ເມືອງໄຊທານີກຽມໂຕ່ງນ້ຳໄວ້ເດີ້

43

ຜູ້ໃຊ້ນ້ຳປະປາຢູ່ເມືອງໄຊທານີຮີບໄປໂຕ່ງນ້ຳໄວ້ ເນື່ອງຈາກມື້ອື່ນນີ້ ຈະມີການມອດໄຟ ເຮັດໃຫ້ແຮງດັນນ້ຳຄ່ອຍ ໂດຍອີງຕາມແຈ້ງການ ພະແນກໂຍທາທິການ ແລະ ຂົນສົ່ງ, ລັດວິສາຫະກິດ ນ້ຳປະປານະຄອນຫຼວງ, ເລກທີ 0451/ນປນຄ, ນະຄອນຫຼວງວຽງຈັນ ວັນທີ 09 ພຶດສະພາ 2019.

ທາງລັດວິສາຫະກິດນ້ຳປະປາແຈ້ງວ່າ ມື້ອື່ນນີ້ (ວັນອາທິດ ວັນທີ 12 ພຶດສະພາ 2019) ການບໍລິການສະໜອງນ້ຳປະປາ ບໍ່ປົກກະຕິ ແລະ ພຽງພໍໃນການຊົມໃຊ້ ພາຍໃນເຂດເມືອງໄຊທານີ, ນະຄອນຫຼວງວຽງຈັນ ສະນັ້ນລັດວິສາຫະກິດນ້ຳປະປານະຄອນຫຼວງວຽງຈັນ ຈິ່ງແຈ້ງມາຍັງ ບັນດາລູກຄ້າຜູ້ຊົມໃຊ້ນ້ຳ ປະປາ ທີ່ອາໄສຢູ່ເຂດບ້ານພູຄຳ, ທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຊາບວ່າ: ແຮງດັນນ້ຳ ຈະບໍ່ປົກກະຕິ ແລະ ພຽງພໍຕໍ່ການນຳໃຊ້ ໃນໄລຍະທີ່ມີການມອດໄຟຟ້າ ໃນຂອບເຂດບ້ານດັ່ງກ່າວ ດັ່ງນັ້ນຈຶ່ງໃຫ້ກະກຽມໂຕ່ງນ້ຳໄວ້ກ່ອນລ່ວງໜ້າ ເພື່ອຊົມໃຊ້ຊົ່ວຄາວ ຈົນກວ່າແຮງດັນນ້ຳຈະມາປົກກະຕິ.

  • ແຮງດັນນ້ຳປະປາຈະມາບໍ່ປົກກະຕິ ໃນວັນທີ 12 ພຶດສະພາ 2019 ກົງກັບວັນອາທິດ.
  • ສຳລັບໄລຍະເວລາ ເລີ່ມແຕ່ເວລາ 8:00 ໂມງ -17:00 ໂມງ ຂອງມື້ປະຕິບັດວຽກງານ.
    ລັດວິສາຫະກິດນ້ຳປະປາ ນະຄອນຫຼວງວຽງຈັນ ຂໍສະແດງຄວາມຂອບໃຈທີ່ທ່ານໃຫ້ການຮ່ວມມື ແລະ ຂໍອາໄພໃນຄວາມບໍ່ສະດວກ ຂອງການບໍລິການນ້ຳປະປາ ໃນຄັ້ງນີ້ດ້ວຍ.