ຮູ້ຈັກ ສຸດທິດາ ອານຸສິນ ນາງສາວລາວ 2018 ສາວງາມຈາກແດນສະຫວັນ

79

ມື້ນີ້ມາຮູ້ຈັກ ແລະ ຕິດຕາມສາວງາມຈາກດິນແດນນາງຟ້າໃນບາງເລື່ອງທີ່ຫຼາຍທ່ານຍັງບໍ່ຮູ້ ກັບ ນາງສາວ ສຸດທິດາ ອານຸສິນ ຫຼື ມີມີ່ ນາງສາວລາວ 2018 miss laos 2018 ປັດຈຸບັນ ສຸດທິດາ ຢູ່ບ້ານໄຊຍະພູມ ນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ.

ມີມີ່ໄດ້ໃຫ້ສໍາພາດກັບ ທີມຂ່າວເສດຖະກິດການຄ້າວ່າ: ມີມີ່ ຈົບການສຶກສາຈາກ ມຊ ລະດັບປະລິຍຍາຕີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການຄ້າ ແລະ ລະດັບຊັ້ນສູງ ສາຂາພາສາອັງກິດທົ່ວໄປ ທີ່ ວິທະຍາໄລ ໂລໂກສ.

ຜົນງານດ້ານບັນເທີງໃນໄລຍະຜ່ານມາຫຼັງໄດ້ຮັບລາງວັນ ກໍໄດ້ອອກລາຍການ, ເປັນຕົວແທນອອກງານທີ່ປະເທດເພື່ອນບ້ານ, ຖ່າຍແບບ, ເດີນແບບ ເປັນພີເຊັນເຕີ້ ແລະ ໃນໄວໆນີ້ກໍຈະມີງານເດີນແບບໃນງານ Wow fashion week 2019 ທີ່ຈະຈັດຂຶ້ນໃນວັນທີ 25 ພຶດສະພານີ້.

ເປົ້າໝາຍຊີວິດໃນຕໍ່ອະນາຄົດ ມີມີ່ ຢາກຮຽນຕໍ່ລະດັບປະລິນຍາໂທ ແລະ ຢາກເຮັດວຽກກັບອົງການຕ່າງປະເທດ ແລະ ຢາກມີທຸລະກິດເປັນຂອງຕົນເອງ ເຊິ່ງຫຼັງໄດ້ເປັນນາງສາວລາວ ຊີວິດນ້ອງປ່ຽນແປງຫລາຍຢ່າງ ບໍ່ວ່າຈະເປັນຄວາມຮູ້ ປະສົບການໃຫມ່ໆທີ່ໄດ້ມາກັບການປະກວດ ມາພັດທະນາປັບປຸງຕົນເອງໃຫ້ດີຂື້ນ, ມີຄົນຮູ້ຈັກຫລາຍຂື້ນ ແລະ ມີຜູ້ໃຫຍ່ຫລາຍຄົນກໍ່ຍື່ນວຽກມາໃຫ້ຫລາຍຂື້ນ.

ມີເຄັດລັບດູແລສຸຂະພາບຂອງ ມີມີ່ແມ່ນການກິນອາຫານທີ່ມີປະໂຫຍດຄົບ 5 ຫມູ່, ຫລຸດການກິນອາຫານຈືນ ອາຫານມັນ, ອອກກໍາລັງກາຍອາທິດລະ 2-3 ຄັ້ງ ແລະ ພະຍາຍາມໃຫ້ຕົນເອງ ຖືກແດດໃນຕອນເຊົ້າ 3-5 ນາທີ ເພື່ອຮັບວິຕາມິນຈາກແດດ.

ສ່ວນເວລາຫວ່າງ ແມ່ນມັກເບິ່ງລາຍການຕ່າງປະເທດ, ຟັງເພງ, ເບິ່ງຫນັງ, ອອກໄປກັບຫມູ່,ອ້າຍ ເອື້ອຍ ແລະ ເຮັດກິດຈະກໍາຮ່ວມກັບຄົນໃນຄອບຄົວ.

ສັດທີ່ມັກ ແມ່ນ ຫມາ ແລະ ແມວ ເພາະ ເປັນສັດທີ່ຫນ້າຮັກ ມີຂົນນຸ້ມ ມັກໃກ້ຊິດກັບຄົນ ສ່ວນສັດທີ່ຢ້ານ ແມ່ນ ແມງມຸມ ເພາະມັນມີຫລາຍຂາເຫັນແລ້ວຂົນຫນາວລຸກ.

ຝາກຕິດຕາມຜົນງານການເຄື່ອນໄຫວຂອງ ມີມີ່ ສຸດທິດາ ອານຸສິນ ນາງສາວລາວ 2018 ແນ່ເດີ້.