ສຳຫຼວດສ້າງໂຮງກັ່ນນ້ຳມັນ ໄບໂອດີເຊວ

89

ລັດຖະບານໄດ້ອະນຸມັດໃຫ້ບໍລິສັດພາຍໃນສຳຫຼວດຄວາມເປັນໄປໄດ້ໃນການສ້າງໂຮງງານໄບໂອດີເຊວ ທີ່ມີສ່ວນປະສົມນ້ຳໝາກເກົາຢູ່ເຂດດົງ ຄວາຍ ນະຄອນຫຼວງວຽງຈັນ, ບໍລິສັດທີ່ສຳຫຼວດຄາດວ່າຈະໃຊ້ເວລາບໍ່ເກີນ 18 ເດືອນຮູ້ຜົນ.

ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ( MOU ) ເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງໂຮງກັ່ນນ້ຳມັນ ໄບໂອດີເຊວ ຈາກໝາກເກົາ, ພືດທີ່ໃຫ້ນ້ຳມັນ ແລະ ໂຮງກັ່ນນ້ຳມັນກາຊວນ ແລະ ແອັດຊັງ ຢູ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 8 ພຶດສະພາ 2019 ຜ່ານມາ ທີ່ໂຮງແຮມ ຄຣາວ ພລາຊາ ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານເຊັນໂດຍ ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບຸນຈັນ ໄຊເກີຢາຈົງຕົວ ຜູ້ອຳນວຍການ ບໍລິສັດ ນ້ຳມັນເຊື້ອໄຟ ໝາກເກົາລາວ ຈຳກັດ, ທ່ານ ພູວີ ທຳມະວົງ ຜູ້ອຳນວຍການ ບໍລິສັດ ນະຄອນຫຼວງ ຈຳກັດ ພ້ອມດ້ວຍພາກລັດ, ອຳນາດການປົກຄອງ, ບໍລິສັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ບຸນຈັນ ໄຊເກີຢາຈົງຕົວ ຜູ້ອຳນວຍການ ບໍລິສັດ ນ້ຳມັນເຊື້ອໄຟ ໝາກເກົາລາວ ຈຳກັດ ກ່າວວ່າ: ລັດຖະບານໄດ້ເຫັນຄວາມສຳຄັນຂອງບໍລິສັດເຮົາທີ່ໄດ້ມອບໂອກາດໃຫ້ໃນການເຂົ້າສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ໃນການສ້າງໂຮງງານກັ່ນນ້ຳມັນ ໄບໂອດີເຊວ ຈາກໝາກເກົາພືດທີ່ໃຫ້ນ້ຳມັນ ແລະ ໂຮງກັ່ນນ້ຳມັນກາຊວນ ແລະ ແອັດຊັງ ຢູ່ບ້ານດົງຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍພື້ນຖານແນວຄວາມຄິດລິເລີ່ມໂຄງການປົກປັກຮັກສາສົ່ງເສີມປູກໝາກເກົາ ໃຫ້ກາຍເປັນພະລັງງານທົດແທນຕາມແນວທາງປ່ຽນແປງໃໝ່ຂອງ ພັກ ແລະ ລັດຖະບານ ໂດຍຖືເອົາກະສິກຳເປັນພື້ນຖານ ເພື່ອຂະຫຍາຍເປັນອຸດສາຫະກຳ ແລະ ບໍລິການທາງຜ່ານ, ຢຸດຕິການຖາງປ່າເຮັດໄຮ່ຫັນໄປສູ່ການມີອາຊີບທີ່ໝັ້ນຄົງ ແລະ ຍືນຍົງ, ສ້າງວຽກເຮັດງານທຳມີລາຍຮັບເພີ່ມຂຶ້ນຫຼຸດຜ່ອນອອກຈາກຄວາມທຸກຍາກໃຫ້ປະຊາຊົນ ໂດຍສະເພາະປະຊາຊົນກຸ່ມເປົ້າໝາຍໂຄງການປູກໝາກເກົາສູ່ເຂດພູດອຍ, ຫ່າງໄກສອກຫຼີກໄປເທື່ອລະກ້າວທັງເປັນການເພີ່ມເນື້ອທີ່ປົກຫຸ້ມສີຂຽວຕາມທິດທີ່ລັດຖະບານວາງອອກ ທັງເປັນການຫຼຸດຜ່ອນການນໍາເຂົ້ານ້ຳມັນສຳເລັດຮູບຈາກຕ່າງປະເທດ ແລະ ເພີ່ມພະລັງງານສີຂຽວ.

ມາເຖິງປັດຈຸບັນໂຄງການແມ່ນໄດ້ສົ່ງເສີມການປູກໝາກເກົາ ຢູ່ 6 ແຂວງພາກເໜືອ ຄື: ແຂວງຫຼວງພະບາງ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ໄຊຍະບູລີ ແລະ ແຂວງຜົ້ງສາລີ ມີເນື້ອທີ່ທັງໝົດ 12.300 ເຮັກຕາ, ມີປະຊາຊົນເຂົ້າຮ່ວມໂຄງການແລ້ວ ຈຳນວນ 4.100 ຄອບຄົວ ໃນຮູບແບບ 2 + 3 ເປັນຕົ້ນ ສົ່ງເສີມໃຫ້ປະຊາຊົນມີລາຍຮັບຮ່ວມກັນ.

ທ່ານ ບຸນຈັນ ໄຊເກີຢາຈົງຕົວ ກ່າວຕື່ມວ່າ: ໄລຍະຜ່ານມາບໍລິສັດໄດ້ທົດລອງທຳການຜະລິດແລ້ວ ຢູ່ແຂວງຫຼວງພະບາງ ໃນປະລິມານ 1.000 ລິດຕໍ່ວັນ ແລະ ທົດລອງໃຊ້ໃນບັນດາໂຄງການຂອງບໍລິສັດໃນເຄືອ ແລະ ເຫັນວ່າໄດ້ຮັບຜົນດີ. ແນວໃດກໍຕາມ, ສຳລັບໂຄງການທີ່ກຳລັງຈະສຶກສາເຂດດົງຄວາຍຕາມປະເມີນເບື້ອງຕົ້ນຈະສາມາດຜະລິດໄດ້ບໍ່ຕ່ຳກວ່າ 30 ພັນລິດຕໍ່ວັນ ຫາກໄດ້ຮັບຜົນສຳເລັດຈະຈຳໜ່າຍອອກສູ່ສັງຄົມຢ່າງກວ້າງຂວາງ. ນ້ຳມັນ ໄບໂອດີເຊວ ຈະມີສ່ວນປະສົມຂອງນ້ຳໝາກເກົາ ປະມານ 5% ສ່ວນທີ່ເຫຼືອແມ່ນນ້ຳມັນຟອສຊິວ. ໄບໂອດີເຊວ ຢູ່ປະເທດໃກ້ຄຽງຂອງເຮົາແມ່ນເລີ່ມນິຍົມກັນໃຊ້ມາຫຼາຍປີແລ້ວຜົນດີຈະເຮັດໃຫ້ລາຄານ້ຳມັນຖືກລົງເປັນມິດກັບສິ່ງແວດລ້ອມ.

ທ່ານ ສົມສະໝອນ ສີຫາເທບ ປະທານ ບໍລິສັດ ນະຄອນຫຼວງ ຈຳກັດ ກ່າວວ່າ: ໂຄງການດັ່ງກ່າວນີ້ຈະໃຊ້ເວລາໃນການສຶກສາ ແລະ ສຳຫຼວດບໍ່ເກີນ 18 ເດືອນ ຕາມທີ່ລັດຖະບານໄດ້ຕົກລົງອະນຸມັດ ແລະ ໂຄງການດັ່ງກ່າວຈະນຳເອົາຜົນປະໂຫຍດມາສູ່ປະຊາຊົນພາຍໃນນະຄອນຫຼວງທີ່ຈະໄດ້ມີທາງເລືອກໃນການຊົມໃຊ້ນ້ຳມັນຫຼາຍຂຶ້ນ ທັງຈະເປັນການນຳເອົາຜົນປະໂຫຍດລາຍຮັບໃຫ້ກັບຜູ້ປູກໝາກເກົາທີ່ຢູ່ເຂດຫ່າງໄກສອກຫຼີກ ມີລາຍຮັບທີ່ໝັ້ນຄົງ.

 

[ ຂ່າວ: ສຸລິນ ]