ລັດຖະບານກູ້ເງິນ 20 ລ້ານໂດລາ ປັບປຸງການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ

119

ລັດຖະບານໄດ້ເຊັນສັນຍາກູ້ຢືມເງິນ 20 ລ້ານໂດລາ ຈາກສະມາຄົມເພື່ອການພັດທະນາສາກົນ ( IDA ) ຂອງທະນາຄານໂລກ ເພື່ອປະຕິບັດໂຄງການປັບປຸງຄຸ້ມຄອງລະບົບການເງິນແຫ່ງລັດເປັນທັນສະໄໝ ( E – FITS ) ສ້າງ ຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການເງິນແຫ່ງລັດທີ່ຈະຊ່ວຍໃຫ້ເສດຖະກິດຂະຫຍາຍຕົວແບບຍືນຍົງ ແລະ ໝັ້ນຄົງ.

ພິທີເຊັນສັນຍາກູ້ຢືມເງິນມີຂຶ້ນໃນວັນທີ 9 ພຶດສະພາ 2019 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ໂດຍແມ່ນ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ, ມີທ່ານ ສິດທິສອນ ເທບພາສີ ຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ, ຮອງຫົວໜ້າຫ້ອງການກະຊວງການເງິນ, ຕາງໜ້າສະມາຄົມ IDA, ຫ້ອງການທະນາຄານໂລກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການສະໜອງທຶນກູ້ຢືມ ຈໍານວນ 20 ລ້ານໂດລາສະຫະລັດ ຂອງສະມາຄົມເພື່ອການພັດທະນາສາກົນ ເພື່ອປະຕິບັດໂຄງການປັບປຸງຄຸ້ມຄອງລະບົບການເງິນແຫ່ງລັດເປັນທັນສະໄໝ ( E – FITS ) ຈະສ້າງລະບົບຄຸ້ມຄອງຂໍ້ມູນ – ຂ່າວສານການເງິນ ແລະ ການຝຶກອົບຮົມຄວາມຮູ້ ກ່ຽວກັບການຄຸ້ມຄອງການເງິນແຫ່ງລັດແບບໃໝ່ໃຫ້ແກ່ກະຊວງການເງິນ ແລະ ລະບົບດັ່ງກ່າວຈະຊ່ວຍປັບປຸງການຄຸ້ມຄອງລະບົບເງິນແຫ່ງລັດ ແລະ ການລາຍງານການຈັດຕັ້ງປະຕິບັດແຜນງົບປະມານໄວຂຶ້ນ, ລວມທັງການເຜີຍແຜ່ຂໍ້ມູນທີ່ຈະແຈ້ງທາງອອນລາຍຫຼາຍຂຶ້ນ.
ທັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງການເງິນແຫ່ງລັດ ເຊິ່ງຈະຊ່ວຍໃຫ້ມີການຂະຫຍາຍຕົວທາງດ້ານເສດຖະກິດແບບຍືນຍົງ ແລະ ໝັັ້ນຄົງ, ມີປະສິດທິພາບໃນການຄຸ້ມຄອງລາຍຈ່າຍ, ວ່ອງໄວ, ສະດວກ, ປອດໄພ, ຂັ້ນຕອນລະບົບເກັບກຳຂໍ້ມູນພາກລັດໃຫ້ລັດຖະບານສະໜອງຂໍ້ມູນຄັງເງິນສົດດີຂຶ້ນ, ສະໜອງຂໍ້ມູນບັນດາແຫຼ່ງເງິນຕ່າງໆທີ່ມີໄດ້ທັນເວລາ, ການລາຍງານທັນກັບສະພາບຕົວຈິງ ແລະ ການຈັດຕັ້ງປະຕິບັດງົບປະມານໄວຂຶ້ນ, ສາມາດຕິດຕາມໜີ້ຄ້າງຈ່າຍ, ຊັບພະຍາກອນທາງດ້ານການເງິນ ແລະ ການຂາດດຸນງົບປະມານຢ່າງໃກ້ຊິດນຳອີກ.

ໃນຊຸມປີຜ່ານມາ ສປປ ລາວ ໄດ້ຄວາມມຸ່ງໝັ້ນຕໍ່ວຽກງານປະຕິຮູບຂະແໜງການເງິນ, ປັດຈຸບັນຖືວ່າບັນດາວຽກພື້ນຖານໄດ້ສຳເລັດໂດຍເບື້ອງຕົ້ນ ຂັ້ນຕອນຕໍ່ໄປແມ່ນປັບປຸງປະສິດທິພາບ ແລະ ຄວາມໂປ່ງໃສຂອງລະບົບການຄຸ້ມຄອງການເງິນແຫ່ງລັດໃຫ້ດີຂຶ້ນ ເພື່ອສ້າງຄວາມເຂັ້ມແຂງດ້ານການເງິນແຫ່ງລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດທີ່ໝັ້ນຄົງ.
ໂຄງການ ( E – FITS ) ໄດ້ຖືກຈັດຕັ້ງປະຕິບັດໄປພ້ອມກັນກັບໂຄງການປະຕິຮູບລະບົບຄຸ້ມຄອງການເງິນພາກລັດທີ່ມີທຶນຊ່ວຍເຫຼືອຈາກສະຫະພາບເອີຮົບ ຈຳນວນ 1,5 ລ້ານເອີໂຣ ໂຄງການນີ້ຈະສ້າງຂີດ ຄວາມສາມາດໃຫ້ກັບກະຊວງການເງິນດ້ານສ່ວຍສາອາກອນ ແລະ ການເກັບລາຍຮັບການສ້າງແຜນງົບປະມານ ແລະ ຂະບວນການຈັດຕັ້ງປະຕິບັດງົບປະມານ ພ້ອມທັງຊ່ວຍໃນການຈັດຕັ້ງປະຕິບັດກົດໝາຍໃໝ່ ວ່າດ້ວຍການຈັດຊື້ – ຈັດຈ້າງດ້ວຍທຶນຂອງລັດ, ໂຄງການດັ່ງກ່າວດຳເນີນຕໍ່ຈາກແຜນງານຄຸ້ມຄອງການເງິນພາກລັດເປັນທັນສະໄໝທີ່ສິ້ນສຸດໃນເດືອນສິງຫາ 2018 ທີ່ຜ່ານມາ.

ພິທິເຊັນສັນຍາໃນຄັ້ງນີ້ໄດ້ຢັ້ງຢືນເຖິງການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ທະນາຄານໂລກໃນການສະໜັບສະໜູນການຈັດຕັ້ງປະຕິບັດບຸລິມະສິດຂອງລັດຖະບານທີ່ນອນຢູ່ໃນແຜນພັດທະນາ ເສດຖະກິດ – ສັງຄົມແຫ່ງຊາດ.

[ ຂ່າວ – ຮູບ: ກະຊວງການເງິນ ]