ໄຟຟ້າລັດວົງຈອນແທ້!!ສາເຫດໄໝ້ລາວໄອເຕັກ

45

ຍັງເກາະຕິດຂ່າວເຫດການໄຟໄຫມ້ ທີ່ສູນການຄ້າລາວໄອເຕັກ ຕຶກເກົ່າ ເຊົ້າວັນທີ 10 ພຶດສະພາ 2019 ຫຼ້າສຸດຕາມການສັນນິຖານ ຂອງກອງບັນຊາການ ປກສ ນະຄອນຫຼວງ ສາເຫດແມ່ນການເກີດອັກຄີໄພໃນຄັ້ງນີ້ຍ້ອນໄຟຟ້າລັດວົງຈອນ ຢູ່ຮ້ານຂາຍເຄື່ອງປະດັບຍົນ.

ລັດວິສາຫະກິດໄຟຟ້ານະຄອນຫຼວງວຽງຈັນ ໂດຍຜ່ານການໃຫ້ຂໍ້ມູນເບື້ອງຕົ້ນ ທ້າວ ມະໄລທອງ ຊ່າງໄຟຟ້າປະຈໍາສູນການຄ້າລາວໄອເຕັກ ລາຍງານວ່າ: ຜູ້ກ່ຽວໄດ້ເປີດສະວິກໄຟຟ້າ ໃນເວລາ 8:26 ໂມງ ຫຼັງຈາກນັ້ນ 10 ກວ່ານາທີ ຈຶ່ງໄດ້ເຫັນໄຟໄໝ້ຢູ່ຮ້ານບູດຂາຍເຄື່ອງປະດັບຍົນ (ຊັ້ນທີສອງ ເບື້ອງເດີ່ນເຕະບານ) ເວລານັ້ນບໍ່ທັນເຫັນມີບັນດາເຈົ້າຂອງຮ້ານຂາຍເຄື່ອງເຂົ້າໄປໃນອາຄານດັ່ງກ່າວເທື່ອ ມີແຕ່ຊ່າງໄຟຟ້າ ແລະ ພະນັກງານຮັກສາຄວາມປອດໄພເທົ່ານັ້ນ ເມື່ອເກີດໄຟໄໝ້ ພວກເຂົາໄດ້ພະຍາຍາມມອດໄຟ ໂດຍໃຊ້ບັ້ງມອດໄຟໃນສູນ ແຕ່ກໍບໍສາມາດມອດໄດ້ ຈຶ່ງໄດ້ໂທແຈ້ງເຈົ້າໜ້າທີ່ມອດໄຟຂອງ ປກສ ນະຄອນຫຼວງ.

ໃນການສະກັດກັ້ນອັກຄີໄພຄັ້ງນີ້ ມີ ເຈົ້າໜ້າທີ່ມອດໄຟຂອງ ປກສ ນະຄອນຫຼວງ 3 ຄົນ, ລົດມອດໄຟຂອງກົມມອດໄຟ 3 ຄັນ ແລະ ລົດມອດໄຟຂອງ ປກສ ເມືອງໄຊເສດຖາ 1 ຄັນ ໃຊ້ເວລາ 45 ນາທີຈຶ່ງສາມາດມອດໄຟດັ່ງກ່າວໄດ້. ໃນການກວດກາເບື້ອງຕົ້ນເຫັນວ່າມີຮ້ານຂາຍເຄື່ອງຈໍານວນ 20 ກວ່າຮ້ານຖືກໄຟໄໝ້ ເຊິ່ງສ່ວນໃຫຍ່ແມ່ນຮ້ານຂາຍເຄື່ອງປະເພດເຄື່ອງນຸ່ງ ສໍາລັບມູນຄ່າການເສຍຫາຍຍັງຢູ່ໃນຂັ້ນຕອນການປະເມີນ ສາມາດຕິດຕາມໄດ້ໄວໆນີ້ ຫຼັງແຈ້ງການຢ່າງເປັນທາງການຂອງຜູ້ກ່ຽວຂ້ອງ.