ສາວເປ້ ໂຊຟອມເກັ່ງຕໍ່ເນື່ອງຊ່ວຍ ສາວລາວ ຢູ 15 ຖະຫຼົ່ມ ມາເລເຊຍ ຂາດລອຍ

133

ເປັນທີ່ໜ້າຈັບຕາເຫຼືອເກີນສໍາລັບ ນາງ ເປ້ ພົມພັກດີ ກອງໜ້າອະນາຄົດໄກຂອງທີມຊາດຍິງລາວ, ຫຼ້າສຸດພາທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 15 ປີ ຖະຫຼົ່ມ ທີມຊາດມາເລເຊຍ ໄປຂາດລອຍ 4 – 0 ປະຕູ ໃນການແຂ່ງຂັນເຕະບານຍິງຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2019 ( AFF U15 GIRLS’ CHAMPIONSHIP 2019 ) ຢູ່ຈັງຫວັດຊົນບູຣີ ປະເທດໄທເປັນເຈົ້າພາບ.

ເມື່ອວັນທີ 9 ພຶດສະພາຜ່ານມາ ທີ່ສະໜາມ Institute of Physical Education Chonburi Campus Stadium 1 ຈັງຫວັດຊົນບູລີ ປະເທດໄທ ທັບນັກກີລາເຍົາວະຊົນຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ ລົງສະໜາມນັດທຳອິດພົບກັບ ທີມຊາດມາເລເຊຍ ຮຸ່ນອາຍຸບໍ່ເກີນ 15 ປີ ໃນການແຂ່ງຂັນເຕະບານຍິງຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2019.

ຜ່ານການແຂ່ງຂັນຜົນປາກົດວ່າ: ທີມຊາດລາວ ປະເດີມສະໜາມນັດທຳອິດສະແດງຟອມເດັ່ນຖະຫຼົ່ມ ທີມຊາດມາເລເຊຍ ໄປແບບຂາດລອຍ 4 – 0 ຈາກການຍິງ 3 ປະຕູຂອງ ເປ້ ພົມພັກດີ ນາທີ 21, 30, 35 ແລະ 1 ປະຕູ ຈາກ ຈິນດາ ສີຫາລາດ ນາທີ 38.

ຈາກຜົນດັ່ງກ່າວເຮັດໃຫ້ທີມຊາດເກັບ 3 ຄະແນນທຳອິດມາຄອງໄດ້ສຳເລັດ, ຂະນະທີ່ນັດຕໍ່ໄປແມ່ນຈະພົບກັບ ທີມຊາດສິງກະໂປ ໃນວັນທີ 13 ພຶດສະພາ 2019 ເວລາ 15:00 ໂມງ, ນັດທີ 3 ແມ່ນຈະພົບກັບ ທີມຊາດກຳປູເຈຍ ໃນວັນທີ 15 ພຶດສະພາ 2019 ເວລາ 15:00 ໂມງ ແລະ ນັດສຸດທ້າຍ ໃນວັນທີ 17 ພຶດສະພາ 2019 ເວລາ 18:00 ໂມງ ພົບກັບທີມຊາດໄທ ໂດຍທຸກໆນັດທີ່ທີມຊາດລາວ ລົງສະໜາມແມ່ນຈະແຂ່ງຂັນຢູ່ສະໜາມ Institute of Physical Education Chonburi Campus Stadium 1.

ການແຂ່ງຂັນບານເຕະຍິງຊີງແຊັມອາຊຽນ ຮຸ່ນອາຍຸບໍ່ເກີນ 15 ປີ ປະຈຳປີ 2019 ຢູ່ຈັງຫວັດຊົນບູຣີ ປະເທດໄທ ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 7 – 22 ພຶດສະພາ 2019 ໂດຍມີ 9 ປະເທດເຂົ້າຮ່ວມແຂ່ງຂັນແບ່ງອອກເປັນ 2 ກຸ່ມ ຄື: ກຸ່ມ ເອ ປະກອບມີ: ມຽນມາ, ສສ ຫວຽດນາມ, ຟີລິບປິນ ແລະ ຕີມໍ ເລັສເຕ ແລະ ກຸ່ມ ບີ ປະກອບມີ: ໄທ, ລາວ, ມາເລເຊຍ, ສິງກະໂປ ແລະ ກຳປູເຈຍ.

ສ່ວນກົດລະບຽບຂອງລາຍການດັ່ງກ່າວແມ່ນແຂ່ງຂັນ 80 ນາທີ ຕັ້ງລະ 40 ນາທີ ແລະ ສາມາດປ່ຽນຜູ້ຫຼິ້ນສຳຮອງລົງສະໜາມໄດ້ 5 ຄົນ, ສ່ວນການແຂ່ງຂັນຮອບແບ່ງກຸ່ມຖ້າຫາກມີສອງທີມທີ່ມີຄະແນນເທົ່າກັນຈະໄລ່ທີ່ປະຕູໄດ້ເສຍ, ການແຂ່ງຂັນໃນຮອບຮອງຊະນະເລີດ, ນັດຊີງອັນດັບ 3 ແລະ ນັດຊີງຊະນະເລີດຖ້າຫາກການແຂ່ງຂັນສະເໝີກັນຈະຕັດສິນດ້ວຍການດວນຈຸດໂທດທັນທີໂດຍບໍ່ມີການຕໍ່ເວລາພິເສດ.

ສໍາລັບ ນາງ ເປ້ ພົມພັກດີ ອາຍຸ 15 ປີ ເປັນນັກເຕະທີມຊາດຍິງລາວ ທີ່ມາແຮງສຸດໆໃນໄລຍະນີ້ ເພາະກ່ອນໜ້ານີ້ໃນຕົ້ນເດືອນພຶດສະພາ 2019 ຮັບໃຊ້ທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 19 ປີ ຄວ້າແຊັມລາຍການທີ່ ບັງກລາເທດ ມາໃໝ່ໆຈາກການຍິງໄປທັງໝົດ 8 ປະຕູ ຈາກ 3 ນັດ ແລະ ຫຼ້າສຸດລົງສະໜາມ 1 ນັດ ໃຫ້ກັບສາວລາວ ຢູ 15 ຍິງໄປແລ້ວ 3 ປະຕູ ຕ້ອງຕິດຕາມເບິ່ງຕໍ່ໄປວ່າລາວຈະສ້າງຜົນງານຫຍັງຕື່ມໃຫ້ກັບທີມຊາດລາວ.

( ຄໍາສອນ )
( ຮູບຈາກ: ສຕລ )