ຮ່ອງກົງ ກວດພົບການລະບາດຂອງອະຫິວາໝູອາຟຣິກາ

97

ທາງການຮົງກົງ ກຽມຂ້າໝູ 6 ພັນໂຕ ທີ່ຟາມແຫ່ງໜຶ່ງ ຫຼັງການກວດພົບມີການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ເຊິ່ງກວດພົບເປັນຄັ້ງທໍາອິດ.

ສໍານັກຂ່າວຕ່າງປະເທດລາຍງານຈາກເຂດປົກຄອງພິເສດຮົງກົງ ປະເທດຈີນ ເມື່ອວັນເສົາ ທີ 11 ພຶດສະພາ ວ່າ ສໍານັກງານອາຫານ ແລະ ສາທາລະນະສຸກຂອງຮົງກົງ ໄດ້ອອກຖະແຫຼງການ ເມື່ອວັນສຸກ ວ່າ ເຈົ້າໜ້າທີ່ອາດຈຳເປັນຕ້ອງຂ້າໝູທີ່ຕິດເຊື້ອຫຼາຍເຖິງ 6 ພັນໂຕ ໃນຟາມແຫ່ງໜຶ່ງ ຫຼັງກວດພົບການແຜ່ລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF: African Swine Fever) ທີ່ຟາມແຫ່ງດັ່ງກ່າວ ຖືເປັນຄັ້ງທໍາອິດ ທີ່ມີລາຍງານການແຜ່ລະບາດຂອງເຊື້ອ ເອເອັສເອັຟ ເທິງເກາະຮົງກົງ ເຊິ່ງລາຍງານຂອງພາກລັດ ລະບຸວ່າ ໝູທີ່ຕິດເຊື້ອນໍາເຂົ້າມາຈາກຟາມແຫ່ງໜຶ່ງໃນມົນທົນກວາງຕຸ້ງ ທາງພາກໃຕ້ຂອງປະເທດຈີນ ແລະ ບໍ່ໄກຈາກຮົງກົງຫຼາຍ.

ในภาพอาจจะมี สถานที่กลางแจ้ง และธรรมชาติ

ທັງນີ້ ນັບຕັ້ງແຕ່ພົບການແຜ່ລະບາດຂອງເຊື້ອ ເອເອັສເອັຟ ໃນປະເທດເປັນຄັ້ງທໍາອິດ ເມື່ອເດືອນສິງຫາ ປີກ່ອນ ລັດຖະບານປັກກິ່ງພະຍາຍາມຢ່າງໜັກ ໃນການຄວບຄຸມສະຖານະການຂອງການແຜ່ລະບາດທີ່ພະຍາດກະຈາຍໄປແລ້ວ ຢ່າງໜ້ອຍ 23 ມົນທົນ. ນອກຈາກນີ້, ຍັງມີການແຜ່ລະບາດຂ້າມປະເທດໄປພື້ນທີ່ບາງສ່ວນຂອງປະເທດວຽດນາມ, ລາວ, ກໍາປູເຈຍ ແລະ ໄທ. ຂະນະທີ່ ມີລາຍງານສະຖານະການການແຜ່ລະບາດຂອງເຊື້ອເອເອັສເອັຟ ໃນພື້ນທີ່ບາງສ່ວນຂອງທະວີບເອີຣົບລວມເຖິງຣັສເຊຍ, ເຢຍລະມັນ ແລະ ເດັນໝາກ.

ไม่มีคำอธิบายรูปภาพ

ເຖິງວ່າ ເອເອັສເອັຟ ເປັນພະຍາດທີ່ຍັງບໍ່ມີຄວາມສ່ຽງຕໍ່ມະນຸດ ແຕ່ຈະສົ່ງຜົນກະທົບຢ່າງໜັກຕໍ່ອຸດສາຫະກໍາເນື້ອໝູໃນຂົງເຂດ ຍິ່ງໄປກວ່ານັ້ນ ນັກວິທະຍາສາດຍັງບໍ່ປະສົບຄວາມສໍາເລັດ ໃນການພັດທະນາຢາປິ່ນປົວພະຍາດອະຫິວາໝູອາຟຣິກາ ດ້ວຍ.