ອັດຕາການເສຍຊີວິດ ທີ່ກ່ຽວພັນກັບ ‘ການຕັ້ງຄັນ’ ຂອງກຸ່ມຍິງຜິວສີ ໃນອາເມຣິກາ ເພິ່ມຂຶ້ນສູງ

201

ສຳນັກຂ່າວຊິນຫົວຂອງທາງການຈີນ ລາຍງານເມື່ອວັນສຸກ ທີ 10 ພຶດສາພາ ວ່າ ວຽກງານວິໄຈໃໝ່ຂອງສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດ ອາເມຣິກາ (CDC: Centers for Disease Control and Prevention) ເປີດເຜີຍວ່າ ສະຖິຕິການເສຍຊີວິດທີ່ກ່ຽວພັນຈາກການຕັ້ງຄັນມີແນວໂນ້ມເພິ່ມສູງຂຶ້ນເລື່ອຍໆ ໃນສະຫະລັດ ອາເມຣິກາ ໂດຍສະເພາະໃນແມ່ຍິງຜິວສີ.

ການວິໄຈຊີ້ວ່າ ລະຫວ່າງປີ 2011-2015 ມີຜູ້ຍິງ ໃນອາເມຣິກາ ຫຼາຍກວ່າ 3.400 ຄົນ ເສຍຊີວິດຈາກອາການແຊກຊ້ອນທີ່ກ່ຽວກັບການຕັ້ງຄັນ ຄິດເປັນອັດຕາການຕາຍ 17,2 ຊີວິດ ຕໍ່ອັດຕາການເກີດ ແລະ ລອດຊີວິດ 100.000 ຊີວິດ ເຊິ່ງສະຖິຕິ ເມື່ອ 25 ປີກ່ອນ ແມ່ນ 12 ຕໍ່ 100.000 ຊີວິດ ເທົ່ານັ້ນ.

ในภาพอาจจะมี 2 คน, คนที่ยิ้ม, ทารก

ເມື່ອວິເຄາະສະເພາະຜູ້ຍິງຜິວຂາວ ສະຖິຕິການເສຍຊີວິດຂອງແມ່ແມ່ນ 13 ຕໍ່ 100.000 ຄົນ ແຕ່ສໍາລັບຜູ້ຍິງຜິວສີ ອັດຕາການເສຍຊີວິດຂອງແມ່ ແມ່ນ 42 ຕໍ່ 100.000 ຄົນ ສູງກວ່າກຸ່ມທໍາອິດຫຼາຍກວ່າ 3 ເທົ່າ.

ໃນຈໍານວນການເສຍຊີວິດຂ້າງຕົ້ນ 33% ເກີດຂຶ້ນໃນໄລຍະ 1 ອາທິດ ເຖິງ 1 ປີ ຫຼັງຈາກອອກລູກ ແລະ ສາເຫດການເສຍຊີວິດ ອັນດັບຕົ້ນໆ ຄືອາການກ່ຽວກັບຫົວໃຈ ແລະ ຫຼອດເລືອດ, ການຕິດເຊື້ອ ແລະ ການຕົກເລືອດ.

ในภาพอาจจะมี 1 คน, กำลังนอนหลับ, ทารก และภาพระยะใกล้

ສູນຄວບຄຸມ ແລະ ປ້ອງກັນພະຍາດ ລາຍງານ ວ່າ 60% ຂອງການເສຍຊີວິດເຫຼົ່ານີ້ ສາມາດປ້ອງກັນໄດ້ເຊິ່ງຕ້ອງການຄວາມເຄື່ອນໄຫວຈາກທາງພາກລັດ ແລະ ຊຸມຊົນທີ່ແມ່ອາໄສຢູ່ ໃນໄລຍະກຳລັງຕັ້ງຄັນ ແລະ ຫຼັງອອກລູກ ລວມເຖິງຕ້ອງການຜູ້ໃຫ້ບໍລິການສິ່ງອໍານວຍຄວາມສະດວກ ແລະ ລະບົບດ້ານການແພດມາຮອງຮັບ.

ในภาพอาจจะมี 2 คน, คนที่ยิ้ม, ทารก และภาพระยะใกล้

ທັງນີ້ ການທີ່ອັດຕາການເສຍຊີວິດຂອງແມ່ໃນອາເມຣິກາ ເພິ່ມຂຶ້ນສູງ ນັບວ່າສວນທາງກັບໂລກເນື່ອງຈາກສະຖິຕິຂອງອົງການອະນາໄມໂລກ (WHO: World Health Organization) ຊີ້ວ່າ ຕັ້ງແຕ່ປີ 1990-2015 ອັດຕາການເສຍຊີວິດຂອງແມ່ໃນທົ່ວໂລກ ຫຼຸດລົງ ເຖິງ 44%.