດມື້ ເມື່ອອາທິດ ຜ່ານມາ ໂດຍຖືເປັນການຍິງຂີປະນາວຸດຄັ້ງທຳອິດຂອງເກົາຫຼີເໜືອ ໃນຮອບດົນກວ່າ ປີເຄິ່ງ ນັບຕັ້ງແຕ່ລະງັບໄປ ຫຼັງການຍິງຂີປະນາວຸດຂ້າມທະວີບ (ICBM) ເມື່ອເດືອນພະຈິກ ປີ 2017 ວ່າ ໂດຍສ່ວນຕົວ “ໄລຍະເວລານີ້” ຕົນບໍ່ເຫັນວ່າ ຄວາມເຄື່ອນໄຫວດັ່ງກ່າວຂອງເກົາຫຼີເໜືອເປັນການ “ລະເມີດອໍານາດ”.

ในภาพอาจจะมี สถานที่กลางแจ้ง

ຜູ້ນໍາ ອາເມຣິກາ ກ່າວຕໍ່ໄປວ່າ ຂີປະນາວຸດໄລຍະໃກ້ເປັນອາວຸດທີ່ “ພື້ນຖານຫຼາຍ” ແຕ່ຄວາມຈິງກໍ່ຄືບໍ່ມີຝ່າຍໃດເຫັນດີກັບສິ່ງທີ່ເກີດຂຶ້ນ ແລະ ໃນຄວາມເປັນຈິງ ທຣໍາ ອາດຈະວິຈານສະຖານະການດັ່ງກ່າວ ໃນດ້ານລົບກໍ່ໄດ້ ແຕ່ໄລຍະນີ້ ທຣໍາ ຄິດວ່າເລື່ອງທີ່ເກີດຂຶ້ນ “ມັນບໍ່ຮຸນແຮງເຖິງຂັ້ນນັ້ນ” ຢ່າງໃດກໍ່ຕາມທຣໍາ ເວົ້າວ່າ ພຶດຕິກໍາທີ່ເກີດຂຶ້ນເປັນການບົ່ງບອກວ່າ ໄລຍະນີ້ເກົາຫຼີເໜືອຍັງບໍ່ພ້ອມເຈລະຄັ້ງໃໝ່ກັບຝ່າຍໃດກໍ່ຕາມ ເຖິງວ່າຫຼັງຈາກນັ້ນບໍ່ດົນ ອາເມຣິກາໄດ້ປະກາດການຢຶດເຮືອບັນທຸກສິນຄ້າລໍາໃຫຍ່ທີ່ສຸດ ອັນດັບ 2 ຂອງເກົາຫຼີເໜືອ ແລະ ການທົດລອງຂີປະນາວຸດ “ມິນິດແມນ ທຣີ” ພຽງ 10 ນາທີ ຫຼັງລັດຖະບານພຽງຢາງຍິງຂີປະນາວຸດຮອບທີ 2.

ในภาพอาจจะมี ท้องฟ้า และสถานที่กลางแจ้ง

ຂະນະທີ່ ໜັງສືພິມ “ໂນດອງ” ກະບອກສຽງຂອງພັກແຮງງານເກົາຫຼີ ໄດ້ເຜີຍແຜ່ຮູບພາບຊຸດການເຝິກຊ້ອມຍິງຂີປະນາວຸດເຕັມໜ້າໜຶ່ງ ແລະ ພື້ນທີ່ອີກເຄິ່ງໜ້າ 2 ລວມທັງໝົດ 16 ຮູບ ໃນສະບັບວັນສຸກ ທີ່ຜ່ານມາ ເຊິ່ງລວມເຖິງຮູບ ທ່ານຄິມ ຈອງ – ອຶນ ຜູ້ນໍາສູງສຸດລົງພື້ນທີ່ສັງເກດການ ການເຝິກຊ້ອມ ໃນເວລາດຽວກັນທີ່ສະຫະປະຊາຊາດ (ຢູເອັນ) ຕົວແທນຈາກປະມານ 70 ປະເທດ ລວມເຖິງອາເມຣິກາ ແລະ ເກົາຫຼີໃຕ້ ຮ່ວມກັນລົງນາມຮຽກຮ້ອງໃຫ້ເກົາຫຼີເໜືອຢຸດຕິໂຄງການພັດທະນາຂີປະນາວຸດ ແລະ ອາວຸດນິວເຄຣຍ.