ຈີນລົງທຶນໂດຍກົງໃນອາເມຣິກາຫຼຸດລົງມະຫາສານ

123

ການລົງທຶນໂດຍກົງຂອງຈີນໃນສະຫະລັດ ອາເມຣິກາ ຫຼຸດລົງເຖິງ 83% ເມື່ອປີຜ່ານມາ ສາເຫດມາຈາກຄວາມບໍ່ໄວ້ໃຈກັນຫຼາຍຂຶ້ນ ລະຫວ່າງ 2 ປະເທດ ເສດຖະກິດຂະໜາດໃຫຍ່ທີ່ສຸດຂອງໂລກ.

ສໍານັກຂ່າວເອພີລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນທີ 7 ພຶດສະພາ ວ່າ ລາຍງານຂອງບໍລິສັດວິໄຈ ໂຣດຽມ ກຸ໊ບ (Rhodium Group) ເຜີຍແຜ່ເມື່ອວັນພຸດ ລະບຸວ່າ ຈໍານວນເງິນລົງທຶນໂດຍກົງຂອງຈີນ ໃນອາເມຣິກາ ເມື່ອປີຜ່ານມາ ຫຼຸດລົງເຫຼືອ 5 ຕື້ໂດລາ (ປະມານ 43 ພັນຕື້ກີບ) ຈາກ 29 ພັນຕື້ໂດລາ (ປະມານ 252.000 ຕື້ກີບ)  ໃນປີ 2017 ແລະ 46 ພັນຕື້ໂດລາ (ປະມານ 399.000 ຕື້ກີບ) ໃນປີ 2016.

ในภาพอาจจะมี สถานที่ในร่ม

ຈໍານວນເງິນທີ່ຫຼຸດລົງ ສ່ວນໜຶ່ງເນື່ອງມາຈາກທາງການປັກກິ່ງພະຍາຍາມຄວບຄຸມນັກລົງທຶນທີ່ເປັນໜີ້ມະຫາສານ ແລະ ອີກສ່ວນເພາະທາງການອາເມຣິກາ ເພິ່ມຄວາມເຂັ້ມງວດຫຼາຍຂຶ້ນ ໃນການກວດກາການລົງທຶນຂອງຊາວຈີນ.

ຈາກການປະເມີນຂອງ ໂຣດຽມ ກຸ໊ບ ປີທີ່ຜ່ານມາ ຈີນຍົກເລີກຂໍ້ຕົກລົງ ລວມມູນຄ່າ 2,5 ຕື້ໂດລາ (ປະມານ 21,7 ພັນຕື້ກີບ)  ເນື່ອງຈາກບໍ່ຜ່ານການພິຈາລະນາຈາກຄະນະກໍາມະການການລົງທຶນຕ່າງຊາດ ໃນອາເມຣິກາ ເຊິ່ງເຮັດໜ້າທີ່ກວດກາການລົງທຶນຂອງຕ່າງຊາດທີ່ກ່ຽວພັນກັບຄວາມໝັ້ນຄົງຂອງປະເທດ.

ในภาพอาจจะมี เมฆ และสถานที่กลางแจ้ง

ການລົງທຶນທາງດ້ານເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານຂອງຈີນ ໃນອາເມຣິກາ ຫຼຸດລົງມະຫາສານ ເຫຼືອ 200 ລ້ານໂດລາ (ປະມານ 1.730 ຕື້ກີບ) ເມື່ອປີຜ່ານມາ ຈາກ 2,5 ຕື້ໂດລາ (ປະມານ 21,7 ພັນຕື້ກີບ) ໃນປີ 2017.

ຂະນະດຽວກັນ ການລົງທຶນໂດຍກົງຂອງສະຫະລັດ ໃນຈີນຫຼຸດລົງຈາກ 14 ຕື້ໂດລາ (ປະມານ 121.600 ຕື້ກີບ) ໃນປີ 2017 ເຫຼືອ 13 ພັນຕື້ໂດລາ (ປະມານ 112.900 ຕື້ກີບ) ເມື່ອປີຜ່ານມາ ການລົງທຶນຂອງສະຫະລັດທາງດ້ານອຸດສາຫະກໍາເທັກໂນໂລຢີ ແລະ ຂໍ້ມູນຂ່າວສານໃນຈີນຫຼຸດລົງ ເຫຼືອ 2,1 ຕື້ໂດລາ (ປະມານ 18,2 ພັນຕື້ກີບ) ເມື່ອປີຜ່ານມາ ຈາກ 4,1 ຕື້ໂດລາ (ປະມານ 35,6 ພັນຕື້ກີບ) ໃນປີ 2017 ແລະ 4,300 ຕື້ໂດລາ (ປະມານ 37,3 ພັນຕື້ກີບ) ໃນປີ 2016.