ອາເມຣິກາ ຂຶ້ນພາສີ 25% ຕໍ່ສິນຄ້າ ຈີນ ຕາມຄໍາປະກາດ

95

ອາເມຣິກາ ຂຶ້ນພາສີສິນຄ້ານໍາເຂົ້າຈາກຈີນ ມູນຄ່າ 200.000 ລ້ານໂດລາ ຈາກແຕ່ກ່ອນ 10% ເປັນ 25% ແລ້ວ ໃນວັນທີ 10 ພຶດສະພາທີ່ຜ່ານມາ ຕາມທີ່ໄດ້ປະກາດໄວ້ກ່ອນໜ້ານີ້.

ຢ່າງໃດກໍຕາມ, ຜູ້ແທນການຄ້າຈີນ ກ່າວວ່າ: ເສຍໃຈຫຼາຍຕໍ່ຄວາມເຄື່ອນໄຫວດັ່ງກ່າວ ແລະ ຈະຕ້ອງມີມາດຕະການໂຕ້ຕອບເທົ່າທີ່ຈໍາເປັນ ແລະ ຫວັງວ່າ ສປ ຈີນ ແລະ ອາເມຣິກາ ຈະສາມາດແກ້ໄຂບັນຫາທີ່ມີຢູ່ດ້ວຍຄວາມຮ່ວມມື ແລະ ການປຶກສາຫາລືກັນ.

ການຂຶ້ນພາສີໃນຄັ້ງນີ້ເກີດຂຶ້ນລະຫວ່າງກອງປະຊຸມເຈລະຈາກັນລະຫວ່າງຜູ້ແທນສອງຝ່າຍ ເມື່ອວັນສຸກທ້າຍອາທິດທີ່ຜ່ານມາ.

ເຖິງວ່າພາຍຫຼັງຂົ່ມຂູ່ຈະຂຶ້ນພາສີຕໍ່ສິນຄ້າ ຈີນ ຂອງຜູ້ນໍາ ອາເມຣິກາ ຈະເຮັດໃຫ້ຕະຫຼາດຫຸ້ນ ຈີນ ປັບຕົວລົງ ແຕ່ພາຍຫຼັງການປະກາດຂຶ້ນພາສີຢ່າງເປັນທາງການກັບເຮັດໃຫ້ຕະຫຼາດຫຸ້ນ ຈີນ ເພີ່ມຂຶ້ນເລັກໜ້ອຍ ໂດຍດັດຊະນີຮັງເສັງ ເພີ່ມຂຶ້ນ 1%, ສ່ວນດັດຊະນີຊຽງໄຮ້ ຄອມໂພຊິດ ຍັບຂຶ້ນຈຸລະດັບ 2%.