ລາວ ໄດ້ຮັບທຶນ 4,5 ລ້ານໂດລາ ຊ່ວຍຜູ້ທຸກຍາກເຂົ້າເຖິງແຫຼ່ງທຶນ

134

ລັດຖະບານ ສ.ເຢຍລະມັນ ແລະ ອົດສະຕຣາລີ ໄດ້ໃຫ້ທຶນສະໜັບສະໜູນໂຄງການ ການເງິນຈຸລະພາກການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃນເຂດຊົນນະບົດ ຈຳນວນ 4,5 ລ້ານໂດລາສະຫະລັດ ແຕ່ປີ 2019 ຈົນເຖິງປີ 2021.

ໃນວັນທີ 9 ພຶດສະພາ 2019 ໄດ້ມີກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການ ການເງິນຈຸລະພາກການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃນເຂດຊົນນະບົດ ( MRA – AFP) ໄລຍະທີ IV ແລະ ພິທີເປີດໂຄງການ ແຜນງານໂຄງການການເງິນຈຸລະພາກການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃນເຂດຊົນນະບົດ AFP ໄລຍະທີ V ໂດຍການເປັນປະ     ທານຮ່ວມຂອງ ທ່ານ ນາງ ວັດທະນາ          ດາລາລອຍ ຮອງຜູ້ວ່າການ ທຫລ, ທ່ານ Jens Lütkenherm ເອກອັກຄະລັດຖະທູດ ສ.ເຢຍລະມັນ ປະຈຳ ສປປ ລາວ, ທ່ານ Mr. Jean Bernard Carrasco  ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ. ພ້ອມນີ້, ກໍມີ ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ ທຫລ, ທ່ານ Dr. Wolfgang Hannig ຜູ້ອໍານວຍການອົງການ GIZ ປະຈຳ ສປປ ລາວ, ບັນດາທ່ານຜູ້ຕາງໜ້າຈາກອົງການຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ລາຍງານສະຖານະພາບ ແລະ ຜົນໄດ້ຮັບຂອງການຈັດຕັ້ງປະຕິບັດແຜນງານໂຄງການ ການເງິນຈຸລະພາກໃນເຂດຊົນນະບົດ – ການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກ ( MRA – AFP ) ໃນໄລຍະທີ 4 ສົກປີ 2018 – 2019 ຜ່ານມາ ແລະ ຍັງໄດ້ປຶກສາຫາລືວາງແຜນໂຄງການ ໄລຍະທີ 5 ສົກປີ 2019 – 2021, ປະກອບຄໍາເຫັນໃສ່ບັນດາແຜນງານ ແລະ ຂົງເຂດທີ່ເປັນບຸລິມະສິດຂອງໂຄງການ ໄລຍະທີ 5 ແລະ ເພື່ອເຮັດໃຫ້ວຽກງານໂຄງການໄດ້ຮັບຜົນສໍາເລັດຕາມແຜນຄາດໝາຍນັ້ນ; ກອງປະຊຸມຍັງໄດ້ຄົ້ນຄວ້າ ແລະ ຕັດສິນໃຈເລືອກທາງເລືອກທີ່ດີທີ່ສຸດທີ່ຈະກ້າວຕໍ່ໄປໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງຕໍ່ກັບວຽກງານໃນຕໍ່ໜ້ານີ້ ເຊິ່ງຜົນສຳເລັດດັ່ງກ່າວແມ່ນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານ ສ.ເຢຍລະມັນ ແລະ ລັດຖະບານ ອົດສະຕຣາລີ. ພ້ອມນີ້, ຍັງໄດ້ມີການເຊັນສັນຍາການຈັດຕັ້ງປະຕິບັດໂຄງການລະຫວ່າງ GIZ ແລະ ທຫລ.

ສໍາລັບການຊ່ວຍເຫຼືອດັ່ງກ່າວ ໃນທ້າຍເດືອນມີນາ 2019 ລັດຖະບານອົດສະຕຣາລີ ໄດ້ຕົກລົງເຫັນດີເພີ່ມທຶນສະໜັບສະໜູນໃຫ້ແກ່ແຜນງານໂຄງການ ການເງິນຈຸລະພາກການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກໃນເຂດຊົນນະບົດ ( MRA – AFP ) ໄລຍະທີ 5 ຈໍານວນ 3,23 ລ້ານໂດລາ ( ອົດສະຕຣາລີ ) ເຊິ່ງເທົ່າກັບ 2 ລ້ານເອີໂຣ, ທຶນສະໜັບສະໜູນຈາກລັດຖະບານ ສ.ເຢຍລະມັນ ໂດຍຜ່ານກະຊວງເສດຖະກິດການຮ່ວມມື ແລະ ການພັດທະນາ ( BMZ ) ຈໍານວນ 2 ລ້ານເອີໂຣ ລວມທຶນສະໜັບສະໜູນທັງໝົດ ຈໍານວນ 4 ລ້ານເອີໂຣ ຫຼື ປະມານ 35 ຕື້ກີບ ( 4,5 ລ້ານໂດລາສະຫະລັດ ) ແລະ ໂຄງການ AFP ໄລຍະທີ 5 ນີ້ ໄດ້ເລີ່ມຕົ້ນໃນເດືອນກຸມພາ 2019 ແລະ ຈະດໍາເນີນຮອດເດືອນກັນຍາ 2021.

ມາຮອດປັດຈຸບັນນີ້ ໂຄງການດັ່ງກ່າວໄດ້ສ້າງຕັ້ງທະນາຄານບ້ານ ຫຼາຍກວ່າ 680 ແຫ່ງ ໂດຍຜ່ານອົງການຈັດຕັ້ງສະໜັບສະໜູນເຄືອຂ່າຍ 7 ແຫ່ງ ເຊິ່ງໃນນັ້ນ 98% ຂອງຈໍານວນທະນາຄານບ້ານ ແລະ ດໍາເນີນງານຢ່າງມີຜົນກໍາໄລ ສາມາດຕອບສະໜອງການບໍລິການທາງດ້ານການເງິນທີ່ສົມເຫດສົມຜົນໃຫ້ແກ່ສະມາຊິກຂອງຕົນໄດ້ຫຼາຍກວ່າ 150.000 ຄົນ, ມີຫຼາຍກວ່າ 3 ພັນບ້ານ ໃນ ສປປ ລາວ ໄດ້ສະໜອງການເຂົ້າເຖິງແຫຼ່ງທຶນຜ່ານກອງທຶນບ້ານ, ກອງທຶນເຫຼົ່ານີ້ໄດ້ຮັບການສະໜັບສະໜູນໂດຍຫຼາຍອົງການຈັດຕັ້ງດ້ວຍຫຼາຍວິທີການ. ດັ່ງນັ້ນ, ຍຸດທະສາດແຫ່ງຊາດແມ່ນມີຄວາມຈໍາເປັນຢ່າງຮີບດ່ວນ ເພື່ອຕອບສະໜອງຮູບແບບການດໍາເນີນງານທີ່ເປັນມາດຕະຖານ ແລະ ບົດຮຽນຕ່າງໆທີ່ສາມາດຖອດຖອນໄດ້ຈາກການດໍາເນີນໂຄງການການເຂົ້າເຖິງແຫຼ່ງທຶນຂອງຜູ້ທຸກຍາກ ສາມາດນໍາໃຊ້ເປັນແມ່ແບບສໍາລັບການດໍາເນີນງານໄດ້.

[ ຂ່າວ – ຮູບ: ຣັດສະໝີ ດວງສັດຈະ ]