ສົ່ງເສິມຄຸນນະພາບຊີວິດ! ລັດຖະບານຈີນ ວາງແນວທາງຊ່ວຍລ້ຽງດູລູກນ້ອຍເຕັມປະສິດຕິພາບ

95

ໜ່ວຍງານຂອງລັດ ແຫ່ງສາທາລະນະລັດ ປະຊາຊົນຈີນ ອອກແນວທາງການລ້ຽງດູເດັກອາຍຸຕໍ່າກວ່າ 3  ປີ ຕາມນະໂຍບາຍຊ່ວຍສະໜັບສະໜຸນຄອບຄົວທີ່ມີເດັກນ້ອຍ ໂດຍຄວບຄຸມເຖິງການອອກລູກຂອງແມ່ ແລະ ສະໜັບສະໜຸນໃຫ້ພະນັກງານທີ່ມີລູກນ້ອຍໄດ້ມີເວລາເຮັດວຽກແບບສົມເຫດສົມຜົນຂຶ້ນ.

ນອກຈາກນັ້ນ, ລັດຖະບານຈະສະໜັບສະໜຸນໃຫ້ພໍ່ບ້ານ ຫຼື ແມ່ບ້ານ ໄດ້ຮັບການຈ້າງວຽກ ໃຫ້ຂໍ້ມູນ ແລະ ຊີ້ນຳວິທີການຊອກຫາວຽກ ລວມເຖິງຝຶກອົບຮົມທັກສະວິຊາຊີບຕ່າງໆທີ່ຈະເປັນປະໂຫຍດ ໃນການດຳລົງຊີວິດ.

ແນວທາງຈາກລັດຖະບານ ຍັງສະໜັບສະໜຸນໃຫ້ຄອບຄົວໄດ້ພັດທະນາສັກກະຍະພາບເດັກນ້ອຍ ຕັ້ງແຕ່ອາຍຸຍັງນ້ອຍ ແລະ ຈະຈັດບໍລິການດູແລສຸຂະພາບເດັກນ້ອຍ, ສົ່ງເສີມການພັດທະນາສິ່ງອໍານວຍຄວາມສະດວກ ຕາມສະຖານທີ່ລ້ຽງດູເດັກທີ່ມີຢູ່ທຸກແຫ່ງ ພ້ອມຍັງຜັກດັນໃຫ້ມີບໍລິການລ້ຽງເດັກຕາມສະຖານທີ່ເຮັດວຽກອີກດ້ວຍ.

ລັດຖະບານຍັງວາງແຜນເພິ່ມມາດຕະການສົ່ງເສີມໃຫ້ມີສິ່ງອໍານວຍຄວາມສະດວກສໍາລັບເດັກນ້ອຍຕາມແຫຼ່ງຊຸມຊົນ ໂດຍສະເພາະໃນພື້ນທີ່ ທີ່ມີປະຊາຊົນອາໄສຢູ່ຫຼາຍ ແລະ ຈະເຂັ້ມງວດກັບສະຖານທີ່ບໍລິການລ້ຽງເດັກຫຼາຍຂຶ້ນ ໂດຍຜູ້ທີ່ຈະເຮັດວຽກໃນສາຍນີ້ ຈະຕ້ອງມີຄຸນສົມບັດຄົບຖ້ວນແບບມືອາຊີບເທົ່ານັ້ນ.