ຄົນອົສຕຣາລີ ລຸ້ນໃໝ່ຍົກໃຫ້ “ພາວະໂລກຮ້ອນ” ເປັນໄພອັນຕະລາຍ ເໜືອການກໍ່ການຮ້າຍ

224

ສຳນັກຂ່າວຊິນຫົວຂອງຈີນ ລາຍງານ ເມືອວັນສຸກ ທີ 10 ພຶດສະພາ ວ່າ ງານວິໄຈຈາກສະຖາບັນໂລວີ ອົງກອນວິໄຈອິດສະຫຼະຂອງປະເທດອົສຕຣາລີ ທີ່ເຜີຍແຜ່ ເມື່ອວັນ ພຸດ ທີ 8 ພຶດສະພາ ລະບຸວ່າ ຊາວອົສຕຣາລີ ຈັດໃຫ້ພາວະໂລກຮ້ອນເປັນໄພຄຸກຄາມ ອັນດັບ 1.

ວຽກງານວິໄຈດັ່ງກ່າວໄດ້ຂໍ້ມູນມາຈາກການເຮັດແບບສໍາຫຼວດກັບຄົນອົສຕຣາລີ ຈໍານວນ 2.130 ຄົນໂດຍ 2 ໃນ 3 ໃຫ້ຄໍາຈໍາກັດຄວາມພາວະໂລກຮ້ອນວ່າເປັນ “ໄພຮ້າຍແຮງ” ແລະ ຈັດໃຫ້ເປັນໄພຄຸກຄາມອັນດັບ 1 ນໍາ ໜ້າການກໍ່ການຮ້າຍເປັນຄັ້ງທໍາອິດ ຕັ້ງແຕ່ເລິ່ມ ສໍາຫຼວດໃນປີ 2006.

ในภาพอาจจะมี ตึกระฟ้า, มหาสมุทร, ท้องฟ้า, สถานที่กลางแจ้ง และน้ำ

64% ຂອງຜູ້ເຮັດແບບສໍາຫຼວດລະບຸໃຫ້ພາວະໂລກຮ້ອນເປັນໄພຄຸກຄາມອັນດັບທີ່ 1 ຕາມມາດ້ວຍການໂຈມຕີທາງອິນເຕີເນັດຈາກຕ່າງປະເທດ, ການກໍ່ການຮ້າຍຂ້າມຊາດ ແລະ ໂຄງການອາວຸດນິວເຄຣຍຂອງປະເທດເກົາຫຼີເໜືອຕາມລໍາດັບ.

ຜົນສໍາຫຼວດນັ້ນແຕກຕ່າງກັນໄປຕາມໄລຍະອາຍຸຂອງຜູ້ເຮັດແບບສໍາຫຼວດ 3 ໃນ 4 ຂອງຊາວອົສຕຣາລີ ທີ່ມີອາຍຸ 18-44 ປີ ເຫັນວ່າພາວະໂລກຮ້ອນເປັນບັນຫາຮ້າຍແຮງທີ່ຕ້ອງໄດ້ຮັບການແກ້ໄຂໂດຍດ່ວນ ໃນຂະນະທີ່ ມີພຽງບໍ່ເຖິງ ເຄິ່ງຂອງຜູ້ທີ່ມີອາຍຸ 45 ປີຂຶ້ນໄປ ທີ່ມີຄວາມຄິດເຫັນທີ່ກົງກັນ.

ในภาพอาจจะมี มหาสมุทร, เมฆ, ท้องฟ้า, ชายหาด, สถานที่กลางแจ้ง, น้ำ และธรรมชาติ

ພາວະໂລກຮ້ອນກາຍເປັນປະເດັນຫຼັກໃນການຫາສຽງເລືອກຕັ້ງຂອງລັດຖະບານຊຸດໃໝ່ຂອງປະເທດອົສຕຣາລີ ເຊິ່ງຈະຈັດຂຶ້ນໃນວັນທີ 18 ພຶດສະພາ ນີ້ ໂດຍພັກການເມືອງທັງສອງຝ່າຍ ຕ່າງໃຫ້ຄໍາໝັ້ນສັນຍາວ່າຈະຫຼຸດການປ່ອຍກ໊າຊເຮືອນແກ້ວ.

ລັດຖະບານຊຸດປັດຈຸບັນ ນໍາໂດຍປະທານາທິບໍດີສະກັອດ ມໍລິສັນ ມຸ່ງເນັ້ນຫຼຸດການປ່ອຍກ໊າຊເຮືອນແກ້ວລົງໃຫ້ໄດ້ 26% ຈາກປະລິມານການປ່ອຍໃນປີ 2005 ໂດຍຕັ້ງເປົ້າຈະເຮັດໃຫ້ສໍາເລັດພາຍໃນປີ 2030 ໃນຂະນະທີ່ ຝ່າຍຄ້ານກໍານົດ ໄວ້ສູງເຖິງ 45%.

ในภาพอาจจะมี มหาสมุทร, ท้องฟ้า, ตึกระฟ้า, ชายหาด, สถานที่กลางแจ้ง, น้ำ และธรรมชาติ

ຈາກວຽກງານວິໄຈຜູ້ເຮັດແບບສໍາຫຼວດ 59% ຄາດວ່າ ພັກຝ່າຍຄ້ານຈະອອກນະໂຍບາຍຮັບມືພາວະໂລກຮ້ອນໄດ້ດີກວ່າ ເຖິງວ່າລັດຖະບານຊຸດປັດຈຸບັນຈະຍັງເປັນຝ່າຍທີ່ມີຄະແນນນິຍົມຫຼາຍກວ່າ ໃນດ້ານອື່ນໆ ເຊັ່ນຄວາມໝັ້ນຄົງແຫ່ງຊາດ ແລະ ການບໍລິຫານເສດຖະກິດ ກໍ່ຕາມ.