ລາວ ຄວາລິຕີ ຮ່ວມມືກັບສະຖາບັນ ລາວ – ເກົາຫຼີ ຝຶກຊ່າງຖັກວິກຜົມໂດຍບໍ່ເສຍຄ່າ

119

ສະຖາບັນພັດທະນາສີມືແຮງງານ ລາວ – ເກົາຫຼີ ແລະ ບໍລິສັດ ລາວ ຄວາລິຕີ ຈຳກັດ ຮ່ວມມືກັນໃນການສ້າງນາຍຊ່າງ ສາຂາຊ່າງຖັກວິກຜົມ ເພື່ອສະໜອງແຮງງານໃຫ້ແກ່ ບໍລິສັດ ລາວ ຄວາລິຕີ ຈຳກັດ.

ພິທີເຊັນສັນຍາຈັດຂຶ້ນເມື່ອວັນທີ 8 ພຶດສະພາຜ່ານມາ ທີ່ສະຖາບັນພັດທະນາສີມືແຮງງານ ລາວ – ເກົາຫຼີ ລະຫວ່າງ ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ລາວ – ເກົາຫຼີ ກັບ ທ່ານ Hitoshi Akatsaka ຜູ້ຈັດການບໍລິສັດ ລາວ ຄວາລິຕີ ຈຳກັດ, ມີທ່ານຮອງຫົວໜ້າຫ້ອງການ, ພະນັກງານວິຊາການ ແລະ ຄູ – ອາຈານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການຮ່ວມມືກັນຄັ້ງນີ້ເປັນການຝຶກສີມືແຮງງານໃນສາຂາຊ່າງຖັກວິກຜົມ ທັງເປັນການສ້າງວຽກເຮັດງານທຳໃຫ້ແກ່ກຳລັງແຮງງານທີ່ວ່າງງານ, ໃຫ້ມີລາຍໄດ້ສາມາດກຸ້ມຕົວເອງ ແລະ ຄອບຄົວ. ການຮ່ວມມືມີໄລຍະ 3 ປີ ແລະ ສາມາດຕໍ່ອາຍຸໄດ້ ຖ້າຫາກຜົນການປະເມີນເປັນທີ່ພໍໃຈຂອງທັງສອງຝ່າຍ. ສ່ວນໄລຍະການຝຶກອົບຮົມແມ່ນ 2 ເດືອນຕໍ່ຊຸດ, ນັກຮຽນທີ່ມາຝຶກອົບຮົມໃນສາຂາວິຊາຊີບດັ່ງກ່າວແມ່ນບໍ່ເສຍຄ່າຮຽນ, ຄ່າຫໍພັກ, ຄ່າອຸປະກອນການຮຽນ ແລະ ລ້ຽງເຂົ້າມື້ລະ 3 ຄາບ, ຫຼັງຈາກຮຽນຈົບຫຼັກສູດແລ້ວສາມາດເຂົ້າເຮັດວຽກກັບ ບໍລິສັດ ລາວ ຄວາລິຕີ ຈຳກັດ ໄດ້ທັນທີ.

ສຳລັບນັກຮຽນ – ນັກສຶກສາ ຫຼື ທ່ານໃດສົນໃຈແມ່ນສາມາດມາລົງທະບຽນ ຫຼື ຕິດຕໍ່ພົວພັນກັບສະຖາບັນພັດທະນາສີມືແຮງງານ ລາວ – ເກົາຫຼີ ໄດ້ໃນໂມງລັດຖະການ ວັນຈັນ – ວັນສຸກ, ສະຖານທີ່ໂຮງຮຽນຕັ້ງຢູ່ຖະໜົນໂພນຕ້ອງ – ດົງໂດກ ບ້ານຄໍາຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ສ່ວນເອກະສານສະໝັກປະກອບມີ: ໃບຢັ້ງຢືນທີ່ຢູ່, ສຳເນົາສຳມະໂນຄົວ ຫຼື ບັດປະຈຳຕົວ ຢ່າງໃດຢ່າງໜຶ່ງກໍສາມາດເຂົ້າຮຽນໄດ້ທັນທີໂດຍບໍ່ເສຍຄ່າໃດໆທັງໝົດ.

( ຂ່າວ: ແກ້ວ; ຮູບ: ຄໍາເມິງ )