ຮ່ວມສ້າງບຸນ ກັບ ນາງສາວນະຄອນຫຼວງ 2019 ທີ່ເດີນພະທາດຫຼວງວຽງຈັນ ວັນວິສາຂະບູຊາປະຈຳປີ

113

ໃຜຈະໄປແນ່ ງານບຸນໃຫຍ່ ສະເຫລີມສະຫລອງວັນວິສາຂະບູຊາປະຈຳປີ ພຣະພຸດທະສັງກາດ 2562. ນາງສາວນະຄອນຫຼວງ 2019  ກໍໄດ້ເປັນຕາງຫນ້າທູດວັດທະນະທຳ ເຊີນຊວນທຸກທ່ານເຂົ້າຮ່ວມງານ ສະເຫລີມສະຫລອງວັນວິສາຂະບູຊາປະຈຳປີ ທີ່ຈະຈັດຂຶ້ນ ໃນຂຶ້ນ 13-15 ຄໍ່າເດືອນ 6 ພ.ສ.2562 ກົງກັນກັບວັນທີ 16-18 ພືດສະພາ 2019 ນີ້.

ວັນວິສາຂະບູຊາ ເປັນວັນບຸນໜຶ່ງທີ່ຢູ່ໃນຮີດ 12 ຄອງ 14 ຂຶ້ນກັບວັນເພັງ 15 ຄໍ່າ ເດືອນ 6 ລາວ ທີ່ຊາວພຸດທະສາສະນິກະຊົນປະຕິບັດກັນມາຕັ້ງແຕ່ບູຮານນະການ ເຊິ່ງປີນີ້ ເພິ່ນຈັດເປັນປາງບຸນໃຫຍ່ ມີພິມີສະເຫຼີມສະຫຼອງ ວັນວິສາຂະບູຊາລະດັບຊາດ ມີພຣະສົງ 500 ກວ່າຮູບ ພ້ອມທັງການນຳ ແລະ ພໍ່ແມ່ປະຊາຊົນຫຼາຍພັນຄົນຈະເຂົ້າຮ່ວມ.

ຈະໄດ້ມີການສະເຫຼີມສະຫຼອງ ສະແດງສິລະປະວັນນະຄະດີລາວຈາກປະເທດໄທ ເພື່ອການກຸສົນ, ນອກນັ້ນແລ້ວຍັງມີນິສິດນັກຮຽນນັກສຶກສາຫຼາຍ 100 ຄົນ ຮ່ວມເອົາບຸນສ້າງກຸສົນນໍາກັນ.

ສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ຮ່ວມກັບ ສູນກາງແນວລາວສ້າງຊາດ ໄດ້ຮ່ວມກັນຈັດ ແລະ ຂໍເຊີນຊວນພຸດທະສາສະນິກະຊົນທັງຫຼາຍ ທັງພາຍໃນ ແລະ ຕ່າງປະເທດ ມາຮ່ວມງານບຸນວັນວິສາຂະບູຊາ ປີພຣະພຸດທະສັງກາດ 2562 ທີ່ ເດີ່ນພຣະທາດຫຼວງ ໃນວັນທີ 16-18 ພຶດສະພາ 2019 ນີ້ ເຊິ່ງມີລາຍ ລະອຽດງານບຸນ ດັ່ງນີ້:

ຂຶ້ນ 13 ຄໍ່າ ເດືອນ 6 ລາວ ກົງກັບ ວັນພະຫັດ ວັນທີ 16 ພຶດສະພາ 2019 ເວລາ 08:00 ໂມງ ເປັນຕົ້ນໄປ ຮ່ວມໂມທະນາບຸນ ຮ່ວມບໍລິຈາກທານ ຈະຕຸປັດໄຈ ອາຫານ ນໍ້າດື່ມຕ່າງໆ ຕາມກຳລັງສັດທາຂອງຕົນ ທີ່ ຜາມພີທີ ໜ້າຫໍທໍາມະສະພາ ເດີ່ນພຣະທາດຫຼວງ; ເວລາ 17:00 ນາທີ ສູດປະຣິດຕະມຸງຄຸນ ຟັງທັມມະເທສະນາ, ເວລາ 19:00 ນາທີ ຊົມການສະແດງສີລະປະວັດທະນະທໍາລາວ ແລະ ວັດທະນະທໍາອາຊຽນ ກ່ຽວກັບວັນວິສາຂະບູຊາ ພ້ອມທັງຊົມງານມະຫະກໍາຄອນເສີດ ການກຸສົນອັນຍິ່ງໃຫຍ່.

ຂຶ້ນ 14 ຄໍ່າ ເດືອນ 6 ກົງກັບວັນສຸກ ວັນທີ 17 ພຶດສະພາ 2019 ເວລາ 08:00 ນາທີເປັນຕົ້ນໄປ ຮ່ວມໂມທະນາບຸນ ຮ່ວມບໍລິຈາກທານ ຈະຕຸປັດໄຈ ອາຫານ ນໍ້າດື່ມຕ່າງໆ ຕາມກຳລັງສັດທາຂອງຕົນ ທີ່ ຜາມພີທີ ໜ້າຫໍທໍາມະສະພາ ເດີ່ນພຣະທາດຫຼວງ, ເວລາ 12:30 ນາທີ ນິມົນ ພຣະສົງ-ສາມະເນນ ເຊີນ ການນຳພັກ-ລັດ ບັນດາທູດຈາກປະເທດ ຕ່າງໆ ນັກຮຽນ-ນັກສຶກສາ ແຂກຖືກເຊີນ ສື່ສານມວນຊົນ ແລະ ປະຊາຊົນທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ເດີນທາງເຂົ້າສູ່ ຫໍປະຊຸມແຫ່ງຊາດ ເພື່ອຮັບຟັງເຂົ້າຮ່ວມພິທີສະເຫຼີມສະຫຼອງຢ່າງເປັນທາງການ.

ເວລາ 13:30 ນາທີ ຊົມການສະແດງສິລະປະວັດທະນະທຳ ກ່ຽວກັບງານວັນວິສາຂະບູຊາ, ເວລາ 14:00 ນາທີ ໄຂງານບຸນວັນວິສາຂະບູຊາ ຂຶ້ນຢ່າງເປັນທາງການ, ເວລາ 14:30 ນາທີ ຟັງປາຖະກະຖາທໍາໃຫຍ່ ໃນເລື່ອງ “ວັນວິສາຂະບູຊາ ກັບຄຸນຄ່າງທາງຈະຣິຍະທໍາການດຳລົງຊີວິດ” ໂດຍ ພຣະອາຈານໃຫຍ່ ປອ. ດຳຣົງ ພິມມະຈັກ.

ເວລາ 16:30 ນາທີ ສຳເລັດພິທີໄຂງານບຸນຢ່າງເປັນທາງການ ທີ່ ຫໍປະຊຸມແຫ່ງຊາດ, ເວລາ 18:30 ນາທີ ເຕົ້າໂຮມ ພຣະສົງ-ສາມະເນນ ນັກຮຽນ-ນັກສຶກສາ ປະຊາຊົນທົ່ວໄປ ທີ່ໜ້າ ຫໍທໍາມະສະພາ ເດີ່ນພຣະທາດຫຼວງ, ເວລາ 19:00 ນາທີ ປະຕິບັດທັມ ນຸ່ງຂາວ-ຫົ່ມຂາວ ໄຫວ້ພຣະ ສູດມົນ ຈະເຣີນພາວະນາ ຈົນ ສົມຄວນແກ່ເວລາ.

ວັນເພັງ 15 ຄໍ່າ ເດືອນ 6 ກົງກັບວັນເສົາ ວັນທີ 18 ພຶດສະພາ 2019 ເວລາ 06:30 ນາທີ ເຕົ້າໂຮມ ພຣະສົງ-ສາມະເນນ ການນຳພັກ-ລັດ ບັນດາທູດຈາກປະເທດຕ່າງໆ ນັກຮຽນ-ນັກສຶກສາ ແຂກຖືກເຊີນ ແລະ ປະຊາຊົນທົ່ວໄປ ທັງພາຍໃນ ແລະ ຕ່າງປະເທດ ທີ່ໜ້າ ອະນຸສາວະລີ ພຣະເຈົ້າໄຊເຊດຖາທິຣາດ ເດີ່ນພຣະທາດຫຼວງ ພ້ອມທັງຊົມການສະແດງສິລະປະວັດທະນະທໍາ ໝໍລຳດັງຈາກສອງຝັ່ງຂອງ.

ເວລາ 07:20 ນາທີ ພິທີໄຫວ້ພຣະສະມາທານສີນ ແລະ ຕັກບາດໃຫຍ່ ທານມະຫາທານ ແກ່ພຣະສົງ-ສາມະເນນ 500 ອົງ, ເວລາ 14:00 ນາທີ ພິທີແຫ່ຕົ້ນມະຫາກາລະພຶກແກ້ວ ຈາກວັດໜອງບອນ ເຂົ້າມາສູ່ວັດພຣະ ທາດຫຼວງ ເພື່ອຖວາຍເປັນ ຕົ້ນມະຫາກາລະພຶກແກ້ວບູຊາ ໃນວັນວິສາຂະບູຊາ.
ເວລາ 14:40 ນາທີ ພິທີຖວາຍຕົ້ນມະຫາກາລະພຶກແກ້ວບູຊາ.

ເວລາ 17:40 ນາທີ ໄຫວ້ພຣະຮັບສີນ ແລະ ຟັງສູດປະຣິດຕະມຸງຄຸນ ຟັງທັມມະເທສະນາ ຈາກ ອົງພຣະປະມຸກສົງ ກ່ຽວກັບວັນວິສາຂະບູຊາ, ເວລາ 19:20 ນາທີ ວຽນທຽນບູຊາພຣະຣັດຕະນະໄຕຣ ອ້ອມອົງພຣະທາດຫຼວງ, ເວລາ 21:00 ນາທີ ສູດສົມໂພດພຣະພຸດທະຮູບ ຈົນຮອດແຈ້ງ.

ວັນວິສາຂະບູຊາ ໝາຍເຖິງ ການບູຊາໃນວັນເພັງ ເດືອນ 6 ພຣະຈັນເຕັມດວງ ເປັນວັນທີ່ສຳຄັນທີ່ສຸດ ໃນທາງພຣະພຸດທະສາສະໜາ ເພາະເປັນວັນເຫດການອັນສຳຄັນອັດສະຈັນ ທີ່ກ່ຽວກັບອົງພຣະສັມມາ ສັມພຸດທະເຈົ້າ ຜູ້ເປັນເຈົ້າຂອງພຣະພຸດທະສາສະນາ ຄື ວັນຄ້າຍວັນປະສູດອອກຈາກພຣະຄັນ (ວັນເກີດ), ວັນຕັດສະຮູ້ພຣະສັມມາສັມໂພທິຍານ (ວັນປະສົບຜົນສຳເລັດສູງສຸດ) ແລະ ວັນສະເດັດດັບຂັນທະປະຣິນິບພານ (ວັນຈາກໄປ) ເປັນວັນດຽວກັນຢ່າງໜ້າອັດສະຈັນສຸດ ຄື ວັນເພັງ ເດືອນ 6 ຊາວ ພຸດທະສາສະນິກະຊົນທັງຫຼາຍ ຈຶ່ງຄວນສະເຫຼີມສະຫຼອງ ໂດຍການບູຊາ ທັງອາມິດ ເຂົ້າຕອກດອກໄມ້ ແລະ ການປະຕິບັດບູຊາ ເຊິ່ງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ ເຊິ່ງປີນີ້ ວັນວິສາຂະບູຊາ ໄດ້ ໝູນວຽນມາອີກຄົບ ຮອບ 2562 ປີ ແຫ່ງການຈາກໄປຂອງອົງພຣະບໍຣົມສາສະດາສັມມາສັມພຸດທະເຈົ້າ ພຣະອົງນັ້ນ ດ້ວຍປາຣົບເຫດການນີ້.