ເສຍຊີວິດ 4 ເຈັບ 8 ຄົນ! ເຫດລະເບີດຄັງຜະລິດດິນປືນ ຜິດກົດໝາຍ ໃນປະເທດໂຄລອມເບຍ

97

ພົບຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 8 ຄົນ ຈາກເຫດລະເບີດຄັງຜະລິດດິນປືນຜິດກົດໝາຍ ໃນນະຄອນຫຼວງໂບໂກຕາ ປະເທດໂຄລອມເບຍ ເມື່ອວັນສຸກ ທີ່ຜ່ານມາ.

ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງໂບໂກຕາ ປະເທດໂຄລອມເບຍ ເມື່ອວັນເສົາ ທີ 11 ພຶດສະພາ ວ່າ ທ່ານ ເປໂດຣ ໂມນາຊັລວາ ຫົວໜ້າໜ່ວຍງານດັບເພີງ ໃນນະຄອນຫຼວງໂບໂກຕາ ເປີດເຜີຍວ່າ ເມື່ອເວລາປະມານ 13:00 ໂມງ ຂອງວັນສຸກ ທີ 10 ພຶດສະພາ ທີ່ຜ່ານມາ ຕາມເວລາທ້ອງຖິ່ນ ໄດ້ເກີດເຫດລະເບີດທີ່ອາຄານຫຼັງໜຶ່ງ ໃນເຂດຝັ່ງຕາເວັນຕົກຂອງນະຄອນຫຼວງໂບໂກຕາ ເຊື່ອວ່າເປັນຄັງຜະລິດດິນປືນຜິດກົດໝາຍ ໂດຍແຮງລະເບີດເຮັດໃຫ້ຝາທັງສອງຊັ້ນຂອງອາຄານເປ້ເພຖະຫຼົ່ມລົງມາ ລົດອີກຫຼາຍຄັນທີ່ຈອດຢູ່ໃກ້ສະຖານທີ່ເກີດເຫດໄດ້ຮັບຄວາມເສຍຫາຍເຊັ່ນດຽວກັບໂຮງຮຽນອານຸບານທີ່ຢູ່ໃກ້ກັນ ເຈົ້າໜ້າທີ່ພົບຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 8 ຄົນ.

ในภาพอาจจะมี บ้าน, ต้นไม้ และสถานที่กลางแจ้ง

ເຈົ້າໜ້າທີ່ສືບສວນເຊື່ອວ່າ ເຫດລະເບີດດັ່ງກ່າວບໍ່ໄດ້ກ່ຽວຂ້ອງກັບການກໍ່ການຮ້າຍ ແລະ ກໍາລັງສືບສວນຫາສາເຫດ ນອກຈາກນັ້ນ, ກໍ່ຍັງຕັ້ງປະເດັນໄປໃນພື້ນທີ່ດັ່ງກ່າວ ທີ່ໃຊ້ໃນການຜະລິດດິນປືນສໍາລັບການແຂ່ງຂັນຍອດນິຍົມ tejo ເປັນກິດຈະກຳການແຂ່ງຂັນຕັ້ງແຕ່ສະໄໝບູຮານ ທີ່ຜູ້ແຂ່ງຂັນຈະໃຊ້ແຜ່ນໂລຫະຂວ້າງໃສ່ຫໍ່ດິນປືນຂະໜາດນ້ອຍ.

ในภาพอาจจะมี สถานที่กลางแจ้ง