ທຸລະກິດດອກໄມ້ສົດ ອອນລາຍ ເຕີບໃຫຍ່ມະຫາສານໃນຈີນ ຄາດພາຍໃນ 3 ປີ ບັນລຸ 50 ຕື້ຢວນ

92

ເມື່ອວັນສຸກ ທີ 10 ພຶດສະພາ ສໍານັກຂ່າວໄຊນາ ເດລີ (China Daily) ລາຍງານວ່າ ການຊື້ດອກໄມ້ກາຍເປັນກິດຈະວັດປະຈໍາໃໝ່ຂອງຄົນຈີນ ເມື່ອການຄ້າຂາຍໃນລະບົບອິເລັກທໍນິກ (e-commerce) ແລະ ບໍລິການທາງອອນລາຍ ສູ່ ອັອຟລາຍ (O2O) ກໍາລັງເຕີບໂຕຂຶ້ນຢ່າງວ່ອງໄວ.

ປັດຈຸບັນ ມີຄົນຈໍານວນຫຼາຍທີ່ຊື້ດອກໄມ້ເປັນປະຈໍາ ເຊິ່ງຖືວ່າເປັນກະແສທີ່ຂ້ອນຂ້າງໃໝ່ ເມື່ອທຽບກັບວັດທະນະທໍາດອກໄມ້ ໃນໄລຍະຫຼາຍສະຕະວັດ ທີ່ຜ່ານມາ ຂອງປະເທດຈີນ.

ສະຖິຕິຈາກບໍລິສັດທີ່ປຶກສາອອນລາຍ ໄອຣິເຊີດ (iResearch) ຊີ້ວ່າ ຕະຫຼາດດອກໄມ້ອອນລາຍ ຂອງຈີນເຕີບໂຕຂຶ້ນຈາກ 1,2 ຕື້ຢວນ (ປະມານ 1,5 ພັນຕື້ກີບ) ໃນປີ 2013 ເປັນ 12,4 ຕື້ຢວນ (ປະມານ 15.780 ຕື້ກີບ) ໃນປີ 2017 ແລະ ຄາດວ່າ ຈະເຕີບໂຕຂຶ້ນສູງເຖິງ 50 ຕື້ຢວນ (63,6 ພັນຕື້ກີບ) ພາຍໃນປີ 2021.

ສາເຫດການເຕີບໂຕຂອງຕະຫຼາດດອກໄມ້ນີ້ ເປັນຜົນມາຈາກການປ່ຽນພຶດຕິກໍາການຈັບຈ່າຍໃຊ້ສອຍຂອງຊົນຊັ້ນກາງຈາກເດີມທີ່ເຄີຍຊື້ດອກໄມ້ ສະເພາະເນື່ອງໃນໂອກາດພິເສດກາຍມາເປັນໜຶ່ງໃນກິດຈະວັດປະຈໍາວັນ.

ในภาพอาจจะมี หนึ่งคนขึ้นไป

ຕົວແທນຈາກກຸ່ມອຸດສາຫະກໍາດອກໄມ້ໂຕ້ວໜານ ມົນທົນອະວິ໋ນໜານ (Yunnan Dounan Flower Industry Group) ກ່າວວ່າ ປັດຈຸບັນ ດອກໄມ້ໄດ້ກາຍເປັນໜຶ່ງໃນສິ່ງຈໍາເປັນຂອງຄອບຄົວຄົນຈີນແລ້ວ.ກຸ່ມອຸດສາຫະກໍາດອກໄມ້ໂຕ້ວໜານ ຕັ້ງຢູ່ທີ່ເມືອງໂຕ້ວໜານ ເຂດຊົນນະບົດງຽບໆ ໃນມົນທົນຢູນນານ ທີ່ເຕີບໂຕເປັນຕະຫຼາດດອກໄມ້ທີ່ໃຫຍ່ທີ່ສຸດໃນອາຊີ ພາຍໃນໄລຍະ ພຽງ 3 ທົດສະວັດ ແລະ ສົ່ງດອກໄມ້ໄປຕາມພາກພື້ນຕ່າງໆ ໃນປະເທດ ເຖິງ 75% ຈາກດອກໄມ້ທັງໝົດໃນຕະຫຼາດ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน, ต้นพืช, ท้องฟ้า, สถานที่กลางแจ้ง และธรรมชาติ

ກຸ່ມອຸດສາຫະກໍາດອກໄມ້ໂຕ້ວໜານ ລະບຸວ່າ ຄວາມຕ້ອງການຊື້ດອກໄມ້ເພິ່ມສູງຂຶ້ນເລື່ອຍໆ ແລະຂະນະນີ້ ມີຊາວສວນດອກໄມ້ທັງໝົດ ປະມານ 3 ແສນຄົນ ແລະ ມີສວນດອກໄມ້ ກວ່າ 1,5 ລ້ານເຮັກຕ້າ ໃນມົນທົນອະວິ໋ນໜານ ເພິ່ມຂຶ້ນຢ່າງຫຼວງຫຼາຍຈາກ ປີ 1990 ເຊິ່ງມີພຽງ 10 ພັນເຮັກຕ້າ ເທົ່ານັ້ນ.

ในภาพอาจจะมี ดอกไม้, ต้นพืช และอาหาร