ໄອເຕັກຈະເລັ່ງກວດກາຄວາມເສຍຫາຍ ພ້ອມຊົດເຊີຍຕາມສົມຄວນ

150

ຈາກເຫດການໄຟໄໝ້ສູນການຄ້າລາວ-ໄອເຕັກໃນເຊົ້າມື້ນີ້ ວັນທີ 10 ພຶດສະພາ 2019 ເວລາ ປະມານ 8 ປາຍ  ເຮັດໃຫ້ປະຊາຊົນແຕກຕື່ນບໍ່ໜ້ອຍ ໂດຍສະເພາະແມ່ນຄ້າຊາວຂາຍທີ່ກຽມເຄື່ອງຂາຍເພື່ອເປີດງານ ວາງສະແດງໃນງານ ຜະລິດຕະພັນລາວ Made In Lao ພາກັນຟ້າວເກັບເຄື່ອງຂອງຕົນອອກຈາກຈຸດເກີດເຫດ.


ເມື່ອເວລາຜ່ານໄປປະມານ 45 ນາທີ ຈາກການສົມທົບຫຼາຍໆພາກສ່ວນ ກໍສາມາດຄວບຄຸມໄຟໄວ້ໄດ້ ຕາມການຖະແຫຼງຂ່າວຂອງ ທ່ານ ສີບຸນທຳ ສີບຸນມີ ຜູ້ອຳນວຍການໃຫຍ່ບໍລິສັດລາວເວີນ ມະຫາຊົນ ກ່າວວ່າ: ເຫດການທີ່ເກີດຂຶ້ນຢູ່ສູນວາງສະແດງສິນຄ້າ ລາວ-ໄອເຕັກຕຶກເກົ່າໃນຕອນເຊົ້າເວລາ 8:35 ມື້ນີ້ ພະນັກງານຂອງສູນການຄ້າພວກເຮົາໄດ້ໄປກວດກາ ແລະ ເປີດໄຟຟ້າ ແລະ ແອ ເພື່ອຮອງຮັບລູກຄ້າ ຫຼື ບັນດາແມ່ຄ້າຊາວຂາຍ ທີ່ຈະເຂົ້າມາໃນເວລາ 9:00 ແຕ່ເວລາທີ່ພວມໄປເປີດໄຟນັ້ນ ປະກົດວ່າເຫັນໄຟລຸກຂຶ້ນຢູ່ເຂດເບື້ອງຊ້າຍ (ຕອນປິ່ນໜ້າເຂົ້າ) ຢູ່ຈຸດຮ້ານຄ້າປະດັບລົດຍົນ ເຊິ່ງພະນັກງານ 5 ຄົນກໍ່ໄດ້ສຸມໃສ່ເອົາບັ້ງດັບເພີງໄປສີດໃສ່ ແຕ່ຍ້ອນມາປະເພດກະປ໋ອງເຄມີ ແລະ ເຄື່ອງຊັກນຳໄຟ ຈຶ່ງເຮັດໃຫ້ບໍ່ສາມາດຄວບຄຸມໄຟໄວ້ໄດ້ ຈາກນັ້ນກໍ່ໂທຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ດັບເພີງນະຄອນຫຼວງ.

 

ຈາກການສຳຫຼວດເບື້ອງຕົ້ນນີ້ ແມ່ນມີ 24 ຮ້ານທີ່ໄດ້ຮັບຄວາມເສຍຫາຍແມ່ນຍັງບໍ່ສາມາດປະເມີນໄດ້ ຮູ້ພຽງແຕ່ວ່າເສຍຫາຍປະມານ 6% ຈາກຮ້ານຄ້າຈຳນວນທັງໝົດທີ່ມາຮ່ວມວາງສະແດງໃນງານ Made In Laos ມີ 382 ຮ້ານ ສ່ວນມູນຄ່າເສຍຫາຍນັ້ນ ພວກເຮົາແມ່ນມີຄະນະກຳມະການຂອງບໍລິສັດ ຈະສົມທົບກັບ ພາກສ່ວນບໍລິສັດປະກັນໄພ ແລະ ເຈົ້າຂອງຮ້ານ ປະເມີນຕົວຈິງ.


ທ່ານຍັງກ່າວອີກວ່າ ແນ່ນອນພວກເຮົາຈະມີການແກ້ໄຂບັນຫານີ້ ໂດຍຈະ ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອລວບລວມຂໍ້ມູນສົມທົບກັບເຈົ້າໜ້າທີ່ເອົາຂໍ້ມູນຄວາມຈິງ, ຮ່ວມກັນປະເມີນຄວາມເສຍຫາຍຂອງແຕ່ລະພາກສ່ວນ, ເລັ່ງສຸມທຶນຮອນເພື່ອຟື້ນຟູອາຄານ ຫຼື ຕຶກ ໃຫ້ໄວເທົ່າທີ່ຈະໄວໄດ້ ຕາມແຜນຄາດວ່າ ແມ່ນຈະໃຊ້ເວລາ 1 ເດືອນກວ່າ ຄາດວ່າເດືອນກໍລະກົດ ຈະສາມາດເເປີດໃຫ້ບໍລິການໄດ້ ແຕ່ຖ້າເປັນໄປໄດ້ແມ່ນຈະເລັ່ງໃຫ້ແລ້ວກ່ອນວັນທີ 1 ມິຖຸນາ.

ສ່ວນການຊົດເຊີຍຄວາມເສຍຫາຍຕ່າງໆພວກເຮົາຈະຮ່ວມປຶກສາຫາລືກັນຕື່ມເນື່ອງຈາກວ່າສູນການຄ້າພວກເຮົາແມ່ນມີປະກັນໄພ, ສ່ວນບັນດາສິນຄ້າຂອງຮ້ານຄ້າຕ່າງໆນັ້ນແມ່ນຈະບໍ່ທັນອະນຸຍາດໃຫ້ເອົາອອກເທື່ອ ເວັ້ນເສຍແຕ່ສິນຄ້າບູດເໜົ່າເທົ່ານັ້ນ.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທັງເປັນຜູ້ຮັບຜິດຊອບການຈັດງານ ວາງສະແດງ ຜະລິດຕະພັນລາວ ກ່າວວ່າ: ງານນີ້ເປັນງານໃຫຍ່ທີີ່ພວກເຮົາໄດ້ເຊີນເອົາບັນດາຜູ້ປະກອບການທັງ 18 ແຂວງ ທັງເປັນຜູ້ປະກອບການຂອງສະພາການຄ້າ ແລະ ລູກຄ້າ ຫຼື ຮ້ານຄ້າປະຈຳສູນການຄ້າ ລາວ-ໄອເຕັກ ທັງໝົດມີ 300 ກວ່າຮ້ານ ໃນນັ້ນມີ 191 ຮ້ານ ທີ່ເປັນສະມາຊິກ ຫຼື ຮ້ານທີ່ສະພາການຄ້າເຊີນມາຮ່ວມ ແລະ ຮັບຜິດຊອບ.

 

ຈາກເຫດການໄຟໄໝ້ແມ່ນມີ 2 ຮ້ານ ທີ່ໄດ້ຮັບການເສຍຫາຍຄື: L07 ແລະ L09 ເທົ່ານັ້ນທີ່ໄດ້ຮັບຄວາມເສຍຫາຍ, ສ່ວນເຄື່ອງ ຫຼື ສິນຄ້າທີ່ນຳມາວາງສະແດງແມ່ນພວກເຮົາຈະບໍ່ທັນໃຫ້ນຳເອົາອອກ ເພາະຕ້ອງຖ້າໃຫ້ເຈົ້າໜ້າທີ່ປະກັນໄພມາກວດກາປະເມີນຕົວຈິງກ່ອນແລ້ວຈຶ່ງຈະໃຫ້ນຳເອົາອອກມາໄດ້, ສ່ວນງານວາງສະແດງ ຜະລິດຕະພັນລາວ Made In Laos ທີ່ຈະຈັດຂຶ້ນໃນວັນທີ 10-19 ພຶດສະພານີ້ ແມ່ນພວກເຮົາຈະບໍ່ໄດ້ຍົກເລີກໄປເລີຍ ແຕ່ພວກເຮົາຈະເລື່ອນໄປຈັດອີກ ພາຍຫຼັງທີ່ທາງໄອເຕັກມີການສ້ອມແປງຟື້ນຟູ ແລະ ຮັບປະກັນຄວາມປອດໄພແລ້ວ ຈິ່ງຈັດຄືນໃໝ່ ສ່ວນລາຍລະອຽດນັ້ນແມ່ນທາງພວກເຮົາຈະແຈ້ງໃຫ້ຮັບຊາບອີກຄັ້ງ.